TVED.gov.la the Technical Vocational Education & Training Department (TVED) of the Ministry of Education and Sports, Lao PDR

ກອງປະຊຸມຖອດຖອນບົດຮຽນສຸດທ້າຍ ກ່ຽວກັບ ການຈັດຕັ້ງປະຕິບັດ ໂຄງການສ້າງວິຊາຊີບ-ສ້າງອະນາຄົດ (Skills4Work) ແລະ ປິດການທົດລອງການຝຶກ...
05/06/2026

ກອງປະຊຸມຖອດຖອນບົດຮຽນສຸດທ້າຍ ກ່ຽວກັບ ການຈັດຕັ້ງປະຕິບັດ ໂຄງການສ້າງວິຊາຊີບ-ສ້າງອະນາຄົດ (Skills4Work) ແລະ ປິດການທົດລອງການຝຶກອົບຮົມ ຫົວຂໍ້: ທັກສະຊີວິດ

ໃນວັນທີ 05 ມິຖຸນາ 2026, ທີ່ ໂຮງແຮມສຸພັດຕຣາ, ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມຖອດຖອນບົດຮຽນສຸດທ້າຍ ກ່ຽວກັບ ການຈັດຕັ້ງປະຕິບັດ ໂຄງການສ້າງວິຊາຊີບ-ສ້າງອະນາຄົດ (Skills4Work) ແລະ ປິດການທົດລອງການຝຶກອົບຮົມ ຫົວຂໍ້: ທັກສະຊີວິດ
ໂດຍການເປັນປະທານຂອງ ທ່ານ ວິໄລພອນ ພົມມະຫາໄຊ, ຫົວໜ້າກົມອາຊີວະສຶກສາ ແລະ ປະທານຮ່ວມໂດຍ ທ່ານ ບຸນຍົງ ແກ້ວບົວພັນ, ຮອງຜູ້ອໍານວຍການ ສະຖາບັນພັດທະນາສີມືແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ສົມຈິດ ດວງປັນຍາ, ຫົວໜ້າພັດທະນາແຜນງານໂຄງການສ້າງວິຊາຊີບ-ສ້າງອະນາຄົດ, ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ.

02/06/2026

ງານແຂ່ງຂັນທັກສະວິຊາຊີບ ເຄືອຂ່າຍ 8 ແຂວງພາກເໜືອ ຄັ້ງທີ VI ໃນວັນທີ 28 ພຶດສະພາ 2026 ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຫຼວງນ້ຳທາ

ສາມອົງການຈັດຕັ້ງມະຫາຊົນ ກົມອາຊີວະສຶກສາ ສ້າງຂະບວນການປູກຕົ້ນໄມ້ ສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຄົບ...
31/05/2026

ສາມອົງການຈັດຕັ້ງມະຫາຊົນ ກົມອາຊີວະສຶກສາ ສ້າງຂະບວນການປູກຕົ້ນໄມ້ ສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຄົບຮອບ 46 ປີ

ໃນວັນທີ 31 ມິຖຸນາ 2026 ສາມອົງການຈັດຕັ້ງມະຫາຊົນ ກົມອາຊີວະສຶກສາ ໄດ້ສ້າງຂະບວນການປູກຕົ້ນໄມ້ ສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຄົບຮອບ 46 ປີ ຢ່າງຟົດຟື້ນ ຢູ່ທີ່ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ນຳພາໂດຍ ທ່ານ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ

ໃນການສ້າງຂະບວນການໃນຄັ້ງນີ້ ບັນດາພະນັກງານ ສາມອົງການຈັດຕັ້ງມະຫາຊົນ ກົມອາຊີວະສຶກສາ ໄດ້ພ້ອມກັນ ປູກຕົ້ນໄມ້ຕາມຈຸດຕ່າງໆ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຄົບຮອບ 46 ປີ ພາຍໃຕ້ຄໍາຂັວນ “ໜຶ່ງຄົນ ໜຶ່ງຕົ້ນ” ຄຊປປລ ກະຊວງສຶກສາທິການ ແລະ ກິລາ.

ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2026 ກົມອາຊີວະສຶກສາ ຮ່ວມກັບ ອົງການມູນນິທິດູແລປິ່ນປົວພະຍາດເອດ (AHF Laos) ໄດ້ຈັດພິທີສະເຫຼີມສ...
30/05/2026

ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2026 ກົມອາຊີວະສຶກສາ ຮ່ວມກັບ ອົງການມູນນິທິດູແລປິ່ນປົວພະຍາດເອດ (AHF Laos) ໄດ້ຈັດພິທີສະເຫຼີມສະຫຼອງວັນສົ່ງເສີມສຸຂະພາບໃນວັນມີຮອບເດືອນສາກົນ ແລະ ໃຫ້ຄວາມຮູ້ໃນການປ້ອງກັນເຊື້ອພະຍາດເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສຳພັນ ໃຫ້ແກ່ນັກຮຽນ, ນັກສຶກສາ ທີ່ ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ

29/05/2026

ກອງປະຊຸມສະຫຼຸບວຽກງານປະກັນຄຸນນະພາບ ປະຈຳສົກຮຽນ 2025-2026 ແລະວາງທິດທາງແຜນການ ສົກປີ 2026-2027​ ຂອງເຄືອຂ່າຍປະກັນຄຸນນະພາບ 8​ ແຂວງພາກເໜືອ ທີ່ວິທະຍາໄລເຕັກນິກ-ວິຊາຊີບ​ແບບ​ປະສົມ​ ແຂວງຫຼວງນ້ຳທາ

ງານແຂ່ງຂັນທັກສະວິຊາຊີບ ເຄືອຂ່າຍ 8 ແຂວງພາກເໜືອ ຄັ້ງທີ VI ໃນວັນທີ 28 ພຶດສະພາ 2026 ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຫຼວ...
29/05/2026

ງານແຂ່ງຂັນທັກສະວິຊາຊີບ ເຄືອຂ່າຍ 8 ແຂວງພາກເໜືອ ຄັ້ງທີ VI ໃນວັນທີ 28 ພຶດສະພາ 2026 ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຫຼວງນ້ຳທາ

ໃນຕອນເຊົ້າ ວັນທີ 28 ພຶດສະພາ 2026 ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຫຼວງນໍ້າທາ ໄດ້ມີງານແຂ່ງຂັນທັກສະວິຊາຊີບ ເຄືອຂ່າຍ 8 ແຂວງພາກເໜືອ ຄັ້ງທີ VI, ພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຄະນະປະຈໍາພັກກະຊວງ ຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ເປັນກຽດເຂົ້າຮ່ວມໂດຍ, ທ່ານ ສຸພັດ ຄ່າຍຄໍາ ປະທານ ເຄືອຂ່າຍ 8 ແຂວງພາກເໜືອ, ທ່ານ ປັນຍາ ຈັນທະວົງ ຄະນະພັກກະຊວງ ຫົວໜ້າກົມປະກັນຄຸນນະພາບການສືກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງພິດ ແກ້ວປະເສີດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຮອງປະທານສະພາທີປຶກສາ, ທ່ານ ປອ ຈັບ ວົງທະວີ ຜູ້ອຳນວຍການໂຮງຮຽນ ທັງເປັນຮອງປະທານ ສະພາທີປຶກສາ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງຫຼວງນໍ້າທາ, ມີບັນດາທ່ານ ຫົວໜ້າພະແນກ, ຮອງຫົວໜັາພະແນກ ແລະ ພະນັກງານວິຊາການ ກົມອາຊີວະສຶກສາ, ຜູ້ອຳນວຍການ, ຮອງຜູ້ອຳນວຍການ, ຕ່າງໜ້າໂຄງການ, ອຳນາດການປົກຄອງບ້ານ, ປະທານນັກທຸລະກິດໜຸ່ມ, ສະພາການຄ້າແຂວງ, ຜູ້ປະກອບການພາກລັດ ແລະ ເອກະຊົນ, ຜູ້ອຳນວຍການວິທະຍາໄລຄູ, ສະຖານອາຊີວະສຶກສາ 8 ແຂວງ 9 ສະຖານການສຶກສາພາກເໜືອ,ຜູ້ອຳນວຍການ ໂຮງຮຽນມັດທະຍົມສົມບຸນ, ຫົວໜ້າພາກ, ພະແນກວິຊາການ ແລະ ພະນັກງານຄູອາຈານພ້ອມດ້ວຍນັກສຶກສາ ກໍ່ເປັນກຽດເຂົ້າຮວ່ມຢ່າງພ້ອມພຽງ
ໃນພິທີດັ່ງກ່າວ ທ່ານ ວິໄລພອນ ພົມມະຫາໄຊ ຄະນະປະຈໍາພັກກະຊວງ ຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ໂດຍຕາງໜ້າຄະນະພັກກະຊວງ ກໍໄດ້ມອບປຶ້ມແບບຮຽນຊັ້ນມັດທະຍົມ, ປຶ້ມຂຽນ, ບິກ ແລະ ສໍ ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ແລະ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງຫຼວງນໍ້າທາ, ຮັບໂດຍ ທ່ານ ທອງພິດ ແກ້ວປະເສີດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຮອງປະທານສະພາທີປຶກສາ, ທ່ານ ປອ ຈັບ ວົງທະວີ ຜູ້ອຳນວຍການໂຮງຮຽນ ທັງເປັນຮອງປະທານ ສະພາທີປຶກສາ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງຫຼວງນໍ້າທາ.

