ຂ່າວເສດຖະກິດ-ການຄ້າ Lao Economic Daily

ຂ່າວເສດຖະກິດ-ການຄ້າ Lao Economic Daily ເສດຖະກິດ-ການຄ້າ ເປັນອົງກອນສື່ມວນຊົນພາຍໃຕ້ຄຳຂວັນ ແຫຼ່ງຄວາມຮູ້ຄູ່ສັງຄົມ
(1)

We're the official source for economic news in Laos which certified by Ministry of Industry and Commerce, committed to providing accurate, insightful, and engaging content.

🔥 ວັນສຸດທ້າຍ! ພາດບໍ່ໄດ້! 🔥✨ LAO GOLD FESTIVAL 2026 ✨ງານສໍາລັບທຸກຄົນ ໃຜໆກໍ່ມາໄດ້ລຸ້ນຮັບຄຳລວມມູນຄ່າເຖິງ🏆 ແຈກຟຣີ! ທຸກໆ ຊົ່ວ...
05/09/2026

🔥 ວັນສຸດທ້າຍ! ພາດບໍ່ໄດ້! 🔥

✨ LAO GOLD FESTIVAL 2026 ✨
ງານສໍາລັບທຸກຄົນ ໃຜໆກໍ່ມາໄດ້
ລຸ້ນຮັບຄຳລວມມູນຄ່າເຖິງ

🏆 ແຈກຟຣີ! ທຸກໆ ຊົ່ວໂມງ ລວມ 150 ລາງວັນ ຫຼື 150 ກຣາມ! 🏆

ພຽງແຕ່ມາຮ່ວມງານ
ກໍມີສິດລຸ້ນເປັນເຈົ້າຂອງຄຳ!

⏰ ໂອກາດສຸດທ້າຍ — ມື້ນີ້ເທົ່ານັ້ນ!
📍 ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ

ມາເດີ້! ຄຳ 150 ກຣາມ ທ່ານອາດຈະເປັນຜູ້ໂຊກດີ!
ຄໍາທີ່ໄດ້ຮັບຈະຖືກມອບເຂົ້າບັນຊິຝາກຄໍາLBB!

#ຄຳລາວສູ່ຄຳໂລກ #ເທດສະການຄຳລາວ #ແຈກຄຳຟຣີ

05/09/2026

ດ່ວນ! ຟຣີຄອນເສີດຕອນນີ້ ຕູ່ພົບທອນ ແລະ ຈິວ ປິຍະນຸດ
ທີ່ຫໍປະຊຸມແຫ່ງຊາດ 20:00-21:00
#ງານເທດສະການຄຳລາວ

ທ່ານ ທອງລຸນ ສີສຸລິດ ໄດຮັບ "ນາມມະຍົດ ສາສະດາ ຈານ ກິດຕິມະສັກ".............. ​ໃນໂອກາດ​ທີ​່ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເ...
05/09/2026

ທ່ານ ທອງລຸນ ສີສຸລິດ ໄດຮັບ "ນາມມະຍົດ ສາສະດາ ຈານ ກິດຕິມະສັກ"..............
​ໃນໂອກາດ​ທີ​່ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາ ລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນ ຍາ 2026​ ນີ້.
ພະນະທ່ານ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມມະຫາວິ ທະຍາໄລແຫ່ງຊາດ L.N. Gumilyov Eurasian.

ພ້ອມທັງໄດ້ໃຫ້ກຽດຂຶ້ນກ່າວບັນຍາຍ ຕໍ່ຄູອາຈານ-ນັກສຶກສາ ແລະ ຍັງໄດ້ເປັນກຽດຮັບ "ນາມມະຍົດ ສາສະດາຈານ ກິດຕິມະ ສັກ" ຈາກມະຫາວິທະຍາໄລດັ່ງກ່າວ ອີກດ້ວຍ.
​ທີ່ມາ: ກະຊວງກາກະຊວງການຕ່າງປະເທດ

ເປີດຂະບວນການສ້າງເມືອງ ໄຊເສດຖາ ໃຫ້ສະອາດ ສີຂຽວ..................... ໃນວັນທີ 5 ກັນຍາ 2026 ທີ່ຫ້ອງວ່າການປົກຄອງເມືອງໄຊເສດຖາ ນ...
05/09/2026

