Green Community Alliance ເຄືອຂ່າຍສະມາຄົມຊຸມຊົນສີຂຽວ

Green Community Alliance ເຄືອຂ່າຍສະມາຄົມຊຸມຊົນສີຂຽວ Green Community Alliance (GCA) is a local non-profit association based in Vientiane, Lao PDR

GCA = Strengthening multi - stakeholder Engagement into development policies

[English Below]✨ ສຽງຂອງຊຸມຊົນຄືຫົວໃຈສຳຄັນ! GCA ລົງພື້ນທີ່ 6 ບ້ານເປົ້າໝາຍ ຈັດກິດຈະກຳ FPIC ແລະ ວິເຄາະບົດບາດຍິງ-ຊາຍ 🌱👥ສືບເນ...
23/07/2026

[English Below]
✨ ສຽງຂອງຊຸມຊົນຄືຫົວໃຈສຳຄັນ! GCA ລົງພື້ນທີ່ 6 ບ້ານເປົ້າໝາຍ ຈັດກິດຈະກຳ FPIC ແລະ ວິເຄາະບົດບາດຍິງ-ຊາຍ 🌱👥

ສືບເນື່ອງຈາກການກະກຽມຄວາມພ້ອມຂັ້ນເມືອງ, ໃນລະຫວ່າງວັນທີ 15-18 ກໍລະກົດ 2026, ທີມງານ GCA ໄດ້ສືບຕໍ່ລົງພື້ນທີ່ຈັດກອງປະຊຸມປຶກສາຫາລືຂັ້ນບ້ານ ຢູ່ທີ່ ເມືອງ ຄົງເຊໂດນ (ບ້ານຄັນທຸງໄຊ, ບ້ານມ່ວງຊຸມ, ບ້ານຄຳຕື້) ແລະ ເມືອງ ລະຄອນເພັງ (ບ້ານໂຮງສາຍທອງ, ບ້ານນາໜອງຍາວ, ບ້ານທ່າຄັນຊຸມຊົວ), ທີ່ແຂວງສາລະວັນ ພາຍໃຕ້ໂຄງການ ToPP ທີ່ໄດ້ຮັບການສະໜັບສະໜູນທຶນຈາກອົງການ WWF-Laos.

ການລົງພື້ນທີ່ຄັ້ງນີ້ ແມ່ນເພື່ອຮັບປະກັນການມີສ່ວນຮ່ວມ ແລະ ການເຄົາລົບສິດທິຂອງຊຸມຊົນຢ່າງແທ້ຈິງ ໂດຍພວກເຮົາໄດ້:
• ນຳສະເໜີຂໍ້ມູນໂຄງການຢ່າງໂປ່ງໃສ ໃຫ້ຊາວບ້ານໄດ້ຮັບຊາບຢ່າງຄົບຖ້ວນ.
• ດຳເນີນກິດຈະກຳວິເຄາະບົດບາດຍິງ-ຊາຍແບບມີສ່ວນຮ່ວມ ເພື່ອເກັບກຳຂໍ້ມູນຄວາມຕ້ອງການຕົວຈິງຢ່າງເລິກເຊິ່ງ.
• ປຶກສາຫາລື ແລະ ດຳເນີນຂັ້ນຕອນການຂໍຄວາມເຫັນດີເຫັນພ້ອມ (FPIC) ຈາກຊຸມຊົນຢ່າງເປັນທາງການ ດ້ວຍຄວາມສະໝັກໃຈ.

ຂໍ້ມູນທັງໝົດທີ່ເກັບກຳໄດ້ນີ້ຈະຖືກນຳໃຊ້ເປັນພື້ນຖານສຳຄັນໃນການອອກແບບກິດຈະກຳໃຫ້ຕອບໂຈດຄວາມຕ້ອງການຂອງຊຸມຊົນແທ້ຈິງ, ຄວາມສະເໝີພາບທາງເພດ ແລະ ສ້າງຄວາມຍືນຍົງໃຫ້ກັບຊຸມຊົນໃນໄລຍະຍາວ.

_________________________________

✨ Community voices are at the heart of what we do! GCA visits 6 target villages to conduct FPIC and Gender Analysis 🌱👥

Following our district-level preparations, from July 15-18, 2026, the GCA team continued our fieldwork by organizing village-level consultation meetings in Khongxedon District (Khanthoungxay, Muangxoum, and Khamteu villages) and Lakhonpheng District (Hongsaythong, Na Nong Yao, and Tha Khanxoumxoua villages) in Salavan Province, under the ToPP project which supported by WWF-Laos.

