11/06/2025
🎓✨ ປະສົບຜົນສຳເລັດແລ້ວ!!! ✨🎓
ເປັນເວລາເຄິ່ງທົດສະວັດ ( 2020-2025) ແຫ່ງການຄົ້ນຄວ້າປະລິນຍາເອກ ດ້ວຍຄວາມມານະອົດທົນ ແລະ ພະຍາຍາມຢ່າງເຕັມທີ່, ໄດ້ອຸທິດຮ່າງກາຍ ແລະ ຈິດໃຈ ໃສ່ຢ່າງບໍ່ທໍ້ຖອຍ ຈົນມາຮອດມື້ນີ້ ຈິ່ງຂໍແຈ້ງໃຫ້ທຸກຄົນຊາບວ່າ ການປ້ອງບົດວິທິຍານິພົນປະລິນຍາເອກ ຮອບສຸດທ້າຍ ປະສົບຜົນສຳເລັດແລ້ວເນີ!!!!!!!!! 🙌📚
ຕອນນີ້ຄວາມຝັນກາຍເປັນຈິງແລ້ວ ແລະ ຂໍຂອບໃຈນຳຄອບຄົວ, ລູກ, ພີ່ນ້ອງ, ການຈັດຕັ້ງຂອງກະຊວງສຶກສາທິການ ແລະ ກິລາ, ລັດຖະບານ ສປ ຈີນ, ອາຈານທີ່ປຶກສາ, ເພື່ອນຮ່ວມງານ ແລະ ໝູ່ເພື່ອນ ທຸກຄົນທີ່ໃຫ້ ຄຳແນະນຳ, ແລະ ໃຫ້ການຊ່ວຍເຫຼືອ ຄົນຊົນນະບົດຜູ້ນີ້ມາໂດຍຕະຫຼອດ, ການໃຫ້ໂອກາດ, ການຊ່ວຍເຫຼືອ ແລະ ກຳລັງໃຈຂອງບັນດາທ່ານໄດ້ເຮັດເສັນທາງຄົ້ນຄວ້າປະລິນຍາເອກຂອງຂ້າພະເຈົ້າສຳເລັດຜົນດັ່ງທີ່ໄດ້ຕັ້ງໃຈເອົາໄວ້. 🙏❤️
ຂໍເປັນກຳລັງໃຈໃຫ້ ເພື່ອນ ປະລິນຍາເອກ 3 ທ່ານ ທີ່ບໍ່ສາມາດປ້ອງກັນຜ່ານໃນຄັ້ງນີ້, ຫວັງວ່າປີໜ້າຄົງຈະຜ່ານໄປດ້ວຍດີ, ຂໍເປັນກຳລັງໃຈໃຫ້ທຸກຄົນສູ້ຕໍ່ໄປ.
🎓 ພິທີຮັບໃບປະກາສະນິບັດ ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 20 ມິຖຸນານີ້ ແລະ ຫຼັງຈາກນັ້ນກໍ່ຈະກັບບ້ານໃນມໍ່ໆນີ້ ກໍ່ຄືໄປຮັບໃຊ້ປະເທດຊາດໃນການພັດທະນາ 🥳🎉
ຂອບໃຈທຸກການສະໜັບສະໜູນ ແລະຂໍແບ່ງປັນຄວາມສຸກນີ້ໃຫ້ທຸກຄົນ! 🇱🇦❤️🇨🇳ນັບຖອຍຫຼັງ ລໍຖ້າເຂົ້າຮ່ວມພິທີຮັບໃບປະກາສະນິບັດຢ່າງເປັນທາງການ.
#ຈົບປະລິນຍາເອກ #ຂອບໃຈ #ຈະຈົບແລ້ວເດີ #ກັບໄປຮັບໃຊ້ປະເທດຊາດ
🎓✨YES, I DID IT!!! ✨🎓
After 5 long years of dedication, sacrifice, and relentless research — I am beyond thrilled to share that I have officially PASSED my final PhD defense! 🙌📚
This moment is a dream come true. I’m incredibly grateful to my family, children, brothers and sisters, the leaders of the Ministry of Education and Sports, my government, the Chinese government, my supervisor, colleagues, and all the friends who supported and believed in an underprivileged man like me from a remote rural village throughout this journey. Your encouragement made this milestone possible.” 💖🙏
While I celebrate this achievement, my heart is also with the three fellow PhD candidates who did not pass. May their strength carry them forward to success.
🎓 My official graduation will take place on June 20th — and after that, I’ll be heading back home, full of new knowledge and inspiration to give back to my country.
I’m counting down the days to my graduation ceremony — let’s celebrate this incredible journey together! 🇱🇦❤️🇨🇳 .