NDMO LAO PDR

NDMO LAO PDR National Disaster Management Office Location is Pangkham Road, Vientiane Capital, Lao PDR. Ministry of Labor and Social Welfare Building.

ລົມພະຍຸຊຸບເປີໄຕ້ຝຸ່ນ ໄຮຍັນ ໄດ້ເຄື່ອນທິດທາງອອກຈາກ ສປປ ລາວ ແລະກຳລັງເຄື່ອນໂຕໄປທາງພາກເໜືອຂອງ ສສ ຫວຽດນາມ ດ້ວຍຄວາມໄວ 160-200 ກ...
10/11/2013

ລົມພະຍຸຊຸບເປີໄຕ້ຝຸ່ນ ໄຮຍັນ ໄດ້ເຄື່ອນທິດທາງອອກຈາກ ສປປ ລາວ ແລະກຳລັງເຄື່ອນໂຕໄປທາງພາກເໜືອຂອງ ສສ ຫວຽດນາມ ດ້ວຍຄວາມໄວ 160-200 ກມ/ຊ ແລະ ຄວາມໄວການເຄື່ອນຍ້າຍ 30 ກມ/ຊ. ຄາດວ່າ ສປປ ລາວ ຈະບໍ່ຖືກກະທົບໂດຍກົງຕໍ່ລົມພະຍຸດັ່ງດ່າວ

ຕຳແໜ່ງຂອງລົມພະຍຸໄຮຍັນ ປັດຈຸບັນLocation of Super Typhoon Haiyan (now)ໃຫ້ເບີ່ງຕາມວົງມົນສີແດງ ແລະທາງໃນວົງມົນເປັນສັນຍາລັກລົມ...
09/11/2013

ຕຳແໜ່ງຂອງລົມພະຍຸໄຮຍັນ ປັດຈຸບັນ
Location of Super Typhoon Haiyan (now)
ໃຫ້ເບີ່ງຕາມວົງມົນສີແດງ ແລະທາງໃນວົງມົນເປັນສັນຍາລັກລົມພັດ (ຕຳແໜ່ງປັດຈຸບັນ)

Update Super Typhoon Haiyan now location in the sea near southern part of Vietnamອັບເດດ ລົມພະຍຸຊຸບເປີ ໄຕ້ຝຸ່ນໄຮຍັນ ປັດຈຸ...
09/11/2013

Update Super Typhoon Haiyan now location in the sea near southern part of Vietnam
ອັບເດດ ລົມພະຍຸຊຸບເປີ ໄຕ້ຝຸ່ນໄຮຍັນ ປັດຈຸບັນເຄື່ອນຕົວຮອດທະເລທາງພາກໃຕ້ຂອງຫວຽດນາມ

ຫ້ອງການຄຸ້ມຄອງໄພພິບັດແຫ່ງຊາດ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ:   ລົມພະຍຸ ຊຸບເປີໄຕ້ຝຸ່ນ  ໄຮຍັນ(Super typhoon Haiyan)  ໄດ້ກໍ...
08/11/2013

ຫ້ອງການຄຸ້ມຄອງໄພພິບັດແຫ່ງຊາດ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ລົມພະຍຸ ຊຸບເປີໄຕ້ຝຸ່ນ ໄຮຍັນ
(Super typhoon Haiyan) ໄດ້ກໍ່ຕົວຂື້ນຢູ່ທະເລຈີນໃຕ້ ແລະ ປັດຈຸບັນກຳລັງພັດຜ່ານ ປະເທດຟີລິບປິນ ດ້ວຍຄວາມໄວ 196 ກມ/ຊ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະຊັບສິນຂອງປະຊາຊົນຢ່າງຫລວງຫລາຍ ປະຊາຊົນຖືກກະທົບຈຳນວນ 125,604 ຄົນ, ຕັ້ງສູນຍົກຍ້າຍ 109 ສູນ ໃນ 22 ແຂວງ, ລົມພະຍຸດັ່ງກ່າວຍັງຈະສືບຕໍ່ເຄື່ອນຕົວ ແລະຄາດວ່າຈະເຂົ້າເຖີງຝັງທາງໃຕ້ຂອງ ສສ ຫວຽດນາມ ແລະ ສປປ ລາວ ໃນຂອບເຂດທົ່ວປະເທດ ໃນວັນທີ 10-11 ພະຈິກ 2013 ນີ້ ດ້ວຍຄວາມໄວ 115 ກມ/ຊ ແລະ ຈະຄ່ອຍໆອ່ອນແຮງລົງ ເຊິ່ງລົມພະຍຸດັ່ງກ່າວຈະເຮັດໃຫ້ເກີດມີລົມພັດແຮງ ແລະຝົນຕົກປານກາງ ຫາ ຕົກຫນັກ ຢູ່ບາງທ້ອງຖິ່ນ ແລະອາດຈະເກີດມີນ້ຳຖ້ວມກະທັນຫັນໄດ້.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ພີ່ນ້ອງປະຊາຊົນ ຕິດຕາມຂ່າວແຈ້ງເຕື່ອນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ສື່ຕ່າງໆ ເຊັ່ນ: ໂທລະພາບ, ວິທະຍຸ, Facebook fanpage : NDMO LAO PDR, ເວັບໄຊກົມອຸຕຸນິຍົມ ແລະອຸທົກກະສາດ http://dmhlao.etllao.com/ .