This field visit aimed to ensure genuine community participation and respect for community rights. During our visit, we:

• Transparently presented project information to ensure the villagers were fully informed.
• Conducted participatory Gender Analysis activities to gather in-depth insights into their actual needs.
• Consulted with the community and officially carried out the Free, Prior and Informed Consent (FPIC) process on a voluntary basis.

All the data collected will serve as a vital foundation for designing activities that genuinely respond to the community's needs, promote gender equality, and build long-term sustainability.

[English Below] 📍 ຮ່ວມມືເພື່ອຄວາມຍືນຍົງ! GCA ແລະ ພາກສ່ວນກ່ຽວຂ້ອງຂັ້ນເມືອງ ຮ່ວມກັນກະກຽມຄວາມພ້ອມກ່ອນລົງຊຸມຊົນເປົ້າໝາຍ ທີ່ແ...
22/07/2026

[English Below]
📍 ຮ່ວມມືເພື່ອຄວາມຍືນຍົງ! GCA ແລະ ພາກສ່ວນກ່ຽວຂ້ອງຂັ້ນເມືອງ ຮ່ວມກັນກະກຽມຄວາມພ້ອມກ່ອນລົງຊຸມຊົນເປົ້າໝາຍ ທີ່ແຂວງສາລະວັນ 🤝🌿
ໃນວັນທີ 14 ກໍລະກົດ 2026 ຜ່ານມາ, ທີມງານສະມາຄົມສົ່ງເສີມຊຸມຊົນສີຂຽວ (GCA) ຮ່ວມກັບ ທີມງານ WWF ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຝຶກອົບຮົມຂັ້ນເມືອງ ຢູ່ທີ່ ເມືອງຄົງເຊໂດນ, ແຂວງສາລະວັນ. ກອງປະຊຸມຄັ້ງນີ້ໄດ້ເຂົ້າຮ່ວມໂດຍ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສາລະວັນ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ທັງສອງເມືອງ, ຫ້ອງວ່າການເມືອງ, ສະຫະພັນແມ່ຍິງເມືອງ ແລະ ຕົວແທນຊາວບ້ານ ທັງ 6 ບ້ານ ຂອງສອງເມືອງ (ເມືອງລະຄອນເພັງ ແລະ ເມືອງຄົງເຊໂດນ).

ຈຸດປະສົງຫຼັກຂອງກອງປະຊຸມແມ່ນເພື່ອນຳສະເໜີແຜນງານ 3 ປີ (2026-2028) ຂອງໂຄງການ Together for People and Planet (ToPP) ທີ່ສຸມໃສ່ 3 ວຽກງານຫຼັກຄື: ການຄຸ້ມຄອງຊັບພະຍາກອນນ້ຳ/ປ່າໄມ້, ການຄຸ້ມຄອງຂີ້ເຫຍື້ອ ແລະ ການສົ່ງເສີມອາຊີບທາງເລືອກໃຫ້ແມ່ຍິງແລະໄວໜຸ່ມ. ນອກຈາກນີ້ ຍັງໄດ້ມີການຝຶກອົບຮົມສ້າງຄວາມເຂົ້າໃຈກ່ຽວກັບຫຼັກການ FPIC (ການຂໍຄວາມເຫັນດີເຫັນພ້ອມ ດ້ວຍຄວາມສະໝັກໃຈ ໄດ້ຮັບຮູ້ຂໍ້ມູນລ່ວງໜ້າ, ຄົບຖ້ວນ) ແລະ ການນຳໃຊ້ເຄື່ອງມືວິເຄາະບົດບາດຍິງ-ຊາຍ (Gender Analysis) ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ.

ຜົນຈາກກອງປະຊຸມ, ທຸກພາກສ່ວນໄດ້ເຫັນດີເປັນເອກະພາບໃນການສະໜັບສະໜູນແຜນງານດັ່ງກ່າວ ແລະ ເຫັນດີໃຫ້ທີມງານ GCA ສືບຕໍ່ລົງພື້ນທີ່ຈັດຕັ້ງປະຕິບັດວຽກງານ FPIC ໃນ 6 ບ້ານເປົ້າໝາຍ. ເຊິ່ງຂໍ້ມູນທີ່ໄດ້ຈາກຊຸມຊົນ ຈະຖືກນຳມາເປັນພື້ນຖານສຳຄັນໃນການອອກແບບກິດຈະກຳຕົວຈິງ ແລະ ຮ່າງບົດບັນທຶກຂໍ້ຕົກລົງ (MoA) ໃນຂັ້ນຕໍ່ໄປ.

