Department of Micro, Small and Medium Enterprise Promotion

Department of Micro, Small and Medium Enterprise Promotion ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ)
Department of MSME Promotion (DOSMEP)

ກສວ ​ແມ່ນ ກົມ​ວິຊາ​ການໜຶ່ງ​ ສັງກັດໃນໂຄງປະກອບກົງຈັກການຈັດ​ຕັ້ງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ມີຖານະເປັນການເງິນຂັ້ນສອງ ຊຶ່ງມີພາລະບົດບາດໃນການ​ຄຸ້ມ​ຄອງວຽກງານສົ່ງເສີມ ວນກ ໂດຍ​ການຄົ້ນ ຄວ້າ​ສ້າງ, ປັບປຸງ​ນະ​​ໂຍບາຍ, ​ແຜນ​ພັດທະນາ ​ແລະ ກົດໝາຍວ່າດ້ວຍການ​ສົ່ງ​ເສີມວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ແລະ ປະສານ​ສົມທົບກັບບັນດາ​ພາກສ່ວນຕ່າງໆ​ ເພື່ອ​ຈັດ​ຕັ້ງ​ປະຕິບັດ.

ນອກຈາກນັ້ນ, ກສວ ຍັງ​ມີ​ບົດບາດ​ເປັນອົງການຜະລິດຕະພາບແຫ່

ງ ສປປ ລາວ ຕາມ​ການ​ມອບໝາຍ​ຂອງ​ລັດຖະບານໃນ​ຖານະ​ເປັນ​ພາຄີຂອງສົນທິສັນຍາວ່າດ້ວຍ​ອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization-APO) ໃນການເຮັດບົດບາດເປັນອົງການຜະລິດຕະພາບແຫ່ງຊາດລາວ ເພື່ອປະກອບສ່ວນເຄື່ອນໄຫວໃນການບໍລິຫານອົງການ APO ແລະ ຮ່ວມມືກັນຈັດຕັ້ງປະຕິບັດໂຄງການດ້ານວິຊາການ ເພື່ອພັດທະນາຄວາມສາມາດໃນການແຂ່ງຂັນຂອງຂະແໜງຕ່າງໆ ໂດຍສະເພາະ ແມ່ນ SME ໃນຂະແໜງອຸດສາຫະກຳ, ກະສິກຳ, ການບໍລິການ ແລະ ຂະແໜງການອື່ນໆ.

ມີຂ່າວດີມາບອກ …. ແວ່ມາຫາກັນແດ່ເດີ ເສົາ-ອາທິດ 5-6 ກັນຍາ 2026 ນີ້ ທີ່ໂຮງແຮມອາມາຣີ ວຽງຈັນ
31/08/2026

ມີຂ່າວດີມາບອກ …. ແວ່ມາຫາກັນແດ່ເດີ ເສົາ-ອາທິດ 5-6 ກັນຍາ 2026 ນີ້ ທີ່ໂຮງແຮມອາມາຣີ ວຽງຈັນ

12/08/2026
11/08/2026

ສະໜອງທຶນ 150 ຕື້ກີບ ໃຫ້ 2 ທະນາຄານ ເພື່ອປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ
----------
ກະຊວງອຸດສາຫະກຳ ແລະ ການຄ້າ, ຮ່ວມກັບທະນາຄານ ພັດທະນາອາຊີ (ADB) ແລະ ຄູ່ຮ່ວມພັດທະນາ ໄດ້ຮ່ວມເປີດໂຄງການລະບົບອາຫານກະສິກຳແບບຍືນຍົງ (SASSP) ຢ່າງເປັນທາງການ ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ.

ອີກໜຶ່ງຈຸດເດັ່ນໃນພິທີ ແມ່ນການລົງນາມສັນຍາສະໜອງທຶນຮ່ວມ ລວມມູນຄ່າ 150 ຕື້ກີບ ຫຼື ປະມານ 7 ລ້ານໂດລາ ລະຫວ່າງກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ)ກັບ ທະນາຄານການຄ້າຕ່າງປະເທດລາວ ແລະ ທະນາຄານໄຊງ່ອນເທືອງຕິ່ນ ລາວ

ທຶນດັ່ງກ່າວຈະເປັນອີກກົນໄກສຳຄັນໃນການຊ່ວຍໃຫ້ ວິສາຫະກິດ, ຜູ້ປະກອບການ ແລະ ຕ່ອງໂສ້ມູນຄ່າກະສິກຳ ສາມາດເຂົ້າເຖິງແຫຼ່ງທຶນ ແລະ ຂະຫຍາຍການຜະລິດ.