ກອງປະຊຸມສະຫຼຸບວຽກງານປະກັນຄຸນນະພາບ ປະຈຳສົກຮຽນ 2025-2026 ແລະວາງທິດທາງແຜນການ ສົກປີ 2026-2027 ຂອງເຄືອຂ່າຍປະກັນຄຸນນະພາບ 8 ແຂວ...
29/05/2026

ກອງປະຊຸມສະຫຼຸບວຽກງານປະກັນຄຸນນະພາບ ປະຈຳສົກຮຽນ 2025-2026 ແລະວາງທິດທາງແຜນການ ສົກປີ 2026-2027 ຂອງເຄືອຂ່າຍປະກັນຄຸນນະພາບ 8 ແຂວງພາກເໜືອ ໃນວັນທີ 27-28 ພຶດສະພາ 2026ທີ່ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມ ແຂວງຫຼວງນ້ຳທາ

ໃນຕອນເຊົ້າ ເວລາ 8:30 ໂມງ ຂອງວັນທີ 27 ພຶດສະພາ 2026 ທີ່ຫ້ອງປະຊຸມ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຫຼວງນໍ້າທາ ໄດ້ມີກອງປະຊຸມສະຫຼຸບວຽກງານປະກັນຄຸນນະພາບ ປະຈຳສົກຮຽນ 2025-2026 ແລະ ວາງທິດທາງແຜນການ ສົກປີ 2026-2027 ຂອງເຄືອຂ່າຍປະກັນຄຸນນະພາບ 8 ແຂວງພາກເໜືອ ພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຄະນະປະຈໍາພັກກະຊວງ ຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ
ເປັນກຽດເຂົ້າຮ່ວມເປັນປະທານຮ່ວມໂດຍ, ທ່ານ ສຸພັດ ຄ່າຍຄໍາ ປະທານ ເຄືອຂ່າຍ 8 ແຂວງພາກເໜືອ, ທ່ານ ປັນຍາ ຈັນທະວົງ ຄະນະພັກກະຊວງ ຫົວໜ້າກົມປະກັນຄຸນນະພາບການສືກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງພິດ ແກ້ວປະເສີດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ, ມີບັນດາທ່ານ ຮອງປະທານເຄືອຂ່າຍ, ຫົວໜ້າພະແນກບໍລິຫານຄົ້ນຄ້ວາສັງລວມ, ພະແນກກວດກາ, ຕິດຕາມ ແລະ ປະເມີນຜົນ ກົມອາຊີວະສືກສາ, ຜູ້ຕາງໜ້າກົມປະກັນຄຸນນະພາບ, ຫົວໜ້າພະແນກ, ຮອງຫົວໜັາພະແນກ ແລະ ພະນັກງານວິຊາການ ຈາກກົມອາຊີວະສຶກສາ, ສະຖາບັນພັດທະນາອາຊີວະສຶກສາ, ຕາງໜ້າຂະແໜງອາຊີວະສຶກສາ, ຜູ້ຕາງໜ້າຈາກໂຄງການ LAO PSG, VELA III, VTESS, ຜູ້ອໍານວຍການ, ຮອງຜູ້ອໍານວຍການ, ພະນັກງານຄູອາຈານ ຈາກວິທະຍາໄລ/ໂຮງຮຽນ ອາຊີວະສຶກສາ 9 ແຫ່ງ ໃນເຄືອຂ່າຍ 8 ແຂວງພາກເໜືອ ເຂົ້າຮ່ວມ