____________________________________

📍 Collaborating for Sustainability! GCA and district stakeholders join forces to prepare for community outreach in Salavan Province 🤝🌿
On July 13-14, 2026, the Green Community Alliance (GCA) team, in collaboration with WWF, organized a district-level consultation and training workshop in Khongxedon District, Salavan Province. The meeting was attended by representatives from the Salavan Provincial Department of Agriculture and Environment, the District Agriculture and Environment Offices, the District Governor's Offices, the District Lao Women's Unions, and village representatives from 6 Villages (Lakhonpheng and Khongxedon districts).

The main objective of the workshop was to present the 3-year plan (2026-2028) of the "Together for People and Planet (ToPP)" project, which focuses on 3 core areas: water and forest resource management, waste management, and the promotion of alternative livelihoods for women and youth. Furthermore, the session included comprehensive training on Free, Prior and Informed Consent (FPIC) principles and the application of Gender Analysis tools for all relevant stakeholders.

As a result of the meeting, all parties unanimously agreed to support the initiative and gave the green light for the GCA team to proceed with field operations to conduct FPIC activities across the 6 target villages. The insights and data gathered directly from the communities will serve as a crucial foundation for designing practical activities and drafting the Memorandum of Agreement (MoA) in the next phase.

06/07/2026

ຮັບຊົມສະຫຼຸບພາບລວມກອງປະຊຸມ ສຳມະນາວິທະຍາສາດ ຄັ້ງທີ 5 ທີ່ຈັດຂຶ້ນໂດຍ ສວສສຊ ຮ່ວມກັບ GCA ເມື່ອວັນທີ 2-3 ກໍລະກົດ ທີ່ຜ່ານມາ. ເວທີວິທະຍາສາດທີ່ຮວບຮວມເອົານັກຄົ້ນຄວ້າ, ຜູ້ວາງນະໂຍບາຍ ແລະ ອົງການຈັດຕັ້ງສາກົນ ມາຮ່ວມກັນຊອກຫາທາງອອກ ເພື່ອແກ້ໄຂບັນຫາຕົວຈິງຂອງຊາດ.

ບັນຍາກາດ ແລະ ເນື້ອໃນກອງປະຊຸມຈະເປັນແນວໃດ? ຂໍເຊີນທຸກທ່ານຮັບຊົມລາຍລະອຽດໄດ້ໃນວິດີໂອນີ້ເລີຍ! 👇

กับ The Samdhana Institute – ฉันเพิ่งได้รับการยอมรับว่าเป็นแฟนตัวยงของเขา! 🎉
04/07/2026

กับ The Samdhana Institute – ฉันเพิ่งได้รับการยอมรับว่าเป็นแฟนตัวยงของเขา! 🎉

ສຳເລັດໄປແລ້ວຢ່າງຈົບງາມສຳລັບມື້ທຳອິດ! ພາຍໃຕ້ເວທີສົນທະນານະໂຍບາຍລະດັບຊາດ ຄັ້ງທີ 5 (ND5) 🎉ໃນຕອນເຊົ້າຂອງວັນທີ 2 ກໍລະກົດ 2026 ...
02/07/2026

ສຳເລັດໄປແລ້ວຢ່າງຈົບງາມສຳລັບມື້ທຳອິດ! ພາຍໃຕ້ເວທີສົນທະນານະໂຍບາຍລະດັບຊາດ ຄັ້ງທີ 5 (ND5) 🎉

ໃນຕອນເຊົ້າຂອງວັນທີ 2 ກໍລະກົດ 2026 ທີ່ໂຮງແຮມ ດັບເບີ້ນທຣີ ບາຍ ຮິວຕັນ ວຽງຈັນ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ - LASES) ຮ່ວມກັບ ສະມາຄົມສົ່ງເສີມຊຸມຊົນສີຂຽວ (GCA) ໄດ້ຈັດກອງປະຊຸມສຳມະນາທາງວິທະຍາສາດ ປະຈຳປີ 2025-2026. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານ ສວສສຊ, ເຊິ່ງມີບັນດານັກຄົ້ນຄວ້າ, ຜູ້ຕາງໜ້າຈາກກະຊວງ, ຂະແໜງການ, ພ້ອມດ້ວຍເຄືອຂ່າຍອົງການຈັດຕັ້ງທາງສັງຄົມ (CSOs) ແລະ ຄູ່ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ເພີ່ມຄວາມເຂັ້ມແຂງການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ ເພື່ອຮັບປະກັນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ (LDC) ແບບໂລ່ງລ່ຽນ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ພາຍໃຕ້ສະຖານະການໂລກໃໝ່”. ນີ້ຖືເປັນຄັ້ງທີ 5 ແລ້ວນັບຕັ້ງແຕ່ປີ 2021 ເປັນຕົ້ນມາ ທີ່ ສວສສຊ ແລະ ເຄືອຂ່າຍ ໄດ້ສ້າງພື້ນທີ່ (Platform) ເພື່ອເປັນຂົວຕໍ່ລະຫວ່າງ "ນັກຄົ້ນຄວ້າ" ແລະ "ຜູ້ວາງນະໂຍບາຍ" ໃຫ້ໄດ້ມາປຶກສາຫາລື ແລະ ແລກປ່ຽນຜົນການຄົ້ນຄວ້າຮ່ວມກັນ.

