Room to Read Laos

Room to Read Laos Room to Read seeks to transform the lives of millions of children in developing countries by focusin Room to Read aims to reach 40 million children by 2025.
(5)

ອົງການຣູມທູຣີດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2000 ບົນພື້ນຖານຄວາມເຊື່ອວ່າ ການປ່ຽນແປງຂອງໂລກ ເລີ່ມຈາກເດັກນ້ອຍທີ່ໄດ້ຮັບການສຶກສາ, ອົງການຣູມທູຣີດ ຕ້ອງການສ້າງໂລກທີ່ປາສະຈາກການກືກໜັງສື ແລະ ສົ່ງເສີມສິດສະເໝີພາບລະຫວ່າງຍິງ-ຊາຍ. ເພື່ອສາມາດບັນລຸເປົ້າໝາຍທີ່ວາງໄວ້ ອົງການພວກເຮົາແມ່ນໄດ້ແນ່ໃສ່ການພັດທະນາທັກສະການຮຽນຮູ້ໜັງສື ແລະ ປູກຝັງນິດໄສຮັກການອ່ານໃຫ້ແກ່ເດັກນ້ອຍໃນຊຸມຊົນທີ່ມີລາຍຮັບຕໍ່າ ແລະ ສະໜັບສະໜູນເດັກຍິງໃຫ້ຮຽນຈົບມັດທະຍົ

ມສຶກສາ ແລະ ມີທັກສະຊີວິດທີ່ເໝາະສົມ ເພື່ອສາມາດຈັດການ ແລະ ຕັດສິນໃຈກ່ຽວກັບບັນຫາສຳຄັນໃນຊີວິດຂອງຕົນ. ພວກເຮົາເຮັດວຽກຮ່ວມກັບຊຸມຊົນທ້ອງຖິ່ນ, ບັນດາອົງການຈັດຕັ້ງຕ່າງໆ ແລະ ພາກສ່ວນລັດຖະບານພັດທະນາວິທີການໃໝ່ໆ ເພື່ອຊ່ວຍປັບປຸງລະບົບການສຶກສາ ທີ່ຈະສົ່ງຜົນໄດ້ຮັບທາງບວກຕໍ່ການຮຽນຮູ້ຂອງເດັກ ເພື່ອສ້າງລະບົບທີ່ສາມາດເສີມຂະຫຍາຍຕໍ່ໄປໄດ້ໃນວົງກ້ວາງ. ມາເຖິງປັດຈຸບັນ ອົງການຣູມທູຣີດ ໄດ້ສ້າງປະໂຫຍດໃຫ້ແກ່ເດັກນ້ອຍຫຼາຍກວ່າ 32 ລ້ານຄົນ, ໄດ້ເຮັດວຽກຮ່ວມກັບ 49,000 ຊຸມຊົນ ທີ່ຢູ່ໃນ 21 ປະເທດທົ່ວໂລກ. ພ້ອມດຽວກັນ ອົງການກໍໄດ້ເພີ່ມຕື່ມການສະໜັບສະໜູນໃສ່ສື່ການຮຽນທາງໄກ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຮຽນຮູ້ນອກຫ້ອງຮຽນ. ອົງການຣູມທູຣີດໄດ້ຕັ້ງຄາດໝາຍໄວ້ວ່າຈະສ້າງປະໂຫຍດໃຫ້ແກ່ເດັກນ້ອຍໃຫ້ໄດ້ຮອດ 40 ລ້ານຄົນໃນປີ 2025 ທີ່ຈະມາເຖິງນີ້.