ເປີດຂະບວນການສ້າງເມືອງ ໄຊເສດຖາ ໃຫ້ສະອາດ ສີຂຽວ.....................
ໃນວັນທີ 5 ກັນຍາ 2026 ທີ່ຫ້ອງວ່າການປົກຄອງເມືອງໄຊເສດຖາ ນະຄອນຫຼວງວຽງວຈັນ ໄດ້ມີພິທີເປີດຂະບວນການສ້າງ ເມືອງໄຊເສດຖາ ໃຫ້ສະອາດ ສີຂຽວ ຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ປອ ນາງ ບົວວອນ ສຸກລາແສງ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ, ມີຮອງປະທານ, ຜູ້ບໍລິຫານບໍລິສັດ ສະມອນບີ, ຫົວໜ້າຕາແສງ, ນາຍບ້ານ ແລະ ນ້ອງນັກສຶກສາອາສາສະໝັກເຂົ້າຮ່ວມ.
ທ່ານ ວົງສະຫວັນ ດອນພູຫຼວງ ຮອງປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ໄດ້ກ່າວວ່າ: ມື້ນີ້ ຄະນະກໍາມະການປົກຄອງ ເມືອງ ໄຊເສດຖາ ພວກເຮົາໄດ້ປະສານ ສົມທົບຄະນະກໍາມະການປົກຄອງຕາແສງ 4 ຕາແສງ, ອຳນາດການປົກຄອງບ້ານ 48 ບ້ານ ແລະ ບໍລິສັດ ສະມອນບີ້,ບໍລິສັດ ຂົນສົ່ງຂີ້ເຫຍື້ອ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດ ຂະບວນການອະນາໄມ “ເມືອງໄຊເສດຖາ ສະອາດ ສີຂຽວ” ເຊີ່ງຈຸດປະສົງໃນ ການເປີດ ຂະບວນການໃນຄັ້ງນີ້ແມ່ນ
1.ເພື່ອຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງສະບັບ ເລກທີ 847/ຈນວ, ວ່າດ້ວຍສ້າງນະຄອນ ຫຼວງວຽງຈັນ ສະອາດ ແລະ ປະຕິບັດຕາມຂໍ້ຕົກລົງສະບັບເລກ ທີ 1083/ຈນວ, ລົງວັນທີ 2/10/2025 ວ່າດ້ວຍການ ຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ.
2. ເພື່ອຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ສະບັບເລກທີ 205/ຄປມ.ຊຖ, ລົງວັນທີ 12ພຶດສະພາ 2026 ວ່າດ້ວຍການສ້າງເມືອງໄຊເສດຖາ ໃຫ້ເປັນເມືອງ ສະອາດ ສີຂຽວ.
3.ເພື່ອເປັນການຊົມເຊີຍການສະເຫຼີມສະຫຼອງວັນໄຂສົກຮຽນໃໝ່ປະຈໍາສົກຮຽນ2026-2027 ທົ່ວເມືອງ ໄຊເສດຖາ.
4.ເພື່ອເປັນການປຸກລະດົມປະຊາຊົນຊາວເມືອງ ໄຊເສດຖາ ໃນການເຂົ້າຮ່ວມຂະບວນ ການອອກແຮງງານອະນາໄມບໍລິເວນເຮືອນຂອງຕົນເອງເພື່ອເຮັດໃຫ້ມີຄວາມສະອາດສວຍງາມ.
5.ເພື່ອເປັນການແກ້ໄຂບັນຫາຂີ້ເຫຍື້ອຕົກຄ້າງ, ຂີ້ເຫຍື້ອບໍ່ມີເຈົ້າຂອງຕາມຈຸດດິນເປົ່າ ຫວ່າງ, ຈຸດທີ່ມີຄວາມເປິະເປື້ອນ ໃນຂອບເຂດເມືອງ ໄຊເສດຖາ. ພາຍຫຼັງທີ່ເມືອງ ໄຊເສດຖາ ພວກເຮົາໄດ້ອອກຂໍ້ຕົກລົງວ່າດ້ວຍການ ສ້າງເມືອງໄຊເສດຖາ ໃຫ້ເປັນເມືອງ ສະອາດ ສີຂຽວ ໄດ້ມອບໝາຍຄວາມຮັບ ຜິດຊອບ
ໃຫ້ແກ່ອົງການປົກຄອງບ້ານພາຍໃນເມືອງເພື່ອກຳນົດເສັ້ນທາງສະອາດ ສີຂຽວໃນແຕ່ລະບ້ານ, ໄດ້ກຳນົດເອົາທຸກໆແລງວັນສຸກໃນການອະນາໄມສຳນັກງານຫ້ອງການຂອງບ້ານແລະ ຂອງເມືອງ ແລະ ໄດ້ກຳນົດເອົາ ທຸກໆວັນເສົາຕອນເຊົ້າເປັນວັນເສົາ ແດງໃນການອະນາໄມໜ້າເຮືອນ ແລະ ບໍລິເວນອ້ອມຮອບຂອງເຮືອນພໍ່ແມ່ປະຊາຊົນ.
ເຊີ່ງປະຈຸບັນນີ້ມີ 2 ບໍລິສັດ ໃນການຮັບຜິດຊອບບໍລິການເກັບມ້ຽນຂີ້ ເຫຍື້ອພາຍໃນເມືອງ ໄຊເສດຖາ ໜື່ງ ບໍລິສັດ ຂົນສົ່ງຂີ້ເຫຍື້ອ ນະຄອນຫຼວງ ວຽງຈັນຮັບຜິດຊອບຈຳນວນ 18 ບ້ານ(ຂອບເຂດຮອບໃນ) ແລະ ບໍລິສັດ ສະມອນບີ້ຮັບຜິດຊອບຈຳນວນ 28 ບ້ານ ຂອບເຂດຮອບນອກ ແລະ ກໍາລັງຈະ ຂະຫຍາຍສັນຍາຕື່ມອີກ 2 ບ້ານ.