ຕະຫຼອດໄລຍະເວລາ 2 ວັນ (2-3 ກໍລະກົດ), ຜູ້ເຂົ້າຮ່ວມຈະໄດ້ລົງເລິກວິເຄາະ 4 ປະເດັນທ້າທາຍທີ່ສຳຄັນໃນບໍລິບົດຂອງໂລກໃໝ່ ຄື: ທ່າອ່ຽງທາງດ້ານພູມສາດການເມືອງໂລກ, ການປ່ຽນແປງໂຄງສ້າງປະຊາກອນ, ຜົນກະທົບຈາກການປ່ຽນແປງສະພາບພູມອາກາດ ແລະ ໂອກາດຂອງການຫັນປ່ຽນທາງເຕັກໂນໂລຊີຂໍ້ມູນຂ່າວສານ.

🤝 ເວທີສຳຄັນນີ້ໄດ້ຮັບການສະໜັບສະໜູນ: CCFD-Terre Solidaire, The Samdhana Institute, ອົງການເພື່ອການພັດທະນາ ແລະ ການຮ່ວມມືສະວິດ (Swiss Development & Cooperation), Oxfam in Laos, The Asia Foundation in Lao PDR, Australian Aid, ເຄືອຂ່າຍຊັບພະຍາກອນທຳມະຊາດ ແລະ ສາຍນ້ຳໃນລາວ (LNRN), ແລະ ອົງການ WWF-Laos.

_____________________________________

A Successful Wrap-up for Day 1 of the 5th National Policy Dialogue (ND5)! 🎉

This morning (July 2, 2026) at the DoubleTree by Hilton Vientiane, the Lao Academy of Social and Economic Sciences (LASES), in strategic partnership with the Green Community Alliance (GCA), organized the Annual Scientific Seminar 2025-2026. The seminar was honorably chaired by Dr. Sathabandith Insixiengmai, Vice President of LASES, and attended by researchers, line ministries, development partners, and both local and international civil society organizations (CSOs).

The dialogue was held under the theme: “Strengthening Rule of Laws to Ensure Smooth LDC-Graduation and Achievement of Sustainable Development Goals (SDGs) under the New Global Contexts.” Marking its 5th edition since 2021, this platform continues to effectively bridge the gap between researchers and policymakers to discuss and exchange evidence-based policy research.

Over the two-day event (July 2-3), participants dive deep into critical global megatrends impacting Lao PDR, including: geopolitical trends, demographic structures, impacts of climate change, and opportunities in information technology.

🤝 This crucial dialogue was made possible by the generous support of our development partners and civil society networks: CCFD Terre Solidaire, The Samdhana Institute, Swiss Agency for Development and Cooperation (Swiss Cooperation Mekong), OXFAM, The Asia Foundation, Australian Aid, Lao Natural Resources and River Network (LNRN), and WWF.

🔴 ເລີ່ມຂຶ້ນແລ້ວ! ຂໍເຊີນເຂົ້າຮ່ວມກອງປະຊຸມ ND5 ຜ່ານທາງອອນລາຍ (Zoom)ກອງປະຊຸມເວທີສົນທະນານະໂຍບາຍລະດັບຊາດ ຄັ້ງທີ 5 ກຳລັງຈະເລີ່...
02/07/2026

🔴 ເລີ່ມຂຶ້ນແລ້ວ! ຂໍເຊີນເຂົ້າຮ່ວມກອງປະຊຸມ ND5 ຜ່ານທາງອອນລາຍ (Zoom)

ກອງປະຊຸມເວທີສົນທະນານະໂຍບາຍລະດັບຊາດ ຄັ້ງທີ 5 ກຳລັງຈະເລີ່ມຂຶ້ນ! ສຳລັບທ່ານໃດທີ່ບໍ່ສະດວກເດີນທາງມາຮ່ວມງານດ້ວຍຕົນເອງ ສາມາດເຂົ້າຮ່ວມຮັບຟັງແບບສົດໆຜ່ານຊ່ອງທາງອອນລາຍໄດ້ເລີຍ.