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາ ທິການ​ ແລະ​ ກິລາ ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດສາມອົງການຈັ...
27/05/2026

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາ ທິການ​ ແລະ​ ກິລາ ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ໃນວັນທີ 26 ພຶດສະພາ 2026 ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມໂຄສະນາອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ສະຫາຍ ປອ ປະສິດທິຜົນ ພອນວັນທາ ຄະນະປະຈຳ, ຄະນະບໍລິຫານງານຊາວໜຸ່ມ ສສກ ແລະ ສະຫາຍ ສຸວັນນີ ດວງສະໝອນ ຄະນະພັກຮາກຖານ, ທັງເປັນເລຂາຊາວໜຸ່ມວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະຮັບຜິດຊອບ, ຄູ-ອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ.

ການຈັດງານໃນຄັ້ງນີ້, ກໍເພື່ອເປັນການຈັດຕັ້ງສະເຫຼີມສະຫຼອງສາມວັນປະຫວັດສາດຂອງຊາດ ແລະ ຂອງພັກ ປີ 2025 ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 70 ປີ (22/3/1955-22/3/2025); ວັນສະຖາປະນາ ສປປ ລາວ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ 105 ປີ (13/12/1920-13/12/2025) ແລະ ຂໍ່ານັບຮັບຕ້ອນ ແລະ ຊົມເຊີມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ.

ຜ່ານການແຂ່ງຂັນດ້ວຍບັນຍາກາດຟົດຟື້ນ ຜົນປະກົດວ່າ: ຖາມ-ຕອບວິທະຍາສາດ ອັນດັບທີ 1 ໄດ້ແກ່ ທີມ ສາຂາຕິດຕັ້ງໄຟຟ້າອາຄານ, ອັນດັບທີ 2 ທີມສາຂາເຕັກໂນໂລຊີລົດຍົນ ແລະ ອັນດັບທີ 3 ທີມສາຂາໄຟຟ້າເຕັກນິກ.ສຳລັບປະເພດຂອງລາງວັນ ອັນດັບທີ 1 ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 1 ລ້ານກີບ ແລະ ໃບຍ້ອງຍໍ; ອັນດັບທີ 2 ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 7 ແສນກີບ ແລະ ໃບຍ້ອງຍໍ; ອັນດັບທີ 3 ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 5 ແສນກີບ ແລະ ໃບຍ້ອງຍໍ.

ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

ກອງປະຊຸມກຳນົດ (ຮ່າງ) ໂຄງສ້າງ ແລະ ເນື້ອໃນ ກົດໝາຍວ່າດ້ວຍອາຊີວະສຶກສາໃນວັນທີ 25-29 ພຶດສະພາ 2026 ໄດ້ມີກອງປະຊຸມກຳນົດ (ຮ່າງ) ໂຄ...
26/05/2026

ກອງປະຊຸມກຳນົດ (ຮ່າງ) ໂຄງສ້າງ ແລະ ເນື້ອໃນ ກົດໝາຍວ່າດ້ວຍອາຊີວະສຶກສາ

ໃນວັນທີ 25-29 ພຶດສະພາ 2026 ໄດ້ມີກອງປະຊຸມກຳນົດ (ຮ່າງ) ໂຄງສ້າງ ແລະ
ເນື້ອໃນກົດໝາຍ ວ່າດ້ວຍອາຊີວະສຶກສາ ທີ່ຫ້ອງປະຊຸມ ຣີສອດນາປ່າກວາງ, ທ່າລາດ, ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຕິ່ງຄຳ ສຸລິນທາ ຮອງຫົວໜ້າກົມອາຊີວະສຶກສາ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.

ພິທີປະກາດຍົກລະດັບ ໂຮງຮຽນເຕັກນິກ-ວິຊາຊີບ ບໍລິຄໍາໄຊ ຂຶ້ນເປັນ ວິທະຍາໄລ ເຕັກນິກ-ວິຊາຊີບແຂວງບໍລິຄຳໄຊ ໃນວັນທີ 22 ພຶດສະພາ 2026ໃ...
23/05/2026

ພິທີປະກາດຍົກລະດັບ ໂຮງຮຽນເຕັກນິກ-ວິຊາຊີບ ບໍລິຄໍາໄຊ ຂຶ້ນເປັນ ວິທະຍາໄລ ເຕັກນິກ-ວິຊາຊີບແຂວງບໍລິຄຳໄຊ ໃນວັນທີ 22 ພຶດສະພາ 2026

ໃນວັນທີ 22 ພຶດສະພາ 2026 ໄດ້ມີພິທີປະກາດຍົກລະດັບ ໂຮງຮຽນເຕັກນິກ-ວິຊາຊີບ ບໍລິຄໍາໄຊ ຂຶ້ນເປັນ ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງບໍລິຄໍາໄຊ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ປະລີນຍາເອກ
ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ບໍລິຄໍາໄຊ,
ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ,
ທ່ານ ວິໄລພອນ ພົມມະຫາໄຊ ກໍາມະການປະຈໍາພັກກະຊວງ, ຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂພເພັດ
ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ທອງໃບ ທອງໃສ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ບໍລິຄັນ
ກໍ່ໃຫ້ກຽດເຂົ້້າຮ່ວມ
ນອກຈາກນັ້ນ ຍັງມີບັນດາທ່ານ ກຳມະການພັກແຂວງ, ຫົວໜ້າກົມ/ຮອງຫົວໜ້າກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ການນໍາພັກ-ລັດ, ພະນັກງານອາວຸໂສບໍານານ, ຫົວໜ້າພະແນກ, ຮອງພະແນກອ້ອມຂ້າງແຂວງ, ປະທານສະພາການຄ້າ ແລະ ອຸດສະຫະກໍາແຂວງ, ຫົວໜ້າພະແນກ, ຮອງພະແນກ ກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ,
ຜູ້ອຳນວຍການ/ຮອງຜູ້ອໍານວຍການຈາກສະຖານອາຊີວະສຶກສາ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ , ຕົວແທນຈາກພາກທຸລະກິດ, ຄະນະອໍານວຍການໂຮງຮຽນສາມັນ, ອໍານາດການປົກຄອງບ້ານ, ພ້ອມທັງຄະນະອຳນວຍການ, ພະນັກງານຄູ-ອາຈານທັງໝົດ ຈາກວິທະຍາໄລເຕັກນິກ-ວິຊາຊີບ ແຂວງ ບໍລິຄໍາໄຊ, ກໍ່ເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.

Address

Lane Xang Avenue Vientiane Lao People's Democratic Republic
Vientiane

Website

Alerts

Be the first to know and let us send you an email when TVED.gov.la posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share