ທ່ານ ນາງ ດີ່ນ້າ ສົມສະໝຸດ ຕ່າງໜ້າ ບໍລິສັດສະມອນບີ ໄດ້ກ່າວວ່າ: ມື້ນີ້ນອກຈາກການລົງເປີດຂະບວນການອະນາໄມ ຮ່ວມກັບອໍານາດການປົກຄອງເມືອງແລ້ວ ທາງພວກເຮົາຍັງໄດ້ລົງຂະຫຍາຍສັນຍາໄປພ້ອມໃນເຂດເປົ້າໝາຍ ຕ່າງໜ້າ ບໍລິສັດ ແມ່ນຢາກຊີ້ແຈງບັນຫາຂີ້ເຫຍື້ອຕົກຄ້າງໃນໄລຍະຜ່ານມາ ເປັນຕົ້ນແມ່ນ ປັດໄຈພາຍໃນ ແລະ ພາຍນອກ . ສັບລັບປັດໄຈພາຍໃນ ພວກເຮົາພົບບັນຫາທີ່ຂີ້ເຫຍື້ອຕົກຄ້າງມາ 2ປີ ໃນຊ້ວງລະດູຝົນຜ່ານມາ ບັນຫາຫຼັກໆແມ່ນການສັນຈອນ ເສັ້ນທາງການສັນຈອນທີ່ ລົດເກັບມ້ຽນຂີ້ເຫຍື້ອສັນຈອນແມ່ນມີບາງຈຸດ ຮ່ອມ ຊອຍແມ່ນມີບວກແລະດິນເຈື່ອນເຮັດໃຫ້ລົດຄາ ເຊິ່ງເຮັດໃຫ້ເກີດອຸປະຕິເຫດກັບລົດເຊິ່ງເຮັດໃຫ້ເຮັດວຽກບໍ່ໄດ້ຕາມແຜນ ວິທີການແກ້ໄຂ ເພື່ອຄວາມຍືນຍົງ ເຮົາໄດ້ມີການ ແຕ້ມແຜນພັງ ລະບົບ GIS ເຊິ່ງຈ້າງຊ່ຽວຊານ ມາແຕ້ມໃນເຂດບໍລິການຂອງບໍລິສັດ 190 ບ້ານ ປັດຈຸບັນ ໄດ້ 80% ຄາດວ່າໝົດປີຈະໃຫ້ໄດ້ 100% ເພື່ອອໍານວຍຄວາມສະດວກທາງດ້ານເສັ້ນທາງການສັນຈອນໃນຂອບເຂດບໍລິການເພື່ອບໍ່ໃຫ້ມີການຕົກລົ່ນ ແລະ ທົ່ວເຖິງ
ປັດໄຈພາຍນອກ ການມີສ່ວນຮ່ວມຂອງສັງຄົມ ການເຂົ້າຮ່ວມສັນຍາ ຜ່ານມາໃນລະດູແລ້ງ ຂີ້ເຫຍື້ອທີ່ຜະລິດມາເກີນສັນຍາບາງສ່ວນກໍນໍາໄປຈູດ ແຕ່ໃນຊ້ວງລະດູຝົນ ເຂົາເຈົ້າບໍ່ສາມາດຈູດຂີ້ເຫຍື້ອທີ່ຜະລິດເກີນມາໄດ້ ສະນັ້ນ ເຮັດໃຫ້ມີຜົນກະທົບທາງກົງ ຕໍ່ຜູ້ມີສັນຍາ ຜ່ານມາເຮົາມີນະໂຍບາຍ ໃນການເກັບຂີ້ເຫຍື້ອ ໃຫ້ໝົດທຸກຄົວເຮືອນ ບໍ່ວ່າຈະມີສັນຍາ ຫຼື ບໍ່ມີ ສັນຍາ ເຊິ່ງມີຜົນກະທົບຫຼາຍຕໍ່ຜູ້ມີສັນຍາ ເຊິ່ງເຮົາຈັດລົດມາແມ່ນໃຫ້ພຽງພໍກັບຜູ້ທີ່ສັນຍາ ເຊິ່ງເຮັດໃຫ້ລົດເຕັມກ່ອນເມືອຮອດຄົວເຮືອນທີ່ມີສັນຍາເຮັດໃຫ້ ການເກັບມ້ຽນລ້າຊ້າ ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນມີສ່ວນຮ່ວມ ໃຫ້ທຸກຄົວເຮືອນ ທຸກບ້ານ ເຂົ້າເຮັດສັນຍາ 100%
ນອກຈາກນັ້ນ ທາງບໍລິສັດ ເອງກໍ່ຮຽກຮ້ອງໃຫ້ປະຊາຊົນ ຈ່າຍເງິນຜ່ານລະບົບດິຈິ ເພາະຜ່ານມາເຫັນວ່າມີປະຊາຊົນບາງກຸ່ມທີ່ເວລາຂີ້ເຫຍື້ອເກີນ ເຈົ້າຂອງຂີ້ເຫຍື້ອເອົາເງິນຊຸກຍູ້ຫຼືຈ່າຍເງິນແບບບໍ່ໂປ່ງໃສໃຫ້ກັບພະນັກງານ ຈຶ່ງຢາກຮຽກຮ້ອງໃຫ້ສັງຄົມບໍ່ເປີດຊ່ອງວ່າງໃຫ້ພະນັກງານ ຖ້າພະນັກງານຢູ່ໃນອົງກອນມີການຮຽກຮ້ອງເງິນສາມາດແຈ້ງມາຫ້ອງການໂດຍກົງ ສະນັ້ນໃຫ້ປະຊາຊົນເຮັດສັນຍາໃຫ້ແທດເໝາະກັບປະລິມານຂີ້ເຫຍື້ອຕົວຈິງເພື່ອບໍ່ໃຫ້ຂີ້ເຫຍື້ອເກີນສັນຍາ , ບໍ່ສະໜັບສະໜູນໃຫ້ລົດເອກະລາດໝາຍເຖິງລົດ ລົດຂົນສ່ົງຂະໜາດນ້ອຍ-ກາງຮັບແກ່ຂີ້ເຫຍື້ອໄປຖິ້ມຢູ່ສະຖານທີ່ເປົ່າວ່າງ ສະນັ້ນຖ້າຢາກແກ້ບັນຫາເລົ່ານີ້ແມ່ນຄວນເຂົ້າສັນຍາ 100ເປີເຊັນ ບັນຫາອື່ນໆເປັນສິ່ງທ້າທາຍຕໍ່ການຈັດເກັບຂີ້ເຫຍື້ອ.

ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

ເປີດ “ເທດສະການຄຳລາວ 2026” ຊຸກຍູ້ຄຳລາວສູ່ມາດຕະຖານສາກົນ ແລະ ເຊື່ອມໂຍງອຸດສາຫະກຳຄຳລາວກັບພາກພື້ນໃນວັນທີ 4 ກັນຍາ 2026 ທີ່ຫໍປະຊ...
05/09/2026

ເປີດ “ເທດສະການຄຳລາວ 2026” ຊຸກຍູ້ຄຳລາວສູ່ມາດຕະຖານສາກົນ ແລະ ເຊື່ອມໂຍງອຸດສາຫະກຳຄຳລາວກັບພາກພື້ນ
ໃນວັນທີ 4 ກັນຍາ 2026 ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ໄດ້ມີພິທີເປີດ “ງານເທດສະການຄຳລາວ 2026” (Lao Gold Festival 2026) ຂຶ້ນ ພາຍໃຕ້ຄຳຂວັນ:“ຄຳລາວ ສູ່ ຄຳໂລກ”“Lao Gold to the World”Connecting • Building Trust • Growing Together ໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາການນຳພັກ–ລັດ, ຜູ້ຕາງໜ້າບັນດາກະຊວງ, ອົງການຂອງລັດ, ສະຖານທູດ, ອົງການສາກົນ, ສະພາການຄ້າ, ສະມາຄົມຄຳ, ສະຖາບັນການເງິນ, ຜູ້ປະກອບການຄຳ ແລະ ເຄື່ອງປະດັບ, ນັກລົງທຶນເຂົ້າຮ່ວມ.
ງານເທດສະການຄຳລາວ 2026 ຈັດຂຶ້ນໂດຍ ທະນາຄານຄຳລາວ ຈຳກັດ (Lao Bullion Bank – LBB) ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ເຊິ່ງເປັນເວທີສຳຄັນໃນການສົ່ງເສີມ ແລະ ຍົກລະດັບຂະແໜງ ການຄຳຂອງ ສປປ ລາວ ໃຫ້ມີມາດຕະຖານ, ຄວາມໂປ່ງໃສ, ຄວາມໜ້າເຊື່ອຖື ແລະ ສາມາດເຊື່ອມໂຍງກັບຕະຫຼາດພາກພື້ນ ແລະ ສາກົນໄດ້ຢ່າງຍືນຍົງ.
ຈຸດປະສົງສຳຄັນຂອງການຈັດງານ ແມ່ນເພື່ອສ້າງເວທີແລກປ່ຽນຄວາມຮູ້, ປະສົບການ ແລະ ນະວັດຕະກຳໃນຂະແໜງການຄຳ; ສົ່ງເສີມການລົງທຶນ ແລະ ການຮ່ວມມືທາງທຸລະກິດ; ພັດທະນາຄຸນນະພາບການຜະລິດ, ການອອກແບບ, ການສ້າງແບຣນ ແລະ ການຕະຫຼາດ; ພ້ອມທັງສືບສານພູມປັນຍາ, ສິລະປະຫັດຖະກຳ ແລະ ມໍລະດົກອັນມີຄຸນຄ່າຂອງຄຳລາວ.