ຮ່ວມລົງນາມລະຫວ່າງ ທ່ານ ນາງ ມະນີວອນ ວົງໄຊ ຫົວໜ້າກົມສົ່ງເສີມ ຈນກ, ກະຊວງອຸດສາຫະກຳ ແລະ ການຄ້າ ກັບ ທ່ານ ຟານ ແທັງຕວນ ຜູ້ອຳຍວຍການ ທະນາຄານໄຊງ່ອນເທືອງຕິ່ນ ລາວ, ທ່ານ ສາຍຈິດ ສົມມະວົງ ຮອງຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ

ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພຸດທະວັນ ນັນທາວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ

--------------
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

21/06/2026

#ຢ່າພາດໂອກາດດີດີແບບນີ້📢🤩
👉ບັນດາວິສາຫະກິດທຸກທ່ານໃນ ສປປ ລາວ...ຫາກທ່ານມີຄວາມສົນໃຈທີ່ຈະສະເໜີຂໍທຶນສົມທົບນຳ ທສວ ແລະ ມີເງື່ອນໄຂດັ່ງລຸ່ມນີ້:
1. ເປັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື ຈນກ ທີ່ຂຶ້ນທະບຽນຕາມ ກົດໝາຍວ່າດ້ວຍວິສາຫະກິດ ຫຼື ເປັນວິສາຫະກິດຊຸມຊົນທີ່ຈັດຕັ້ງເປັນກຸ່ມ ໂດຍມີການຮັບຮອງຈາກອໍານາດການປົກຄອງຂັ້ນຕ່າງໆ ຫຼື ມີການສົ່ງເສີມຈາກຂະແໜງການກ່ຽວຂ້ອງ ຕາມລະບຽບກົດໝາຍທີ່ໄດ້ວາງອອກ;
2. ເປັນວິສາຫະກິດ ຫຼື ສະຫະກອນ, ສະມາຄົມ, ກຸ່ມຜູ້ຜະລິດ ທີ່ໄດ້ດໍາເນີນກິດຈະການມາແລ້ວຢ່າງນ້ອຍ 02 ປີ ແລະ ມີທ່າແຮງທາງດ້ານຕະຫຼາດ;
3. ເປັນ ຈນກ ຕາມທີ່ໄດ້ກໍານົດໃນ ດໍາລັດວ່າດ້ວຍການຈັດແບ່ງຂະໜາດ ຈນກ ສະບັບເລກທີ 04/ລບ, ລົງວັນທີ 12 ມັງກອນ 2023 ຫຼື ສະບັບປ່ຽນແທນໃນແຕ່ລະໄລຍະ;
4. ເປັນວິສາຫະກິດ ຫຼື ກິດຈະການ ທີ່ມີເຈົ້າຂອງວິສາຫະກິດເປັນພົນລະເມືອງລາວ 100%;
5. ດໍາເນີນກິດຈະການຜະລິດ ແລະ ການບໍລິການ, ໃນຂະແໜງບູລິມະສິດ ເຊັ່ນ: ຂະແຫນງການຜະລິດກະສິກຳ, ຫັດຖະກຳ, ການຄ້າ, ການບໍລິການດ້ານການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງກະສິກຳ ແລະ ອຸດສາຫະກຳປຸງແຕ່ງອາຫານ;
6. ຄວາມສາມາດທີ່ຈະປະກອບທຶນສົມທົບໃສ່ໃນແຜນການລົງທຶນໃນການປັບປຸງ ແລະ ຍົກລະດັບເຕັກໂນໂລຊີຂອງ ຈນກ ຕາມອັດຕາສ່ວນທີ່ໄດ້ກໍານົດໄວ້.
-----------------------
ທ່ານສາມາດດາວໂລດແບບຟອມສະເໜີຂໍທຶນນຳ ທສວ ແລະ ຂໍ້ມູນເງື່ອນໄຂຕ່າງໆ ໄດ້ເລີຍທີ່ລີ້ງດ້ານລຸ່ມນີ້: https://drive.google.com/.../1AzoBxjV...
📌ຂໍ້ມູນເພີ່ມເຕີມສາມາດຕິດຕໍ່ໄດ້ຕາມທີ່ຢູ່ຂ້າງລຸ່ມນີ້:
✅ກະຊວງອຸດສາຫະກຳ ເເລະ ການຄ້າ,
✅ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ)
✅ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ຖະໜົນໂພນໄຊ, ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
.
👉ເບີໂທ:030 5386 675
👉 https://www.facebook.com/SmePromotionFund/
👉YouTube: SME Promotion Fund
👉Application: Lao SME Fund
👉Tiktok: laosmepromotion
#ລາຍການຮອບຮູ້ເລື່ອງsme
⏰ ອອກອາກາດ ທຸກວັນສຸກ ໃນເວລາ 18:00-18:30 ເປັນຕົ້ນໄປ

"ການສະໜອງທຶນສະໜັບສະໜູນໄລຍະເລີ່ມຕົ້ນໃຫ້ແກ່ສະຕາດອັບ (Seed Funding) ໃຫ້ແກ່ 3 ທີມຊະນະເລີດ ຈາກງານ The National Start-up Fest ...
12/06/2026