ງານຝຶກຊ້ອມເຫດການໄພພິບັດສຸກເສີນ ອາຊຽນ ຈັດຂື້ນທີ່ ຮ່າໂນຍ ຫວຽດນາມ ໃນວັນທີ 19-24 ຕຸລາ 2013
01/11/2013

ງານຝຶກຊ້ອມເຫດການໄພພິບັດສຸກເສີນ ອາຊຽນ ຈັດຂື້ນທີ່ ຮ່າໂນຍ ຫວຽດນາມ ໃນວັນທີ 19-24 ຕຸລາ 2013

ນາຣິ ກຳລັງຈະເຄື່ອນເຂົ້າຮອດຝັງແລ້ວ ໃຜທີ່ອາໃສ່ຢູ່ໃນເຂດຄວາມສ່ຽງ ໃຫ້ມີສະຕິລະມັດລະວັງຕົວແດ່ເດີ ໂດນສະເພາະພາກໃຕ້ ແລະພາກກາງ
14/10/2013

ນາຣິ ກຳລັງຈະເຄື່ອນເຂົ້າຮອດຝັງແລ້ວ ໃຜທີ່ອາໃສ່ຢູ່ໃນເຂດຄວາມສ່ຽງ ໃຫ້ມີສະຕິລະມັດລະວັງຕົວແດ່ເດີ ໂດນສະເພາະພາກໃຕ້ ແລະພາກກາງ

ເຕື່ອນໄພລົມພະຍຸ ໄຕ້ຝຸ່ນ ນາຣິ ຄາດວ່າຈະຂື້ນຟັງຂອງ ສສ ຫວຽດນາມ ໃນວັນທີ 14 ຕຸລາ 2013 ແລະ ຈະເຮັດໃຫ້ເກີດມີຝົນຕົກໜັກທາງພາກໃຕ້ ແລ...
14/10/2013

ເຕື່ອນໄພລົມພະຍຸ ໄຕ້ຝຸ່ນ ນາຣິ ຄາດວ່າຈະຂື້ນຟັງຂອງ ສສ ຫວຽດນາມ ໃນວັນທີ 14 ຕຸລາ 2013 ແລະ ຈະເຮັດໃຫ້ເກີດມີຝົນຕົກໜັກທາງພາກໃຕ້ ແລະ ພາກກາງ ຂອງ ສປປ ລາວ.

ໃນວັນທີ 24 ກັນຍາ 2013 ໄດ້ເປີດ ກອງປະຊຸມຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ຮອງນາຍົກລັະຖະມ...
12/10/2013

ໃນວັນທີ 24 ກັນຍາ 2013 ໄດ້ເປີດ ກອງປະຊຸມຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ຮອງນາຍົກລັະຖະມົນຕີ, ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ, ປະທານຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດແຫ່ງຊາດ ແລະ ມີຮອງປະທານ ແລະ ຄະນະກຳມະການເຂົ້າຮ່ວມ. ກອງປະຊຸມດັ່ງກ່າວແມ່ນເພື່ອປຶກສາຫາລືວິທີການແກ້ໄຂໄພນ້ຳຖ້ວມທີ່ເກີດຂື້ນໃນພາກເໜືອ ແລະພາກໃຕ້.