ໃນພິທີເປີດ, ທ່ານ ປອ ຈັນທອນ ສິດທິໄຊ, ຜູ້ອໍານວນການໃຫຍ່ ທະນາຄານຄໍາ ລາວ ຈໍາກັດ ໄດ້ກ່າວ ວ່າ:“ງານເທດສະການຄຳລາວ 2026 ບໍ່ພຽງແຕ່ເປັນງານວາງສະແດງຄໍາ ຫຼື ເຄື່ອງປະດັບ ເທົ່ານັ້ນ ແຕ່ແມ່ນເວທີການເຊື່ອມໂຍງຕະຫລາດຄຳລາວ ກັບຕະຫຼາດຄຳຂອງໂລກ.ເປັນເວທີທີ່ພາກລັດ, ພາກເອກະຊົນ, ສະຖາບັນການເງິນ, ຜູ້ຜະລິດ, ຊ່າງສີມື, ນັກອອກແບບ, ນັກລົງທຶນ ແລະ ຄູ່ຮ່ວມມືຈາກສາກົນ ເພື່ອເປັນເວທີເຈລະຈາ, ຮ່ວມມື, ຮ່ວມຄ້າ ແລະ ສ້າງອະນາຄົດໃໝ່ໃຫ້ແກ່ອຸດສາຫະກຳຄຳລາວຮ່ວມກັນ ແລະ ນຳພາຄຳລາວກ້າວສູ່ມາດຕະຖານສາກົນ ບົນພື້ນຖານຂອງຄຸນນະພາບ, ຄວາມໂປ່ງໃສ ແລະ ການເຕີບໂຕຮ່ວມກັນຢ່າງຍືນຍົງ.”
ພາຍໃນງານມີການຈັດສະແດງຄຳແທ່ງ, ຄຳຮູບປະພັນ, ເຄື່ອງປະດັບຄຳ, ຜະລິດຕະພັນຫັດຖະກຳລາວ ແລະ ນະວັດຕະກຳດ້ານການເງິນ–ການລົງທຶນໃນຄຳ ຈາກບັນດາຜູ້ປະກອບການຊັ້ນນຳພາຍໃນ ແລະ ຕ່າງປະເທດ.
ນອກຈາກນັ້ນ, ຍັງມີກອງປະຊຸມສຳມະນາ, ບົດປາຖະກະຖາພິເສດ ແລະ ການສົນທະນາຈາກຜູ້ຊ່ຽວຊານ ໂດຍກວມເອົາຫຼາຍຫົວຂໍ້ສຳຄັນ ເຊັ່ນ: ການສ້າງປະເທດລາວໃຫ້ເປັນສູນກາງຄຳແຫ່ງໃໝ່ຂອງອາຊຽນ, ອະນາຄົດເສດຖະກິດລາວ ແລະ ອຸດສາຫະກຳຄຳແທ່ງ, ບົດບາດຂອງຄຳຕໍ່ຄວາມໝັ້ນຄົງຂອງຄອບຄົວ, ຄຳກັບວັດທະນະທຳ ແລະ ອັດຕະລັກອາຊຽນ, ການອອກແບບ ແລະ ພັດທະນາແບຣນຈາກມໍລະດົກຄຳລາວ, ລວມເຖິງການລົງທຶນຄຳໃນຍຸກດິຈິຕອນ.
ກິດຈະກຳພິເສດພາຍໃນງານຍັງປະກອບມີ ການສະແດງແຟຊັນຄຳ ແລະ ຜ້າໄໝລາວ, ການແນະນຳຜະລິດຕະພັນ ແລະ ບໍລິການໃໝ່, ການຈັບສະຫຼາກລາງວັນຄຳ ພ້ອມດ້ວຍກິດຈະກຳສ້າງສັນທີ່ເປີດໂອກາດໃຫ້ປະຊາຊົນໄດ້ຮຽນຮູ້, ສຳຜັດ ແລະ ເຂົ້າໃຈຄຸນຄ່າຂອງຄຳຫຼາຍຂຶ້ນ.
ການຈັດງານຄັ້ງນີ້ຍັງເປັນໂອກາດສຳຄັນໃນການຂະຫຍາຍເຄືອຂ່າຍຄູ່ຮ່ວມມື, ສ້າງໂອກາດທາງການຄ້າ ແລະ ການລົງທຶນ, ຕະຫຼອດຮອດການເຊື່ອມໂຍງຜູ້ຜະລິດ, ຜູ້ປະກອບການ, ສະຖາບັນການເງິນ ແລະ ນັກລົງທຶນຈາກຫຼາຍປະເທດ ເພື່ອຮ່ວມກັນສ້າງລະບົບນິເວດຂອງອຸດສາຫະກຳຄຳທີ່ເຂັ້ມແຂງ.
ຄະນະຈັດງານເຊື່ອໝັ້ນວ່າ ງານເທດສະການຄຳລາວ 2026 ຈະເປັນອີກໜຶ່ງບາດກ້າວສຳຄັນໃນການປະກາດສັກກະຍະພາບຂອງຂະແໜງການຄຳລາວ, ສົ່ງເສີມພາບລັກຂອງ ສປປ ລາວ ໃນເວທີສາກົນ ແລະ ວາງຮາກຖານໃຫ້ປະເທດລາວກ້າວຂຶ້ນເປັນສູນກາງການຄ້າ, ການບໍລິການ ແລະ ການລົງທຶນດ້ານຄຳທີ່ມີມາດຕະຖານໃນພາກພື້ນອາຊຽນ.