"ການສະໜອງທຶນສະໜັບສະໜູນໄລຍະເລີ່ມຕົ້ນໃຫ້ແກ່ສະຕາດອັບ (Seed Funding) ໃຫ້ແກ່ 3 ທີມຊະນະເລີດ ຈາກງານ The National Start-up Fest 2026"
.................................................
ໃນຕອນບ່າຍຂອງ ວັນທີ 09 ມິຖຸນາ 2026, ທີ່ສູນນະວັດຕະກຳສຳລັບ ຈນກ ແລະ ສະຕາດອັບ (MSME and Startup Innovation Center: MSIC) ທີ່ຕຶກຊັ້ນ 5, ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງນາມໃນສັນຍາການສະໜອງທຶນ Seed Funding ແລະ ໂປແກຣມການບົ່ມເພາະສຳລັບສະຕາດອັບ (Incubation Program Signing Agreement) ໄລຍະເວລາ 6 ເດືອນ ສໍາລັບ 3 ທີມຊະນະເລີດ ຈາກງານ The National Start-up Fest 2026 ໂດຍການ ເປັນປະທານຂອງ ທ່ານ ປອ ນາງ ມະໄລຄໍາ ພິລາພອນ, ຮອງຫົວໜ້າກົມສົ່ງເສີມ ຈນກ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍ ທ່ານ ນາງ ຊອນມິນ ແບກ (Seonmin Baek) ຜູ້ຈັດການພາກສະໜາມໂຄງການ, ຜູ້ຕາງໜ້າຈາກ ກຈນກ ແລະ 3 ທີມຊະນະເລີດ ຄື: ທີມ Laligence, ທີມ Sensornode, ແລະ ທີມ Sa Ard DeeCar.
1. ທີມຊະນະເລີດ ທີ 01: ທີມ Laligence ໄດ້ຮັບ Seed Funding ມູນຄ່າ 5,000 ໂດລາສະຫະລັດ
2. ທີມຊະນະເລີດ ທີ 02: ທີມ Sensornode ໄດ້ຮັບ Seed Funding ມູນຄ່າ 3,000 ໂດລາສະຫະລັດ
3. ທີມຊະນະເລີດ ທີ 03: ທີມ Sa Ard DeeCar ໄດ້ຮັບ Seed Funding ມູນຄ່າ 2,000 ໂດລາສະຫະລັດ
ພ້ອມນັ້ນ, ທ່ານ ປອ ນາງ ມະໄລຄໍາ ພິລາພອນ ໄດ້ເນັ້ນໜັກວ່າ: ປະຈຸບັນ, ເທັກ ສະຕາດອັບ ແລະ ຈນກ ທີ່ນຳໃຊ້ນະວັດຕະກຳ ກຳລັງກາຍເປັນກຳລັງແຮງທີ່ສຳຄັນ ໃນການຂັບເຄື່ອນເສດຖະກິດ. ບັນດາ ສະຕາດອັບ ບໍ່ພຽງແຕ່ ສ້າງນະວັດຕະກຳໃໝ່ ແລະ ໂອກາດທາງທຸລະກິດເທົ່ານັ້ນ, ແຕ່ຍັງມີບົດບາດສຳຄັນ ໃນການແກ້ໄຂບັນຫາດ້ານເສດ ຖະກິດ-ສັງຄົມ ແລະ ສີ່ງແວດລ້ອມ, ການຍົກລະດັບຜະລິດຕະພາບ ແລະ ການພັດທະນາທີ່ມີສ່ວນຮ່ວມ ແລະ ຍືນຍົງ.
ສະນັ້ນ, ໂປແກຣມການບົ່ມເພາະສຳລັບສະຕາດອັບ ມີເປົ້າໝາຍຕົ້ນຕໍໃນການສົ່ງເສີມ ການນຳໃຊ້ນະວັດ ຕະກໍາ, ຄວາມເປັນຜູ້ປະກອບການ, ແລະ ການເຕີບໂຕທາງດ້ານເສດຖະກິດດິຈິຕອນ ແລະ ເສດຖະກິດສີຂຽວແບບຍືນຍົງ. ໂດຍໂປແກຣມນີ້ ໄດ້ຖືກອອກແບບມາເປັນພິເສດ ເພື່ອຊ່ວຍເຫຼືອບັນດາທີມຊະນະເລີດ ໃນການຫັນປ່ຽນຄວາມຄິດສ້າງສັນ ໃຫ້ກາຍເປັນທຸລະກິດ ແລະ ສ້າງລາຍຮັບໄດ້ຈີງ ໂດຍຜ່ານການໃຫ້ຄຳປຶກສາຢ່າງໃກ້ຊິດ (Mentorship), ການຝຶກອົບຮົມ (Coaching), ການສະໜັບສະໜູນດ້ານການພັດທະນາທຸລະກິດ ແລະ ກິດຈະ ກຳສ້າງຂີດຄວາມສາມາດຕ່າງໆ ຈາກທີມຊ່ຽວຊານຂອງ ມະຫາວິທະຍາໄລກຸກມິນ ສ.ເກົາຫຼີໃຕ້ ພາຍໃຕ້ໂຄງການ “ໂຄງການພັດທະນາຊັບພະຍາກອນມະນຸດ ດ້ານນະວັດຕະກໍາທາງດ້ານ ດິຈິຕ໋ອນ ສຳລັບ ຈນກ ຢູ່ ສປປ ລາວ” ທີ່ສະໜັບສະໜູນໂດຍ KOICA.
ນອກຈາກນີ້, ກຈນກ ຍັງຈະຊ່ວຍເສີມສ້າງຄວາມເຂັ້ມແຂງທາງດ້ານທັກສະ ແລະ ຄວາມສາມາດໃນການນຳສະເໜີແຜນທຸລະກິດ (Pitching) ແລະ ການໃຫ້ຄຳປຶກສາ (Mentoring) ໃຫ້ທັງ 03 ທີມດັ່ງກ່າວ, ເພື່ອສ້າງໃຫ້ກາຍເປັນສະຕາດອັບຕົວແທນຂອງ ສປປ ລາວ ໃນການເຂົ້າຮ່ວມການແຂ່ງຂັນສະຕາດອັບ, ກິດຈະກຳສ້າງເຄືອຂ່າຍ ແລະ ເວທີພົບປະນັກລົງທຶນ ທັງໃນລະດັບພາກພື້ນ ແລະ ສາກົນ.
#ຂ່າວເສດຖະກິດ