🗓️ ວັນທີ: 2 - 3 ກໍລະກົດ 2026
⏰ ເວລາ: 08:00 - 16:30 ໂມງ
🌐 ເຂົ້າຮ່ວມຜ່ານ Zoom Meeting:

Meeting ID: 839 9629 5204

Passcode: 12345678
(ຫຼື ສາມາດສະແກນ QR Code ໃນຮູບພາບເພື່ອເຂົ້າຮ່ວມໄດ້ທັນທີ)

ມາຮ່ວມຕິດຕາມປະເດັນສຳຄັນລະດັບຊາດໄປນຳກັນ! 🇱🇦
______________

🔴 Happening Now! Join the ND5 Policy Dialogue Online (Zoom)

The 5th National Policy Dialogue is about to start! If you cannot make it in person, you are highly encouraged to join us virtually.

🗓️ Date: 2 - 3 July 2026
⏰ Time: 08:00 AM - 16:30 PM
🌐 Join via Zoom Meeting:

Meeting ID: 839 9629 5204

Passcode: 12345678
(Or simply scan the QR Code on the image to join)

Join the conversation and be part of this important national dialogue!

📢 ກອງປະຊຸມເວທີສົນທະນານະໂຍບາຍລະດັບຊາດ ຄັ້ງທີ 5 (ND5)ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ຮ່ວມກັບ ສະມາຄົມ GC...
29/06/2026

📢 ກອງປະຊຸມເວທີສົນທະນານະໂຍບາຍລະດັບຊາດ ຄັ້ງທີ 5 (ND5)

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ຮ່ວມກັບ ສະມາຄົມ GCA ຂໍເຊີນທ່ານເຂົ້າຮ່ວມກອງປະຊຸມພາຍໃຕ້ຫົວຂໍ້: “ເພີ່ມຄວາມເຂັ້ມແຂງການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ ເພື່ອຮັບປະກັນການຫຼຸດພົ້ນ
ອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແບບໂລ່ງລ່ຽນ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ພາຍໃຕ້ສະຖານະການໂລກໃໝ່”.

ມາຮ່ວມຮັບຟັງ ແລະ ສົນທະນາໃນ 4 ປະເດັນຫຼັກທີ່ກຳລັງສົ່ງຜົນກະທົບຕໍ່ ສປປ ລາວ:

🌍 Session 1: ທ່າອ່ຽງຂອງຄວາມຂັດແຍ່ງທາງດ້ານພູມສາດການເມືອງໂລກ ແລະ ຜົນກະທົບ

👥 Session 2: ໂຄງສ້າງປະຊາກອນຜູ້ສູງອາຍຸທົ່ວໂລກ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມ

🌱 Section 3: ຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການປ່ຽນແປງສະພາບພູມອາກາດ

💻 Section 4:ໂອກາດ ແລະ ສິ່ງທ້າທາຍຂອງເຕັກໂນໂລຊີຂໍ້ມູນຂ່າວສານ

🗓 ວັນທີ: 2-3 ກໍລະກົດ 2026

⏰ ເວລາ: 08:00 - 16:30 ໂມງ

📍 ສະຖານທີ່: ໂຮງແຮມ DoubleTree by Hilton Vientiane (ເຂົ້າຮ່ວມໄດ້ທັງແບບເຊິ່ງໜ້າ ແລະ ອອນລາຍ) 📌 ລົງທະບຽນດ່ວນທີ່ນີ້: https://forms.gle/2GUNX6G231X8JXNW8
(ຫຼື ສະແກນ QR Code ໃນຮູບ)

🌐 ສຳລັບຜູ້ເຂົ້າຮ່ວມອອນລາຍ (Zoom Meeting):

ລິ້ງເຂົ້າຮ່ວມ (Join Link): https://us06web.zoom.us/j/82112810650?pwd=m9HQvZE7Zcxifi6hyEBgUyoqv0lu6q.1

Meeting ID: 821 1281 0650

Passcode: 155988

_________________________________

📢 Registration is Open! The 5th National Policy Dialogue (ND5)The Lao Academy of Social and Economic Sciences (LASES), in collaboration with GCA, cordially invites you to join our dialogue under the theme: “Strengthening Rule of Laws to Ensure Smooth LDC-Graduation and Achievement of Sustainable Development Goals (SDGs) under the New Global Contexts”.