ອ່ານດ່ວນ ທາງເລກ8ແຈ້ງປ່ອຍລົດນ້ອຍຜ່ານກ່ອນ ສ່ວນລົດບັນທຸກແມ່ນ ຕອນບ່າຍ.........................ໃນວັນທີ 5 ກັນຍາ 2026 ນີ້ ໃຜຈະໄ...
04/09/2026

ອ່ານດ່ວນ ທາງເລກ8ແຈ້ງປ່ອຍລົດນ້ອຍຜ່ານກ່ອນ ສ່ວນລົດບັນທຸກແມ່ນ ຕອນບ່າຍ.........................
ໃນວັນທີ 5 ກັນຍາ 2026 ນີ້ ໃຜຈະໄປທາງເລກ 8 ເຂດພູຜາມ່ານ ປະຕິບັດຕາມນີ້ ລົດນ້ອຍ ປ່ອຍໃຫ້ແລ່ນຜ່ານເວລາ 9ໂມງ ສ່ວນລົດບັນທຸກແມ່ນ 14ໂມງ
ອີງໃສ່ ສະພາບດີນຟ້າອາກາດ ຝົນຕົກ ນັກໃນລະຫວ່າງການເຮັດວຽກໃນມື້ນີ້, ເຮັດໃຫ້ ການລົງ ຊອຍຊີເມນໃສ່ພື້ນທາງ ລ້າຊ້າກ່ວາກໍານົດ, ແລະ ສ່ວນປະສົມ ມີນໍ້າຫລາຍເກີນກໍານົດຈາກປະລິມານໍ້າຝົນຕົກລົງໃສ່,
ເພື່ອໃຫ້ພື້ນທາງເຊັດໂຕ ແຫ້ງໃດ້ມາດຕະຖານຕາມເຕັກນິກ

ການປ່ອຍລົດມື້ອື່ນ ວັນທີ່05/09/2026ແມ່ນຈໍາເປັນໄດ້ປ່ອຍ ໄປຕາມປະເພດລົດ ແລະ ເວລາດັ່ງນີ້:

ລົດກະບະ ລົດຕູ້, ລົດໂດຍສານ ປະເພດລົດນ້ອຍ ແມ່ນສາມາດໄປມາໄດ້ ໃນເວລາປະມານ9:00ໂມງເຊົ້າ,

ສ່ວນລົດບັນທຸກ ທັງລົດເປົ່າ ແລະ ລົດໜັກ ແມ່ນຈະໄດ້ປ່ອຍ ໃນເວລາ14:00ໂມງຊ່ວງແລງ
ດັ່ງນັ້ນຈິ່ງຂໍປະຊາສໍາພັນໃຫ້ຮັບຊາບ
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

ຈັບໄດ້ແລ້ວຜູ້ປຸ້ນຮ້ານມິນິມາດ ແລະ ຄາດຕະກຳເຈົ້າຂອງຮ້ານ ຢູ່ສະຫວັນນະເຂດ.......................ຊົມເຊີຍເຈົ້າໜ້າທີ່ຕຳຫຼວດ ສາມາດ...
04/09/2026

ຈັບໄດ້ແລ້ວຜູ້ປຸ້ນຮ້ານມິນິມາດ ແລະ ຄາດຕະກຳເຈົ້າຂອງຮ້ານ ຢູ່ສະຫວັນນະເຂດ.......................
ຊົມເຊີຍເຈົ້າໜ້າທີ່ຕຳຫຼວດ ສາມາດໄລ່ຕິດຕາມກັກຕົວຜູ້ຖືກຫາກໍ່ເຫດປຸ້ນຊັບ ແລະ ຄາດຕະກຳເຈົ້າຂອງຮ້ານມິນິມາດ ຢູ່ແຂວງສະຫວັນນະເຂດ ໄດ້ຢ່າງໄວວາ ຫຼັງຈາກລົງມືກໍ່ເຫດ ແລະ ເອົາຕົວຫຼົບໜີໄດ້ບໍ່ເຖິງ 24 ຊົ່ວໂມງ.

ເຫດການເກີດຂຶ້ນໃນເວລາ 19:45 ນາທີ ຂອງວັນທີ 3 ກັນຍາ 2026 ຢູ່ຮ້ານມິນິມາດ ບ້ານສະໜາມໄຊ, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ.

ຜູ້ກໍ່ເຫດ: ຊື່ ທ້າວ ແສງເພັດ ສີບໍລິບານ, ອາຍຸ 29 ປີ, ອາຊີບ ກຳມະກອນ, ຢູ່ບ້ານນາລ້ອງກວາງ, ເມືອງວັງວຽງ, ແຂວງວຽງຈັນ.