See less

ພິທີປິດໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືຜົນກະທົບ ແລະ ຟື້ນຟູຈາກ ໂຄວິດ-19 (M...
02/06/2026

ພິທີປິດໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືຜົນກະທົບ ແລະ ຟື້ນຟູຈາກ ໂຄວິດ-19 (MSME A2F-ESR) .......................................................MOIC....................................................................
ໃນຕອນບ່າຍຂອງວັນທີ 28 ພຶດສະພາ 2026, ທີ່ ໂຮງແຮມສຸພັດຕຣາ, ນະຄອນຫຼວງວຽງຈັນ. ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີປິດໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືຜົນກະທົບ ແລະ ຟື້ນຟູຈາກ ໂຄວິດ-19 (MSME A2F-ESR) ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຄະວີມາ ເອັນທາຣາ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ຊຶ່ງມີແຂກເຂົ້າຮ່ວມທັງໝົດຈຳນວນ 200 ທ່ານ ຈາກພາກລັດ, ພາກທຸລະກິດ, ອົງການຈັດຕັ້ງສາກົນ, ສະມາຄົມທຸລະກິດ, ທະນາຄານທຸລະກິດ, ສະຖາບັນການເງິນອື່ນ ແລະ ບັນດາຫົວໜ່ວຍ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ).
ຈຸດປະສົງຂອງພິທີດັ່ງກ່າວແມ່ນເພື່ອສະຫຼຸບຜົນສຳເລັດ ແລະ ໝາກຜົນທີ່ໄດ້ຮັບ ໃນການຈັດຕັ້ງປະຕິບັດໂຄງການ MSME A2F-ESR ຊຶ່ງເປັນໂຄງການເງິນກູ້ຢືມດອກເບ້ຍຜ່ອນຜັນຈາກທະນາຄານໂລກ ມູນຄ່າ 40 ລ້ານໂດລາສະຫະ ລັດ, ໄລຍະເວລາຈັດຕັ້ງປະຕິບັດ 05 ປີ 06 ເດືອນ. ຈຸດປະສົງໂຄງການ ເພື່ອສະໜອງທຶນໝູນວຽນ ແລະ ທຶນຄົງທີ່ໃນອັດຕາດອກເບ້ຍທີ່ເໝາະສົມ ຜ່ານສະຖາບັນການເງິນທີ່ເປັນຄູ່ຮ່ວມມື ໄປຄຽງຄູ່ກັບ ການຊ່ວຍເຫຼືອທາງດ້ານວິຊາການໃຫ້ ຈນກ, ປະກອບມີ 03 ແຜນງານຄື: 1) ການສະໜອງສິນເຊື່ອໃຫ້ ຈນກ, 2) ຄົ້ນຄວ້າອອກແບບສ້າງຕັ້ງກົນໄກຄໍ້າປະກັນສິນເຊື່ອຂອງ ສປປ ລາວ ແລະ 3) ການຊ່ວຍເຫຼືອດ້ານວິຊາການ. ຜົນສໍາເລັດຂອງໂຄງການສາມາດສັງລວມວຽກທີ່ພົ້ນເດັ່ນໄດ້ດັ່ງນີ້:
1) ສາມາດປ່ອຍສິນເຊື່ອໃຫ້ບັນດາ ຈນກ ສໍາເລັດຕາມວົງເງິນຂອງໂຄງການ 100% ເປັນມູນຄ່າ 31.76 ລ້ານໂດລາສະຫະລັດ ໄດ້ 357 ຫົວໜ່ວຍ 377 ສັນຍາ (ຜູ້ປະກອບກິດຈະການແມ່ຍິງ 192 ຫົວໜ່ວຍ ມູນຄ່າ 16.12 ລ້ານໂດລາສະຫະລັດ). ເງິນທຶນປ່ອຍກູ້ໃຫ້ ຈນກ ພາຍຫຼັງສໍາເລັດໂຄງການແລ້ວ ທຶນດັ່ງກ່າວກໍ່ຍັງຄົງຈະ