ຂອບເຂດທີ່ຄາດວ່າລົມພະຍຸໄຕ້ຝຸ່ນ ນາຣິ ຈະພັດຜ່ານ ຜູ້ທີ່ອາໃສຢູ່ໃນຂອບເຂດຕ່າງໆຈົ່ງລະວັງ
12/10/2013

ຂອບເຂດທີ່ຄາດວ່າລົມພະຍຸໄຕ້ຝຸ່ນ ນາຣິ ຈະພັດຜ່ານ ຜູ້ທີ່ອາໃສຢູ່ໃນຂອບເຂດຕ່າງໆຈົ່ງລະວັງ

ເຕື່ອນລົມພະຍຸໄຕ້ຝຸ່ນ ນາຣິ ຄາດວ່າໃນວັນທີ 14-16/10/2013 ລົມພະຍຸຈະເຂົ້າເຖິງຝັງ ສສ ຫວຽມນາມ ແລະ ສປປ ລາວ ທາງພາກກາງ ຫາ ພາກໃຕ້ ເ...
12/10/2013

ເຕື່ອນລົມພະຍຸໄຕ້ຝຸ່ນ ນາຣິ ຄາດວ່າໃນວັນທີ 14-16/10/2013 ລົມພະຍຸຈະເຂົ້າເຖິງຝັງ ສສ ຫວຽມນາມ ແລະ ສປປ ລາວ ທາງພາກກາງ ຫາ ພາກໃຕ້ ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ຈະເຮັດໃຫ້ລະດັບແມ່ນ້ຳສູງຂື້ນ. ປະຊາຊົນທີ່ອາໃສ່ຢູ່ແຂວງພາກກາງ ຫາ ພາກໃຕ້ຂອງ ສປປ ລາວ ຈົ່ງລະມັດລະວັງ ມີສະຕິລະວັງຕົວ ຕິດຕາມຂ່າວເປັນປົກກະຕິ. ປະຊາຊົນທີ່ໄດ້ເກັບກ່ຽວເຂົ້ານາ ກໍໃຫ້ຮີບຮ້ອນເກັບມ້ຽນ ແລະ ຍົກຍ້າຍວັດຖຸສິ່ງຂອງໄປຢູ່ບ່ອນທີ່ປອດໄພ.

ອັບເດດລົມພະຍຸວູຕິບ ວັນທີ 10 ຕຸລາ 2013 ປັດຈຸບັນຈຸດສູນກາງຢູ່ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ໃຫ້ລະມັດລະວັງຕໍ່ກັບນ້ຳຖ້ວມ ແລະ ດິນ...
01/10/2013

ອັບເດດລົມພະຍຸວູຕິບ ວັນທີ 10 ຕຸລາ 2013 ປັດຈຸບັນຈຸດສູນກາງຢູ່ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ໃຫ້ລະມັດລະວັງຕໍ່ກັບນ້ຳຖ້ວມ ແລະ ດິນເຈື່ອນ.
Tropical Storm Wutip update 01 October 2013 now the centre is Khammouan and Bolikhamxay Provinces, Please prepared before flooding.

Tropical Storm Twenty has been developing into Tropical Storm WUTIP over South Cina Sea.  This Tropical Storm can bring ...
28/09/2013

Tropical Storm Twenty has been developing into Tropical Storm WUTIP
over South Cina Sea. This Tropical Storm can bring wind gust up to 157 km/h
and will bring significant amount of rain. The storm is expected to pass over Viet Nam early on Sunday 29 September 2013 and Lao PDR 29-30 September.
ລົມພະຍຸດີເປຣຊັນຫົວທີ່ 20 ໄດ້ພັດທະນາຈົນເກີດເປັນລົມພະຍຸແຮງຂື້ນ ຊື້ Wutip ເຊິ່ງມີຈຸດສູນກາງຢູ່ທະເລຈີນໃຕ້ ພະຍຸດັ່ງກ່າວມີຄວາມໄວ 157 ກິໂລແມັດ ຕໍ່ຊົວໂມງ, ພະຍຸ WUTIP ຄາດວ່າຈະເຄື່ອນເຂົ້າຝັ່ງປະເທດ ສສ ຫວຽດນາມໃນຕອນເຊົ້າວັນທີ 29 ກັນຍາ 2013 ແລະ ຄາດວ່າຈະຮອດ ທາງພາກໃຕ້ ແລະ ພາກກາງ ຂອງ ສປປ ລາວໃນວັນດ່ຽວກັນ ແລະ ວັນທີ 30 ກັນຍາ 2013. ໃຫ້ປະຊາຊົນລະມັດຕະວັງຕໍ່ການອາດເກີດນ້ຳຖ້ວມໄດ້.

Address

Pangkham Road
Vientiane

Website

Alerts

Be the first to know and let us send you an email when NDMO LAO PDR posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to NDMO LAO PDR:

Share