25/06/2026
⚠️Rokarolla ມັນແວ (Malware) ເທິງ Android ໂຕໃໝ່ ມີເປົ້າໝາຍໂຈມຕີແອັບທະນາຄານ ແລະ ແອັບ Crypto ເຖິງ 217 ແອັບ!!
Banking Trojan ເທິງ Android ໂຕໃໝ່ທີ່ມີຊື່ວ່າ Rokarolla ກຳລັງມີເປົ້າການໂຈມຕີໄປທີ່ແອັບພິເຄຊັ່ນທະນາຄານ ແລະ Crypto ຈຳນວນ 217 ແອັບ ໂດຍໃຊ້ຊຸດຄຳສັ່ງທີ່ຄອບຄຸມເຖິງ 137 ຄຳສັ່ງ.
ມັນແວ (Malware) ໂຕນີ້ແຜ່ກະຈາຍຜ່ານເວັບໄຊທີ່ເປັນອັນຕະລາຍທີ່ຕົວະໃຫ້ດາວໂຫຼດແອັບ Google Chrome ຫຼື TikTok ແລະ ມັນແວສາມາດເຂົ້າຄວບຄຸມອຸປະກອນທີ່ຖືກໂຈມຕີໄດ້ຢ່າງສົມບູນໃນລະດັບຜູ້ເບິ່ງແຍງລະບົບ.
ຄວາມສາມາດຂອງມັນແວ ລວມເຖິງການລັກລະຫັດຜ່ານປົດລັອກໜ້າຈໍ, ລາຍຊື່ຜູ້ຕິດຕໍ່ ແລະ ຂໍ້ມູນ SMS ຈົນເຖິງມີການໃຊ້ Keyloggers ເພື່ອລໍຖ້າບັນທຶກການກົດແປ້ນພິມຂອງຜູ້ໃຊ້ຢ່າງຕໍ່ເນື່ອງ.ໃນລະຫວ່າງຂັ້ນຕອນການຕິດຕັ້ງ ແອັບທີ່ເປັນອັນຕະລາຍຈະເຮັດໜ້າທີ່ເປັນ Dropper ໂດຍການປອມຕົວເປັນ Google Play Protect ຊຶ່ງເປັນລະບົບປ້ອງກັນມັນແວທີ່ມີມາໃຫ້ໃນເຄື່ອງຂອງ Android ເພື່ອຫຼອກລໍ້ໃຫ້ຜູ້ໃຊ້ຕິດຕັ້ງແອັບ Chrome ຫຼື TikTok ທີ່ມີການຝັງມັນແວ Rokarolla ເອົາໄວ້.
ນັກວິໄຈຈາກບໍລິສັດຮັກສາຄວາມປອດໄພເທິງມືຖື Zimperium ເປີດເຜີຍລາຍລະອຽດວ່າ ເມື່ອແອັບຖືກເປີດໃຊ້ງານເທິງເຄື່ອງ Rokarolla ຈະຮ້ອງຂໍສິດການເຂົ້າເຖິງ (Accessibility service) ລວມໄປເຖິງສິດໃນການເຂົ້າເຖິງການແຈ້ງເຕືອນ, ຂໍ້ຄວາມ SMS ແລະ ຂໍ້ມູນການໂທລະສັບ.
ອ່ານຕໍ່>> https://laocert.gov.la/alert/191
Banking Trojan ເທິງ Android ໂຕໃໝ່ທີ່ມີຊື່ວ່າ Rokarolla ກຳລັງມີເປົ້າການໂຈມຕີໄປທີ່ແອັບພິເຄຊັ່ນທະນາຄານ ແລະ Crypto ຈຳນວນ 217 ແອັບ ໂດຍໃຊ້ຊ....