ໝູນວຽນຢູ່ໃນລະບົບເສດຖະກິດຂອງລາວ ພາຍໃຕ້ການຄຸ້ມຄອງຂອງ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງຮັບປະກັນການສົ່ງຕົ້ນທຶນຄືນຜູ້ໃຫ້ທຶນ ຕາມກໍານົດເວລາ;
2) ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ ຈນກ ໂດຍຜ່ານການຝຶກອົບຮົມ ແລະ ໃຫ້ຄໍາແນະນໍາຕົວຈິງ (mentor) ຈຳນວນ 67 ຄັ້ງ, ມີຜູ້ເຂົ້າຮ່ວມ 1,717 ທ່ານ, ຍິງ 621 ທ່ານ ແລະ ຈັດກິດຈະກຳອື່ນປິ່ນອ້ອມໃນການສົ່ງເສີມ ຈນກ ຈຳນວນ 97 ຄັ້ງມີຜູ້ເຂົ້າຮ່ວມ 3,726 ທ່ານ, ຍິງ 1,286 ທ່ານ;
3) ສ້າງຄວາມເຂັ້ມແຂງໃຫ້ເຄືອຂ່າຍຜູ້ສະໜອງບໍລິການໃຫ້ຄຳປຶກສາດ້ານການພັດທະນາທຸລະກິດ ຫຼື BDSP ເພື່ອໃຫ້ມີຊ່ຽວຊານສະເພາະດ້ານເປັນທີ່ປຶກສາແກ່ວິສາຫະກິດ;
4) ສ້າງຄວາມເຂັ້ມແຂງແກ່ທະນາຄານແຫ່ງ ສປປ ລາວ ເພື່ອສ້າງນິຕິກໍາຄຸ້ມຄອງບໍລິສັດຄໍ້າປະກັນສິນເຊື່ອ;
5) ສ້າງຄວາມເຂັ້ມແຂງໃຫ້ ກະຊວງຍຸຕິທໍາ ເພື່ອຄົ້ນຄວ້ານິຕິກໍາຜັນຂະຫຍາຍກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ ແລະ ເຜີຍແຜ່ໃຫ້ສັງຄົມໄດ້ຮັບຊາບ;
6) ສໍາຄັນທີ່ສຸດແມ່ນໄດ້ສ້າງຕັ້ງ ບໍລິສັດຄໍ້າປະກັນສິນເຊື່ອລາວ ຈໍາກັດຜູ້ດຽວ ຊຶ່ງເປັນຜະລິດຕະພັນການເງິນໃໝ່ຂອງ ສປປ ລາວ.
ພິທີປິດໂຄງການດັ່ງກ່າວ ບໍ່ແມ່ນການສິ້ນສຸດວຽກງານສົ່ງເສີມ ຈນກ, ແຕ່ແມ່ນຈຸດເລີ່ມຕົ້ນຂອງການນໍາໃຊ້ບົດຮຽນ, ຜົນສໍາເລັດ ແລະ ກົນໄກທີ່ໂຄງການໄດ້ສ້າງຂຶ້ນ ໃຫ້ກາຍເປັນພື້ນຖານສໍາລັບການຈັດຕັ້ງປະຕິບັດ ແຜນພັດທະນາ ຈນກ 2026–2030.
ຕອນທ້າຍຂອງພິທີຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ທະນາຄານໂລກ ໃນການສະໜັບສະໜູນດ້ານທຶນຮອນ, ເຕັກນິກ ແລະ ການຕິດຕາມຊຸກຍູ້ໂຄງການຈົນສໍາເລັດຕາມຄາດໝາຍ ແລະ ມອບໃບຍ້ອງຍໍໃຫ້ແກ່ 05 ທະນາຄານທີ່ເຂົ້າຮ່ວມໂຄງການ ໃນການສະໜອງສິນເຊື່ອໃຫ້ ຈນກ ຊຶ່ງປະກອບມີ: ທະນາຄານໄຊງ່ອນເທືອງຕິ່ນ ລາວ, ທະນາຄານລາວຈີນ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານມາຣູຮານເຈແປນ ລາວ ເເລະ  ທະນາຄານຫວຽດຕິນ ລາວ. ໃນນັ້ນ, ທະນາຄານໄຊງ່ອນເທືອງຕິ່ນ ລາວ ແລະ ທະນາຄານຫວຽດຕິນ ລາວ ໄດ້ຮັບລາງວັນດີເດັ່ນໃນການປ່ອຍກູ້ໃຫ້ ຈນກ.