ອົງການຣູມທູຣີດ ໄດ້ເລີ່ມຕົ້ນປະຕິບັດວຽກງານຢູ່ໃນ ສປປ ລາວ ນັບແຕ່ປີ 2005. ອົງການຣູມທູຣີດໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດໂຄງການ ສົ່ງເສີມການສຶກສາສຳລັບເດັກນ້ອຍລາວທີ່ຜ່ານມາໃນ 12 ແຂວງ ທົ່ວປະເທດ. ປັດຈຸບັນ ອົງການຣູມທູຣີດ ກຳລັງຈັດຕັ້ງປະຕິບັດໂຄງການເພື່ອສົ່ງເສີມການສຶກສາ ຢູ່ໃນ 3 ແຂວງຄື: ຈຳປາສັກ, ອັດຕະປື ແລະ ແຂວງຫຼວງພະບາງ. Founded in 2000 on the belief that World Change Starts with Educated Children®, Room to Read is creating a world free from illiteracy and gender inequality. We are achieving this goal by helping children in historically low-income communities develop literacy skills and a habit of reading, and by supporting girls as they build skills to succeed in secondary school and negotiate key life decisions. Room to Read collaborates with local communities, partner organizations and governments to test and implement innovative models that can be integrated into the education system to deliver positive outcomes for children at scale. To date, Room to Read has benefited more than 32 million children and has worked in 21 countries and in more than 49,000 communities, with additional support through remote solutions that facilitate learning beyond the classroom. Room to Read started working in Laos since 2005. Room to Read has collaborated closely with the Ministry of Education and Sports and Related stakeholders to implement the Enhancing Education for Lao Children Project in 12 provinces. Currently, we are implementing various education improvement projects in 3 provinces, namely Luangprabang, Champasak, and Attapeu. Learn more about us at www.roomtoread.org

Address

Thaphalanxay Village, Sisattanak District, Vientiane Capital, Lao P. D. R
Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

+856305938210

Alerts

Be the first to know and let us send you an email when Room to Read Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Room to Read Laos:

Share

Our Story

ອົງການຣູມທູຣີດສ້າງຕັ້ງຂຶ້ນປີ 2000, ແມ່ນອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ແລະ ບໍ່ກ່ຽວຂ້ອງກັບສາດສະໜາ, ພວກເຮົາເຮັດວຽກຮ່ວມກັບຊຸມຊົນທ້ອງຖິ່ນ, ບັນດາອົງການຈັດຕັ້ງຕ່າງໆ ແລະ ພາກສ່ວນລັດຖະບານ ເພື່ອໃຫ້ບັນລຸເປົ້າໝາຍໃນການພັດທະນາທັກສະການຮຽນຮູ້ໜັງສື ແລະ ປູກຝັງໃຫ້ເດັກຊັ້ນປະຖົມສຶກສາ ມີນິໃສການອ່ານ ຂອງເດັກນ້ອຍຊັ້ນປະຖົມສຶກສາ, ວຽກງານດັ່ງກ່າວແມ່ນດຳເນີນໄປຄຽງຄູ່ກັບການສະໜັບສະໜຸນການສຶກສາເດັກຍິງ ໃຫ້ຮຽນຈົບຊັ້ນມັດທະຍົມສຶກສາ ແລະ ປະກອບທັກສະຊີວິດ ທີ່ເໝາະສົມໃຫ້ແກ່ພວກເຂົາ ເພື່ອໃຫ້ສາມາດປະສົບ ຜົນສຳເລັດໃນການສຶກສາ ກໍ່ຄືການດຳລົງຊີວິດ ໃນອະນາຄົດ. ປະຈຸບັນ ພວກເຮົາໄດ້ໃຫ້ການຊ່ວຍເຫລືອເດັກນ້ອຍ 10 ລ້ານຄົນ ໃນ 17,000 ຊຸມຊົນຂອງ 10 ປະເທດແຖບເອເຊັຍ ແລະ ອັບຟຼິຣກາລວມ ຄື: ປະເທດ ເນປານ, ຫວຽດນາມ, ກຳປູເຈັຍ, ອິນເດັຍ, ສີລັງກາ, ລາວ, ອັບຟຼິຣກາໃຕ້, ທັນຊາເນັຍ, ຊັມເບຍ, ແລະ ບັງກຼາເດັດ. ເປົ້າໝາຍຂອງອົງການ ໃນປີ 2020 ແມ່ນຄາດໝາຍວ່າຈະສາມາດຊ່ວຍເຫຼືອເດັກນ້ອຍພັດທະນາການສຶກສາໃຫ້ໄດ້ 15 ລ້ານຄົນ. Founded in 2000, Room to Read is a non-governmental and non-religious organization that works in collaboration with local communities, partner organizations and governments to develop literacy skills and a habit of reading among primary school children and ensure girls can complete secondary school with the skills necessary to negotiate key life decisions. Room to Read has benefited 10 million children across 17,000 communities in 10 countries around Asia and Africa including Bangladesh, Cambodia, India, Laos, Nepal, South Africa, Sri Lanka, Tanzania, Vietnam, and Zambia. We aims to reach 15 million children by 2020. Learn more at www.roomtoread.org