Join the discussion on 4 key global trends impacting Lao PDR:

🌍 Session 1: Global Geopolitical Conflicts & Socio-Economic Impacts

👥 Session 2: Global Aging Population & Socio-Economic Impacts to the SDG Achievements in Laos Context

🌱 Section 3: Sustainable Natural Resources Management and Socio-Economic Impacts of Climate Change in the Context of Lao PDR

💻 Section 4: Opportunities and Threats of Information Technologies Transformation in the Context of Lao PDR

🗓 Date: 2-3 July 2026

⏰ Time: 08:00 AM - 16:30 PM

📍 Venue: DoubleTree by Hilton Vientiane (Hybrid & In-Person)

📌 Register NOW: https://forms.gle/2GUNX6G231X8JXNW8
(Or scan the QR Code on the image)

🌐 For Online Participants (Zoom Meeting):

Join Link: https://us02web.zoom.us/j/83996295204?pwd=i0EmypgFUbKQFbGt0tZGEciSJyoNT7.1

Meeting ID: 839 9629 5204
Passcode: 12345678

[Enghlish Below]🌿 GCA ຮ່ວມກັບ ສວສສຊ ກະກຽມຄວາມພ້ອມສູ່ກອງປະຊຸມ National Policy Dialogue! 🌿ໃນວັນທີ 19 ມິຖຸນາ 2026 ທີ່ຜ່ານມາ...
23/06/2026

[Enghlish Below]
🌿 GCA ຮ່ວມກັບ ສວສສຊ ກະກຽມຄວາມພ້ອມສູ່ກອງປະຊຸມ National Policy Dialogue! 🌿

ໃນວັນທີ 19 ມິຖຸນາ 2026 ທີ່ຜ່ານມາ ສະມາຄົມເພື່ອມິດຊຸມຊົນສີຂຽວ (GCA) ຮ່ວມກັບ ສະຖາບັນວິທະຍາສາດເສດຖະກິດແລະສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ເນື້ອໃນບົດສະເໜີ ໃນກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ປະຈໍາປີ 2025-2026.

📌 ຈຸດປະສົງຫຼັກ: ເພື່ອທົບທວນ, ແລກປ່ຽນຄຳຄິດເຫັນ ແລະ ກະກຽມຄວາມພ້ອມດ້ານເນື້ອໃນບົດສະເໜີຜົນການຄົ້ນຄວ້າໃຫ້ມີຄວາມຄົບຖ້ວນ ເພື່ອກຽມພ້ອມສຳລັບການນຳສະເໜີໃນເວທີລະດັບຊາດ.

✅ ຜົນໄດ້ຮັບ: ບົດຄົ້ນຄວ້າຕ່າງໆໄດ້ຮັບການປະກອບຄຳເຫັນຈາກຄະນະກຳມະການ ແລະ ຜູ້ຊ່ຽວຊານຫຼາຍພາກສ່ວນ ເຮັດໃຫ້ເນື້ອໃນມີຄວາມສົມບູນ, ຮັດກຸມຂຶ້ນ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ເປັນເອກະພາບກັນຜ່ານແຜນດຳເນີນງານໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ການຂັບເຄື່ອນວຽກງານມີປະສິດທິພາບສູງສຸດ.

🚀 ແຜນການຕໍ່ໜ້າ: ຜົນການປຶກສາຫາລື ແລະ ບົດຄົ້ນຄວ້າທີ່ສົມບູນແລ້ວຈາກກອງປະຊຸມຄັ້ງນີ້ ຈະຖືກນຳໄປນຳສະເໜີ ແລະ ຊຸກຍູ້ທາງດ້ານນະໂຍບາຍໃນ ກອງປະຊຸມລະດັບຊາດ (National Policy Dialogue) ທີ່ຈະຈັດຂຶ້ນໃນວັນທີ 2-3 ກໍລະກົດ 2026 ທີ່ຈະມາເຖິງນີ້!

ລໍຖ້າຕິດຕາມຄວາມຄືບໜ້າ ແລະ ບາດກ້າວຕໍ່ໄປຂອງພວກເຮົາໄດ້ທີ່ເພຈ Green Community Alliance ເດີ້ 💚

________________________

🌿 GCA and LASES Gear Up for the National Policy Dialogue! 🌿
On June 19, 2026, the Green Community Alliance (GCA) in collaboration with the Lao Academy of Social and Economic Sciences (LASES) organized a consultation meeting to discuss and provide feedback on the research proposals for the 2025-2026 Annual Scientific Research Dissemination Conference.

📌 Main Objective: To review, exchange perspectives, and comprehensively prepare the content of the research proposals for presentation on a national platform.