ມີຂ່າວດີມາກບອກກກກ 🔈 ເຊີນຜູ້ປະກອບກິດຈະການແມ່ຍິງ ເຂົ້າຮ່ວມຝຶກອົບຮົມ ກ່ຽວກັບການຕະຫລາດດິຈິຕອນ 📌 ວັນທີ 21-22 ພຶດສະພາ 2026📌 ສະ...
14/05/2026

ມີຂ່າວດີມາກບອກກກກ 🔈
ເຊີນຜູ້ປະກອບກິດຈະການແມ່ຍິງ ເຂົ້າຮ່ວມຝຶກອົບຮົມ ກ່ຽວກັບການຕະຫລາດດິຈິຕອນ
📌 ວັນທີ 21-22 ພຶດສະພາ 2026
📌 ສະຖານທີ່: EDC Green Building
📌 ບໍ່ມີຄ່າໃຊ້ຈ່າຍ
📌 ມາກ່ອນ ມີສິດກ່ອນ, ບ່ອນມີຈຳນວນຈຳກັດ
📌 ສະແກນ QR ເພື່ອລົງທະບຽນ

ຈັດໂດຍ: ກົມສົ່ງເສີມ MSME
ຈັດຕັ້ງປະຕິບັດໂດຍ: EDC
ສະຫນັບສະໜູນໂດຍ: ໂຄງການ MSME A2F-ESR, ທະນາຄານໂລກ

28/02/2026

ປະກາດຮັບລາງວັນ ທຸລະກິດລາວດີເດັ່ນ Lao MSME Expo 2026

25/02/2026

(English below)
📢 [ເປີດຮັບສະໝັກແລ້ວ !] ໂອກາດສຸດພິເສດສຳລັບ MSMEs ລາວ🚀 ຮ່ວມຍົກລະດັບທຸລະກິດດ້ວຍ AI ໃນງານ Lao MSME Expo 2026 📈

XM Technovator (XMT) ຂໍເຊີນຊວນ ບັນດາບໍລິສັດ, ຜູ້ປະກອບການ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໃນ ສປປ ລາວ ເຂົ້າຮ່ວມງານ Lao MSME Expo 2026 – ເວທີແຫ່ງການລວມຕົວຄັ້ງຍິ່ງໃຫຍ່ຂອງ SME ເພື່ອຮຽນຮູ້ ແລະ ເຂົ້າຮ່ວມການເຝິກອົບຮົມພິເສດພາຍໃຕ້ໂຄງການ AIM ASEAN – ໂຄງການຍົກລະດັບ MSMEs ດ້ວຍ AI.

ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງ:
• ເພື່ອຖ່າຍທອດ 4 ໂມດູນພື້ນຖານ ທີ່ຈຳເປັນ ແລະ ເປັນບຸລິມະສິດສຳລັບການເລີ່ມຕົ້ນນຳ AI ໄປໃຊ້ໃນທຸລະກິດ.
• ເພື່ອສຶກສາ ແລະ ເຂົ້າໃຈເຖິງຄວາມຕ້ອງການ, ສິ່ງທ້າທາຍ ແລະ ໂອກາດຂອງ MSMEs ໃນການນຳ AI ໄປໃຊ້ຕົວຈິງ ເພື່ອນຳຂໍ້ມູນເຫຼົ່ານີ້ໄປພັດທະນາຫຼັກສູດ AI ໃຫ້ມີຄວາມເລິກເຊິ່ງ ແລະ ເໝາະສົມກັບແຕ່ລະຂະແໜງທຸລະກິດໃນຂັ້ນຕໍ່ໄປ.

