10/09/2026
ກົມຊັບສິນທາງປັນຍາ ຈັດງານສັບປະດາຊັບສິນທາງປັນຍາ 2026 (IP Week 2026) ຢູ່ໃນ ງານວາງສະແດງ “ຄຸນຄ່າພູມປັນຍາລາວ ຄັ້ງທີ 1” ພາຍໃຕ້ຫົວຂໍ້“ຈາກພູມປັນຍາລາວ ສູ່ຄວາມຮັ່ງມີດ້ວຍຊັບສິນທາງປັນຍາ”
----------------------------------------------
ເນື່ອງໃນໂອກາດການສົ່ງເສີມການສ້າງສັນ, ນະວັດຕະກຳ ແລະ ການນຳໃຊ້ລະບົບຊັບສິນທາງປັນຍາໃນການພັດທະນາເສດຖະກິດຂອງ ສປປ ລາວ, ກົມຊັບສິນທາງປັນຍາ ໄດ້ຈັດງານ ສັບປະດາຊັບສິນທາງປັນຍາ 2026 (Lao IP Week 2026) ໂດຍລວບລວມກິດຈະກຳດ້ານຊັບສິນທາງປັນຍາຕະຫຼອດປີໄວ້ໃນຫຼາກຫຼາຍເວທີແຕກຕ່າງກັນ.
ວັນທີ 9 ກັນຍາ 2026, ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ), ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດງານສັບປະດາຊັບສິນທາງປັນຍາ 2026 (IP Week 2026) ຢູ່ໃນ ງານວາງສະແດງ “ຄຸນຄ່າພູມປັນຍາລາວ ຄັ້ງທີ 1” ພາຍໃຕ້ຫົວຂໍ້ “ຈາກພູມປັນຍາລາວ ສູ່ຄວາມຮັ່ງມີດ້ວຍຊັບສິນທາງປັນຍາ” (Turning Lao Wisdom to Wealth by Intellectual Property) ໂດຍມີບັນດາ ຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຕາງໜ້າພາກລັດ, ພາກທຸລະກິດ, ນັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມ.
ງານໃນຄັ້ງນີ້ ໄດ້ກໍານົດຫົວຂໍ້ “ຈາກພູມປັນຍາລາວ ສູ່ຄວາມຮັ່ງມີດ້ວຍຊັບສິນທາງປັນຍາ” (Turning Lao Wisdom to Wealth by Intellectual Property) ຊຶ່ງເນັ້ນໃຫ້ເຫັນເຖິງບົດບາດຂອງຊັບສິນທາງປັນຍາໃນການເຊື່ອມໂຍງພູມປັນຍາລາວ ກັບໂອກາດທາງເສດຖະກິດ. ການນໍາໃຊ້ເຄື່ອງມື ແລະ ກົນໄກດ້ານຊັບສິນທາງປັນຍາຢ່າງເໝາະສົມ ຈະຊ່ວຍຊຸມຊົນ ແລະ ຜູ້ປະກອບການສາມາດປົກປ້ອງ, ສ້າງຄວາມແຕກຕ່າງ, ດໍາເນີນການຄ້າ ແລະ ເພີ່ມມູນຄ່າໃຫ້ແກ່ຜະລິດຕະພັນລາວ ຕະຫຼອດຮອດການສ້າງຜົນງານສ້າງສັນໃຫ້ອອກສູ່ສັງຄົມ. ແນວຄິດດັ່ງກ່າວ ຍັງຫັນການພັດທະນາລະບົບນິເວດ ຊັບສິນທາງປັນຍາ ທີ່ສາມາດນໍາໃຊ້ໄດ້ຈິງ, ປ່ຽນຄວາມຮູ້ພື້ນບ້ານ ແລະ ຮາກຖານວັດທະນະທໍາລາວ ໃຫ້ເປັນສິນຄ້າ ແລະ ຜະລິດຕະພັນທີ່ມີມູນຄ່າສູງຂຶ້ນ, ສ້າງແບຣນທ້ອງຖິ່ນໃຫ້ເຂັ້ມແຂງ ແລະ ສ້າງທຸລະກິດທີ່ຍືນຍົງ.