✅ Key Outcomes: Various research papers received constructive feedback from multi-sectoral experts, ensuring the content is comprehensive and robust. Additionally, the meeting reached a consensus on the future action plan to ensure the most effective implementation of our initiatives.

🚀 Next Steps: The finalized research findings and proposals from this consultation will be presented to drive policy advocacy at the upcoming National Policy Dialogue, scheduled for July 2-3, 2026!

Stay tuned for more updates and our next steps on the Green Community Alliance page 💚

📢 GCA ແລະ ຄູ່ຮ່ວມງານ ກຳລັງລົງພື້ນທີ່ເມືອງຈຳພອນ ແຂວງສະຫວັນນະເຂດ ເພື່ອປະເມີນກາງໂຄງການ CSA 🌿ໃນລະຫວ່າງວັນທີ 8 - 11 ມິຖຸນາ 20...
11/06/2026

📢 GCA ແລະ ຄູ່ຮ່ວມງານ ກຳລັງລົງພື້ນທີ່ເມືອງຈຳພອນ ແຂວງສະຫວັນນະເຂດ ເພື່ອປະເມີນກາງໂຄງການ CSA 🌿

ໃນລະຫວ່າງວັນທີ 8 - 11 ມິຖຸນາ 2026 ນີ້ , ທີມງານ ສະມາຄົມສົ່ງເສີມຊຸມຊົນສີຂຽວ (GCA) ຮ່ວມກັບ ອົງການ Oxfam in Laos ໄດ້ລົງຈັດຕັ້ງປະຕິບັດກິດຈະກຳ ຢູ່ (ບ້ານປ່າກ້ວຍ,ບ້ານຄຳຕ໋ອງລ໋ອງ), ເມືອງຈຳພອນ, ແຂວງສະຫວັນນະເຂດ ເພື່ອເກັບກຳຂໍ້ມູນສຳລັບການປະເມີນກາງໂຄງການ (Mid-term Evaluation) ຂອງໂຄງການສົ່ງເສີມການກະສິກຳແບບປະສົມປະສານເພື່ອປັບຕົວ ຫຼື ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ (CSA Project). ໂຄງການນີ້ໄດ້ຮັບການສະໜັບສະໜູນທຶນຈາກ ສະຫະພາບເອີຣົບ (European Union in Laos).

ເປົ້າໝາຍຂອງການລົງຈັດຕັ້ງປະຕິບັດກິດຈະກຳຄັ້ງນີ້ ແມ່ນເພື່ອຮັບຟັງສຽງຂອງຊຸມຊົນ ແລະ ປະເມີນຜົນການຈັດຕັ້ງປະຕິບັດໂຄງການທີ່ຜ່ານມາ, ໂດຍມີຈຸດປະສົງຫຼັກຄື:
• 📊 ປະເມີນຄວາມຄືບໜ້າ ແລະ ປະສິດທິຜົນຂອງການນຳໃຊ້ເຕັກນິກກະສິກຳແບບ CSA.
• 👩‍🌾 ປະເມີນຜົນໄດ້ຮັບດ້ານບົດບາດຍິງ-ຊາຍ, ການມີສ່ວນຮ່ວມຂອງຊາວໜຸ່ມ ແລະ ການເສີມສ້າງຂີດຄວາມສາມາດໃຫ້ແກ່ແມ່ຍິງ.
• 💰 ປະເມີນປະສິດທິຜົນຂອງການສະໜັບສະໜູນດ້ານການເງິນໃຫ້ແກ່ກຸ່ມການຜະລິດ ແລະ ຖອດຖອນບົດຮຽນທີ່ດີ ເພື່ອເປັນແນວທາງຂະຫຍາຍຜົນໃນຕໍ່ໜ້າ.

ການປະເມີນຄັ້ງນີ້ ພວກເຮົາໄດ້ລົງສົນທະນາກຸ່ມ ແລະ ສຳພາດໂດຍກົງກັບຊາວກະສິກອນ (ແມ່ຍິງ, ຜູ້ຊາຍ, ຊາວໜຸ່ມ) , ຜູ້ເຂົ້າຮ່ວມໂຮງຮຽນຊາວນາ , ອຳນາດການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ. ເພື່ອຮັບປະກັນໃຫ້ໂຄງການສາມາດຕອບໂຈດ ແລະ ສ້າງຄວາມຍືນຍົງໃຫ້ກັບຊຸມຊົນໄດ້ຢ່າງແທ້ຈິງ! 💚.

