02/09/2026
#ປະທານອົງການກາແດງແຫ່ງຊາດລາວຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລາຊະທູດແຫ່ງຣາຊາອານາຈັກໄທ ປະຈຳ ສປປ ລາວ.............................................................
ໃນວັນທີ 2 ກັນຍາ 2026 ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄຣອງຂະນິດ ຮັກຈະເລີນ, ເອກອັກຄະລາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.
ໃນໂອກາດທີ່ມາຢ້ຽມຂ່ຳນັບ ແລະ ພົບປະປຶກສາຫາລືໃນຄັ້ງນີ້, ທ່ານ ປະທານອົງການກາແດງແຫ່ງຊາດລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຂ່ຳນັບຂອງ ທ່ານ ເອກອັກຄະລາຊະທູດ ແຫ່ງຣາຊາອານາຈັກ ໄທ ປະຈຳ ສປປ ລາວ. ທັງສອງຝ່າຍໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນທິດທາງການສົ່ງເສີມການຮ່ວມມືສອງຝ່າຍ ໂດຍສະເພາະການເພີ່ມທະວີວຽກງານກາແດງລາວເຊັ່ນ: ການຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພພິບັດ, ວຽກງານປຸກລະດົມບໍລິຈາກເລືອດ, ແລະ ການພັດທະນາສັກກະຍະພາບຂອງບຸກຄະລາກອນໃນວຽກງານກາແດງ ແລະ ວຽກງານອື່ນໆ ເພື່ອເສີມສ້າງຄວາມຮັດແໜ້ນສາຍສຳພັນມິດຕະພາບ ແລະ ການຮ່ວມມືກັບບັນດາກາແດງແຂວງທີ່ມີຊາຍແດນຕິດຈອດກັນ.
ໂອກາດດັ່ງກ່າວ, ທ່ານ ນາງ ຄຣອງຂະນິດ ຮັກຈະເລີນ ກໍໄດ້ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ປະທານອົງການກາແດງແຫ່ງຊາດລາວ ພ້ອມຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບອົງການກາແດງແຫ່ງຊາດລາວ ຢ່າງໃກ້ຊິດ ເພື່ອຊຸກຍູ້ວຽກງານກາແດງຂອງທັງສອງປະເທດໃຫ້ມີຄວາມເຕີບໃຫຍ່ຂະຫຍາຍໂຕ ແລະ ເກີດປະໂຫຍດສູງສຸດແກ່ປະຊາຊົນທັງສອງຊາດ ລາວ-ໄທ.
----------------------
ອັບເດດຂໍ້ມູນໃໝ່ໆກ່ຽວກັບ ອົງການກາແດງແຫ່ງຊາດລາວໄດ້ທີ່:
* Fanpage: https://www.facebook.com/LaoRedCrossSociety
* Website: https://www.laoredcross.org.la
* ໂທລະສັບ: +85621 216610, 250 000
* ລາຍການວິທະຍຸ: FM 103.7 Mhz, 9-10ໂມງ ທຸກວັນອາທິດ. See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less