ເນື້ອໃນການເຝິກອົບຮົມຄຸມ 4 ໂມດູນສຳຄັນ:
• Module 1: ປັນຍາປະດິດ (AI) – ພື້ນຖານ ແລະ ຕົວຢ່າງການນຳໃຊ້ໃນທຸລະກິດ
• Module 2: ເສັ້ນທາງການນຳ AI ໄປໃຊ້ – ຂັ້ນຕອນການປະຕິບັດສຳລັບເຈົ້າຂອງທຸລະກິດ
• Module 3: ການນຳໃຊ້ AI ຢ່າງມີຄວາມຮັບຜິດຊອບ – ຈັນຍາບັນ ແລະ ການກຳກັບດູແລ
• Module 4: ກອບແນວຄິດ ແລະ ປັດໃຈສຳຄັນ ເພື່ອການນຳ AI ໄປໃຊ້ໃຫ້ປະສົບຜົນສຳເລັດ

ນອກຈາກການຮຽນຮູ້ ຜູ້ເຂົ້າຮ່ວມຍັງໄດ້ຮ່ວມແລກປ່ຽນກ່ຽວກັບຄວາມຕ້ອງການ ແລະ ສິ່ງທ້າທາຍໃນການດຳເນີນທຸລະກິດ ເພື່ອລະບຸຈຸດທີ່ AI ສາມາດສ້າງມູນຄ່າເພີ່ມໃຫ້ແກ່ທຸລະກິດໄດ້ຢ່າງເປັນຮູບປະທຳ.

💡 ລາຍລະອຽດກິດຈະກຳ:
🗓️ ວັນທີ: 01 ມີນາ 2026
⏱️ ເວລາ: 10:50AM - 12:30PM
📍 ສະຖານທີ່: ສູນການຄ້າ ລາວໄອເຕັກ (ITECC EXHIBITION HALL), ນະຄອນຫຼວງວຽງຈັນ
🎯 ກິດຈະກຳຫຼັກ: ການເຝິກອົບຮົມ Practical AI for Lao MSMEs ແລະ ການວາງສະແດງງານນະວັດຕະກຳສຳລັບ SME.

ມາຮ່ວມຍົກລະດັບທຸລະກິດຂອງທ່ານໃຫ້ກ້າວທັນຍຸກດິຈິຕອນ ແລະ ເຕີບໂຕຢ່າງຍືນຍົງໄປພ້ອມກັນ!

👉 ເຂົ້າຮ່ວມຟຣີ ລົງທະບຽນໄດ້ທີ່: https://forms.gle/iHLefBxeDPJVLWnz8
⏰ ປິດຮັບສະໝັກ: 27/02/2026
-----------------------------------------------------------
📢 [Call for Participants!] A special opportunity for Lao MSMEs
🚀 Join us to upgrade your business with AI at the Lao MSME Expo 2026 📈

XM Technovator (XMT) invites all Micro, Small, and Medium Enterprises (MSMEs) and entrepreneurs in Lao PDR to participate in the Lao MSME Expo 2026. This landmark event brings together SMEs for an exclusive training session under the AIM ASEAN – AI for MSME Advancement program.

The objectives of this training program are to:
(1) to deliver the four priority introductory AI modules essential for business adoption, and
(2) to better understand the needs, challenges, and opportunities faced by MSMEs in applying AI, so these insights can be used to develop more in-depth and sector-specific AI training programmes in the next phase.

The training covered four priority modules:
• Module 1: Artificial Intelligence (AI) – Basics and Business Use Cases
• Module 2: The AI Adoption Journey – Practical Steps for Business Owners
• Module 3: Using AI Responsibly – Ethical and Governance Principles
• Module 4: Key Considerations and Framework for Successful AI Deployment

In addition to structured learning, participants actively shared their business needs and operational challenges, helping identify where AI can deliver real and measurable value. These insights will directly inform the development of more in-depth AI training programmes tailored to specific types of businesses.

💡 Event Schedule:
🗓️ Date: March 01, 2026
⏱️ Time: 10:50AM - 12:30PM
📍 Venue: Lao ITECC Exhibition Centre, Vientiane Capital
🎯 Key Activity: Practical AI for Lao MSMEs Workshop and MSME Innovation Showcase.

Don't miss this opportunity to transform your business with AI and step into the digital future!

👉 Free Entry! Reserve your seats: https://forms.gle/iHLefBxeDPJVLWnz8
⏰ Application Deadline: 27/02/2026

15/02/2026

📣 ເປີດຮັບສະໝັກທິມທຸລະກິດ ເຂົ້າຮ່ວມຄັດເລືອກ 6 ທິມສຸດທ້າຍ!
LAO MSME PITCHING BUSINESS IDEAS 2026 🔥

English Below 👇

ໂອກາດດີສຳລັບຜູ້ປະກອບການລາວ ທີ່ຕ້ອງການ “ຍົກລະດັບໄອເດຍໃຫ້ເປັນທຸລະກິດທີ່ເຕີບໂຕໄດ້ແທ້” ສະໝັກເຂົ້າຮ່ວມເພື່ອຄັດເລືອກຂຶ້ນເວທີ 6 ທິມສຸດທ້າຍ ໃນງານ LAO MSME EXPO 2026

💡 ສິ່ງທີ່ທິມຜ່ານເຂົ້າຮອບຈະໄດ້ຮັບ:
✅ ຂຶ້ນເວທີນຳສະເໜີທຸລະກິດ ຕໍ່ໜ້າຄະນະກຳມະການ ແລະ ຜູ້ເຂົ້າຮ່ວມງານ ⏱ Pitching 10 ນາທີ + Q&A 10 ນາທີ/ທິມ 🏆 ຊີງໂລ່ລາງວັນ “Outstanding Business Idea Award”