_____________________________________

📢 GCA and Partners are Currently in Champhone District, Savannakhet for the CSA Project Mid-Term Evaluation! 🌿
Between June 8th and 11th, 2026 , the Green Community Alliance (GCA) team, in collaboration with Oxfam, AMA, and NAFRI , is on the ground in Champhone District, Savannakhet Province to collect data for the Mid-term Evaluation of the Climate-Smart Agriculture (CSA) project. This initiative is proudly funded by the European Union (EU).

The primary goal of this mission is to listen to the community and evaluate our ongoing progress. The specific objectives are to:
• 📊 Assess the progress and effectiveness of modern and mixed agricultural techniques (CSA).
• 👩‍🌾 Evaluate outcomes related to gender equality, women's empowerment, and youth participation in agriculture.
• 💰 Review the effectiveness of Financial Support to Third Parties (CBOs) and gather best practices for future scalability.

During this mission, our team is directly engaging with women, men, and youth farmers , Farmer Field School (FFS) participants , local authorities , and all relevant stakeholders through Focus Group Discussions and Key Informant Interviews. This ensures that the project remains highly responsive and truly builds long-term sustainability for our communities! 💚.

🤝 GCA ສຳເລັດການລົງນາມ MoA ຮ່ວມກັບ ເມືອງຄົງເຊໂດນ ແລະ ເມືອງລະຄອນເພັງ ຢ່າງເປັນທາງການ 🌿ໃນຊ່ວງເດືອນ ພຶດສະພາ ທີ່ຜ່ານມາ, ທີມງານ...
10/06/2026

🤝 GCA ສຳເລັດການລົງນາມ MoA ຮ່ວມກັບ ເມືອງຄົງເຊໂດນ ແລະ ເມືອງລະຄອນເພັງ ຢ່າງເປັນທາງການ 🌿

ໃນຊ່ວງເດືອນ ພຶດສະພາ ທີ່ຜ່ານມາ, ທີມງານ ສະມາຄົມສົ່ງເສີມຊຸມຊົນສີຂຽວ(GCA) ໄດ້ສຳເລັດການລົງນາມບົດບັນທຶກຂໍ້ຕົກລົງຮ່ວມມື (MoA) ຢ່າງເປັນທາງການຮ່ວມກັບ ອຳນາດການປົກຄອງເມືອງຄົງເຊໂດນ ແລະ ເມືອງລະຄອນເພັງ, ແຂວງສາລະວັນ.

ການລົງນາມຄັ້ງນີ້ ແມ່ນເປັນບາດກ້າວສຳຄັນໃນການຈັດຕັ້ງປະຕິບັດໂຄງການ Together for People and planet (TOPP) ທີ່ໄດ້ຮັບການສະໜັບສະໜູນທຶນຈາກອົງການ WWF-Laos. ເພື່ອແນໃສ່ຊຸກຍູ້ການອະນຸລັກຊັບພະຍາກອນທຳມະຊາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມການຜະລິດໃນທ້ອງຖິ່ນ. 💚

ທາງສະມາຄົມ GCA ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງ ມາຍັງອຳນາດການປົກຄອງ ແລະ ທຸກພາກສ່ວນກ່ຽວຂ້ອງຂອງທັງສອງເມືອງ ສຳລັບການຕ້ອນຮັບຢ່າງອົບອຸ່ນ ແລະ ພ້ອມທີ່ຈະຮ່ວມມືກັນກ້າວໄປສູ່ການພັດທະນາຊຸມຊົນສີຂຽວຢ່າງຍືນຍົງ! 💚

------------------------------

🤝 GCA Officially Signs MoA with Khongxedon and Lakhonpheng Districts 🌿

Recently in May, the Green Community Alliance (GCA) team has successfully signed a Memorandum of Agreement (MoA) with the local authorities of Khongxedon and Lakhonpheng districts, Salavan Province.

This signing represents a crucial step in implementing the "Together for People and planet (TOPP)" project, supported by WWF-Laos. The project aims to promote natural resource conservation and strengthen local production groups. 💚

We would like to express our sincere gratitude to the local authorities and all related sectors of both districts for their warm welcome and collaborative spirit in driving sustainable green community development! 💚

Address

Hom 11 Phonexay Village, Up 2 You Restaurant. Vientiane Capital
Vientiane
1000

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00
Saturday 09:00 - 12:00

Telephone

+8562099544678

Alerts

Be the first to know and let us send you an email when Green Community Alliance ເຄືອຂ່າຍສະມາຄົມຊຸມຊົນສີຂຽວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Green Community Alliance ເຄືອຂ່າຍສະມາຄົມຊຸມຊົນສີຂຽວ:

Shortcuts

Share