ຫຼັງຈາກກໍ່ເຫດ ໄດ້ຊິງເອົາລົດຈັກຂອງປະຊາຊົນທີ່ມາຊື້ເຄື່ອງຢູ່ຮ້ານ ຂີ່ຫຼົບໜີໄປທາງບ້ານນາແກ ເພື່ອມຸ່ງໜ້າໄປບ້ານປາກບໍ່.

ຈາກນັ້ນ, ໄດ້ເອົາລົດຈັກໄປຖິ້ມໄວ້ຢູ່ແຄມນ້ຳຂອງ ເຂດທ່າດູດແຮ່ຊາຍ ບ້ານປາກບໍ່ ແລ້ວແລ່ນຫຼົບໜີເຂົ້າປ່າ ເຂດບ້ານທ່າສະໂນ.

ເຈົ້າໜ້າທີ່ໄດ້ລະດົມກຳລັງປິດລ້ອມເຂດປ່າດັ່ງກ່າວ ຈົນຮອດເວລາ 14:00 ນາທີ ຂອງວັນທີ 4 ກັນຍາ 2026 ຈຶ່ງສາມາດຮອບກັກຕົວ ທ້າວ ແສງເພັດ ມາສະກັດສອບສວນດຳເນີນຄະດີຕາມກົດໝາຍ.

ສາເຫດແຮງຈູງໃຈ: ຜູ້ກ່ຽວຮັບສາລະພາບວ່າ ຕິດການພະນັນ ແລະ ຕ້ອງການເງິນໄປໄຖ່ເອົາລົດຈັກຂອງຕົນເອງທີ່ເອົາໄປຈຳນອງໄວ້.
ທີ່ມາ.ວາລະສານປ້ອງກັນຄວາມສະຫງົບ

ທ່ານ ສອນໄຊ ສີພັນດອນ ໄດ້ຮັບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະລິນຍາເອກກິດຕິມະສັກ.............ໃນວັນທີ 4 ກັນຍາ 2026 ຢູ່ທີ່ສະໂມສອນ...
04/09/2026

ທ່ານ ສອນໄຊ ສີພັນດອນ ໄດ້ຮັບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະລິນຍາເອກກິດຕິມະສັກ.............
ໃນວັນທີ 4 ກັນຍາ 2026 ຢູ່ທີ່ສະໂມສອນສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີມອບ-ຮັບຕຳແໜ່ງວິຊາການຄູບໍ່ປະຈຳຂັ້ນສາສະດາຈານກິດຕິມະສັກ ຂັ້ນສາດສະດາ ຈານພິເສດ ແລະ ປະລິນຍາເອກກິດຕິມະສັກ ມຊ ປະຈຳປີ 2026 .
ໃນພິທີທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ເລຂາທິການສະພາ ມຊ ໄດ້ກ່າວລາຍງານກ່ຽວກັບການເຄື່ອນ ໄຫວ ແລະ ຂະບວນການກັ່ນຕອງຄັດ ເລືອກ ການພິຈາລະນາຕຳ ແໜ່ງວິຊາການຄູບໍ່ປະຈຳໃນຊຸດປີ 2026 ໄດ້ຈັດຕັ້ງປະຕິ ບັດຢ່າງເປັນລະບົບ ເປີດເຜີຍ ໂປ່ງໃສ ແລະ ຖືກຕ້ອງຕາມດຳລັດ ແລະ ຄຳ ແນະນຳ ໂດຍຜ່ານການປະເມີນຈາກຄະນະກຳມະການວິຊາການແຕ່ ລະຂັ້ນ ຕັ້ງແຕ່ຂັ້ນຄະນະວິຊາ ຂັ້ນມະຫາວິທະຍາໄລຈົນເຖິງການຮັບຮອງໃນກອງປະຊຸມສະພາ ມຊ ສະໄໝສາມັນ ຄັ້ງທີ 1 ປະຈຳປີ 2026.
ຈາກນັ້ນໄດ້ອອກຂໍ້ຕົກລົງມອບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະກາສະນີ ຍະບັດໃຫ້ຜູ້ທີ່ມີຜົນງານໂດດເດັ່ນທັງໝົດ 6 ທ່ານ ປະກອບມີຂັ້ນສາສະດາຈານກິດ ຕິມະສັກ 2 ທ່ານ ຂັ້ນສາສະດາຈານພິເສດ 2 ທ່ານ ແລະ ປະລິນຍາເອກກິດຕິມະສັກ 2 ທ່ານ ຄື:
1. ມອບຕໍາແໜ່ງວິຊາການຄູບໍ່ປະຈໍາຂັ້ນ ສາສະດາຈານກິດຕິມະ ສັກ ສາຂາບໍລິຫານລັດ ແລະ ການພັດທະນາ ໃຫ້ທ່ານ ສາດສະດາ ຈານ ກິດຕິມະສັກ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ
2. ມອບສາສະດາຈານກິດຕິມະສັກ ສາຂາການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຍືນຍົງໃຫ້ທ່ານສາດສະ ດາຈານກິດຕິມະສັກ ສົມມາດ ພົນເສນາ
3. ມອບຕໍາແໜ່ງວິຊາການຄູບໍ່ປະຈໍາຂັ້ນສາສະດາຈານພິເສດ ສາຂາວິສະວະກໍາຊົນລະປະທານ ໃຫ້ທ່ານສາສະດາຈານພິເສດ ຄໍາຜາດ ສຸລິນພູມີ
4. ມອບຕໍາແໜ່ງວິຊາການຄູບໍ່ປະຈໍາຂັ້ນສາສະດາຈານພິເສດ ໃຫ້ທ່ານ ສາສະດາຈານພິເສດ ວັນທອງ ສີຣິວັນ
5. ມອບປະລິນຍາເອກກິດຕິມະສັກໃຫ້ທ່ານ ວຽງທະວີສອນ ເທບພະຈັນ ເພື່ອເປັນການຈາລຶກຜົນງານດີເດັ່ນຕໍ່ການວາງແຜນນະໂຍບາຍລັດ
6. ມອບປະລິຍາເອກກິດຕິມະສັກໃຫ້ທ່ານ ໂອ ມຽງ ຮວັນ ເພື່ອເປັນການຈາລຶກ ຜົນງານດີເດັ່ນ ຕໍ່ສັງຄົມສົງເຄາະ ແລະ ພັດທະນາ.
Cr: ວຽງຈັນໃໝ່
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