🤝 ສິດທິພິເສດ One-on-One ກັບນັກລົງທຶນ / ຜູ້ໃຫ້ທຶນ / ທະນາຄານຊັ້ນນຳ ເພື່ອຮັບຄຳປຶກສາແບບຕົວຕໍ່ຕົວ ແລະ ຕໍ່ຍອດໂອກາດທາງທຸລະກິດ

🎯 ເໝາະກັບໃຜ?
ທຸລະກິດທີ່ມີໄອເດຍຊັດເຈນ ແລະ ຕ້ອງການຂະຫຍາຍຕະຫຼາດ / ຊອກຫາແຫຼ່ງທຶນ / ຄູ່ຮ່ວມທຸລະກິດ
Startup / SME / ທຸລະກິດໃໝ່ ຫຼື ທຸລະກິດທີ່ມີຖານລູກຄ້າແລ້ວ
ທິມທີ່ມີຄວາມພ້ອມຂຶ້ນເວທີ ແລະ ສາມາດຕອບຄຳຖາມແບບມືອາຊີບ
📅 ວັນຈັດງານ (ສຳລັບ 6 ທິມທີ່ຜ່ານການຄັດເລືອກ):
📅 ວັນສຸກ, 27 ກຸມພາ 2026 | 📍 ສູນການຄ້າ ITECC (ໄອເຕັກ)

📝 ວິທີການສະໝັກ:
👉 ສະໝັກ ແລະ ສົ່ງຂໍ້ມູນທິມຜ່ານ scan QR
📌 ປິດຮັບສະໝັກ: 17 ກຸມພາ 2026
📩 ຕິດຕໍ່ສອບຖາມເພີ່ມເຕີມ: 020 22889997

📋 ຂໍ້ມູນທີ່ຕ້ອງກຽມສຳລັບການສະໝັກ (ແນະນຳ):
ຊື່ທຸລະກິດ + ຂໍ້ມູນຜູ້ຕິດຕໍ່
ບັນຫາທີ່ທ່ານແກ້ໄຂ / ກຸ່ມລູກຄ້າເປົ້າໝາຍ
ສິນຄ້າ ຫຼື ບໍລິການ + ຮູບແບບການສ້າງລາຍໄດ້
ຫຼັກຖານຄວາມຄືບໜ້າ ຫຼື ຜົນງານທີ່ຜ່ານມາ (ຖ້າມີ)
ສິ່ງທີ່ຕ້ອງການຈາກເວທີນີ້ (ທຶນ / ຄູ່ຮ່ວມທຸລະກິດ / ຄຳແນະນຳ)
🔗 ລິ້ງຟອມສະໝັກ: https://forms.gle/GnoUPi7A5d4eArja9

📣 Now Open: Applications for the Final 6 Teams!
LAO MSME PITCHING BUSINESS IDEAS 2026 🔥

A great opportunity for Lao entrepreneurs who want to turn strong ideas into businesses that can truly scale.
Apply now to be selected as one of the final 6 teams to pitch on stage at LAO MSME EXPO 2026.

What shortlisted teams will receive

✅ Pitch on stage in front of judges and attendees
⏱ 10-min Pitch + 10-min Q&A per team
🏆 Compete for the “Outstanding Business Idea Award” trophy
🤝 Exclusive One-on-One sessions with leading investors, funders, and banks
to receive direct feedback and unlock real business opportunities

Who should apply

• Businesses with a clear idea and ambition to scale / find funding / meet partners
• Startups, SMEs, early-stage businesses, or teams with initial traction
• Teams ready to pitch professionally and answer questions confidently

Event date (for the final 6 teams)

📅 Fri, 27 Feb 2026 | 📍 ITECC

How to apply

👉 Submit your application via: Scan QR
📌 Application deadline: 17 Feb 2026
📩 Contact: 020 22889997

Recommended application info
1. Business name + contact person
2. Problem + target customer
3. Product/service + revenue model
4. Traction/progress (if any)
5. What you want from this stage (funding/partners/mentorship)

Application form link: https://forms.gle/cjM9MD57heXRfqRz6

Address

Ministry Of Industry And Commerce, Vientiane Capital
Vientiane
01000

Opening Hours

Monday 08:30 - 16:00
Tuesday 08:30 - 16:00
Wednesday 08:30 - 16:00
Thursday 08:30 - 16:00
Friday 08:30 - 16:00

Telephone

+85621414064

Alerts

Be the first to know and let us send you an email when Department of Micro, Small and Medium Enterprise Promotion posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Department of Micro, Small and Medium Enterprise Promotion:

Shortcuts

Share