ພາຍໃນງານ ມີການຈັດເວທີເສວະນາ ຊຶ່ງໃຫ້ກຽດເຂົ້າຮ່ວມເສວະນາ ໃນຄັ້ງນີ້ ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ລິດທິໄກ ພູມມະສັກ, ປະທານສາມາຄົມ SME ລາວ ແລະ ທ່ານ ແພງທອງ ແຈ່ມມາໄລ, ຫົວໜ້າພະແນກນະໂຍບາຍ ແລະ ສົ່ງເສີມ ນະວັດຕະກໍາຊັບສິນທາງປັນຍາ, ໃນການເສວະນາຄັ້ງນີ້ ມີ 2 ຫົວຂໍ້ຫຼັກ ຄື: “ຈາກພູມປັນຍາລາວ ສູ່ຄວາມຮັ່ງມີດ້ວຍຍຸດທະສາດຊັບສິນທາງປັນຍາ (IP) 2026–2030 ແລະ ການນໍາໃຊ້ເຄື່ອງມືຊັບສິນທາງປັນຍາ” ແລະ “ກົນໄກແກ້ໄຂຂໍ້ຂັດແຍ່ງທາງດ້ານວຽກງານຊັບສິນທາງປັນຍາ” ຊຶ່ງມາໃນຮູບແບບການສົນທະນາແລກປ່ຽນຄວາມຮູ້ດ້ານຊັບສິນທາງປັນຍາ ໃນຫຼາຍຫົວຂໍ້ ເຊັນ: ຄວາມຮູ້ກ່ຽວກັບເຄື່ອງໝາຍການຄ້າ, ສິດທິບັດ, ອານຸສິດທະບັດ, ແບບອຸດສາຫະກຳ, ຖິ່ນກຳເນີດ, ພັນພືດໃໝ່ ແລະ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ.
ພາຍໃນງານຍັງມີບູດຂອງ ກົມຊັບສິນທາງປັນຍາ (IP Clinic) ເພື່ອເຜີຍແຜ່ວຽກງານຊັບສິນທາງປັນຍາ, ໃຫ້ຄຳປຶກສາ ແກ່ ພາກທຸລະກິດ, ຜູ້ປະກອບການ, SMEs ແລະ ມວນຊົນ ໃຫ້ເຂົ້າໃຈລະບົບນິເວດຂອງຊັບສິນທາງປັນຍາ ພ້ອມທັງທິດທາງການດໍາເນີນງານຕາມແຜນພັດທະນາຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມທັງສາມາດເຂົ້າໄປສອບຖາມຂໍ້ມູນໂດຍກົງ ກັບຜູ້ຊ່ຽວຊານດ້ານຊັບສິນທາງປັນຍາໄດ້ເຖີງທີ່. ພ້ອມນີ້ ຍັງມີການມອບໃບຢັ້ງຢືນການແຈ້ງຂໍ້ມູນລິຂະສິດ ແຄນສາມເຕົ້າ ໃຫ້ແກ່ຜູ້ປະກອບການລາວ.
ການຈັດງານໃນຄັ້ງນີ້ ຈະມີຂື້ນ ແຕ່ ວັນທີ 9 ຫາ 13 ກັນຍາ 2026 ຂໍເຊີນຊວນທຸກທ່ານເຂົ້າທ່ຽວຊົມ ແລະ ສົ່ງເສີມສີນຄ້າພູມປັນຍາລາວ ພ້ອມທັງຮັບຟັງ ແລະ ແລກປ່ຽນຄວາມຮູ້ ຜ່ານເວທີສໍາມະນາຕ່າງໆ ໃນຫຼາຍຫົວຂໍ້. ງານນີ້ຈຶ່ງເປັນໂອກາດ ແລະ ການຍົກລະດັບ ຄວາມສໍາຄັນໃນການເຜີຍແຜ່, ສ້າງຄວາມຮູ້ ກ່ຽວກັບວຽກງານຊັບສິນທາງປັນຍາ ໃຫ້ແກ່ພາກລັດ, ພາກທຸລະກິດ, ນັກສ້າງສັນ, ນັກປະດິດຄິດຄົ້ນ, ຊາວໜຸ່ມ ແລະ ມວນຊົນ ເພື່ອນໍາເອົາພູມປັນຍາ ແລະ ຜົນງານສ້າງສັນຂອງລາວ ມາສ້າງມູນຄ່າ, ສ້າງແບຣນ ແລະ ສ້າງໂອກາດທາງເສດຖະກິດ ໃຫ້ເກີດປະໂຫຍດຢ່າງຍືນຍົງ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