ທສວ ສະໜອງທຶນ 100 ຕື້ກີບໃຫ້ 3 ທະນາຄານ..........................ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (...
04/09/2026

ທສວ ສະໜອງທຶນ 100 ຕື້ກີບໃຫ້ 3 ທະນາຄານ..........................
ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ເຊັນສັນຍາກັບ 3 ທະນາຄານ ມູນຄ່າ 100 ຕື້ກີບ ເພື່ອນໍາໄປ ສົ່ງເສີມ ຈນກ ...
ອ່ານຂ່າວລະອຽດທີ່ລິ້ງ: https://laoedaily.com.la/?p=148027
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

ການນຳແຂວງຫຼວງນ້ຳທາ ລົງຕິດຕາມຊຸກຍູ້ການອະນາໄມເສັ້ນທາງໄປບ້ານປາສັກ ເຂດຂົວນໍ້າທາ ເມືອງຫຼວງນໍ້າທາ-----------------       ວັນທີ...
04/09/2026

ການນຳແຂວງຫຼວງນ້ຳທາ ລົງຕິດຕາມຊຸກຍູ້ການອະນາໄມເສັ້ນທາງໄປບ້ານປາສັກ ເຂດຂົວນໍ້າທາ ເມືອງຫຼວງນໍ້າທາ
-----------------
ວັນທີ 2 ກັນຍາ 2026 ການນໍາແຂວງລົງຕິດຕາມຊຸກຍູ້ການອະນາໄມເສັ້ນທາງໄປບ້ານປາສັກ ເຂດຂົວນໍ້າທາ ບ້ານປ່າສັກ ເມືອງ ແລະ ແຂວງຫຼວງນ້ຳທາ. ທ່ານ ວົງມະນີ ເພື່ອປະຊາ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ການອະນາໄມໃນຄັ້ງນີ້ ພາຍຫຼັງມີເຫດການນ້ຳຖ້ວມໃນຄັ້ງວັນທີ 29-30 ສິງຫາ 2026 ນີ້ ໄດ້ເຮັດໃຫ້ມີສິ່ງເສດເຫຼືອຂີ້ເຫຍື້ອຂອນໄມ້ ຄ້າງຢູ່ຂົວນໍ້າທາ ແລະ ເສັ້ນທາງໄປບ້ານປາສັກບໍ່ສາມາດທຽວໄປມາໄດ້ ດັ່ງນັ້ນທາງບໍລິສັດແກ້ວວິໄລ ກໍ່ສ້າງຊົນລະປະທານຈຳກັດຜູ້ດຽວ ຈີ່ງໄດ້ອາສາສະໝັກນຳເອົາເຄື່ອງກົນຈັກ ໄປອະນາໄມ ຢູ່ເຂດດັ່ງກ່າວໂດຍສະເພາະແມ່ນຂີ້ຕົມ,ໄມ້, ຂີ້ເຫຍື້ອ ແລະ ອື່ນໆ ເພື່ອເຮັດໃຫ້ເສັ້ນທາງຂອບເຂດນີ້ສາມາດສັນຈອນໄປມາໄດ້ຢ່າງສະດວກຂື້ນ.
ຂ່າວ: ມຸນຕີ

Address

Kolao Tower 2, Nongbone Village, 23 Singha Road, Saysettha District
Vientiane
10100

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00
Saturday 08:00 - 17:00

Telephone

+8562077781030

Alerts

Be the first to know and let us send you an email when ຂ່າວເສດຖະກິດ-ການຄ້າ Lao Economic Daily posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ຂ່າວເສດຖະກິດ-ການຄ້າ Lao Economic Daily:

Shortcuts

Share