ກົມຈັດຕັ້ງ ແລະ ພະນັກງານ, ກະຊວງກະສິກຳ ແລະ ປ່າໄມ້

ກົມຈັດຕັ້ງ ແລະ ພະນັກງານ, ກະຊວງກະສິກຳ ແລະ ປ່າໄມ້ ກົມຈັດຕັ້ງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ແຈ້ງການຄັດເລືອກເອົາພະນັກງານຜູ້ທີ່ມີເງື່ອນໄຂເຂົ້າຮ່ວມສະໝັກທຶນການສຶກສາໃນລະດັບປະລິນຍາໂທ ປະຈຳສົກປີ 2027-2029 ທີ່ ປະເທດ ຍີ່ປຸ...
12/08/2026

ແຈ້ງການຄັດເລືອກເອົາພະນັກງານຜູ້ທີ່ມີເງື່ອນໄຂເຂົ້າຮ່ວມສະໝັກທຶນການສຶກສາໃນລະດັບປະລິນຍາໂທ ປະຈຳສົກປີ 2027-2029 ທີ່ ປະເທດ ຍີ່ປຸ່ນ. ສາມາດເບິ່ງຂໍ້ມູນລາຍລະອຽດເພີ້ມເຕີມໄດ້ທີ່ https://dop.mis-mae.gov.la/notice.php

ແຈ້ງການສະໝັກທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ສຳລັບປີ 2027 (The KOICA Master's and Doctoral Scholarship Program),...
03/07/2026

ແຈ້ງການສະໝັກທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ສຳລັບປີ 2027 (The KOICA Master's and Doctoral Scholarship Program), ທີ່ ສ. ເກົາຫຼີ, ສາມາດເຂົ້າເບິ່ງລາຍລະອຽດເພີ້ມເຕີມໄດ້ທີ່ https://dop.mis-mae.gov.la/notice.php

ແຈ້ງທຶນການສຶກສາຂອງ ລັດຖະບານຮົງກາລີປະຈຳສົກຮຽນ 2026-2027. ສາມາດເຂົ້າເບິ່ງລາຍອຽດໄດ້ທີ່ https://dop.mis-mae.gov.la/notice.ph...
07/01/2026

ແຈ້ງທຶນການສຶກສາຂອງ ລັດຖະບານຮົງກາລີປະຈຳສົກຮຽນ 2026-2027. ສາມາດເຂົ້າເບິ່ງລາຍອຽດໄດ້ທີ່ https://dop.mis-mae.gov.la/notice.php

29/12/2025
26/12/2025

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ຈະໄຂຂຶ້ນ 6-8 ມັງກອນ 2026

ວັນທີ 26 ທັນວາ 2025 ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 12 ສະໄໝທີ XI ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ.

ກອງປະຊຸມ ໄດ້ຟັງລາຍງານຄວາມຄືບໜ້າການກະກຽມຄວາມພ້ອມຮອບດ້ານ ເພື່ອດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ພ້ອມທັງປຶກສາຫາລື, ຄົ້ນຄວ້າຕົກລົງເປັນເອກະພາບສູງຮັບຮອງເອົາ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາເນື້ອໃນ ທີ່ຈະນໍາສະເໜີໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄປປັບປຸງໃຫ້ມີຄວາມຮັບປະກັນ ແລະ ສົມບູນຍິ່ງຂຶ້ນ, ໂດຍໄດ້ລົງເລິກຊີ້ນໍາຢ່າງລະອຽດ ຕໍ່ບັນດາອະນຸກໍາມະການຕ່າງໆ ເປັນຕົ້ນແມ່ນ: ອະນຸກໍາມະການເນື້ອໃນ,ອະນຸ ກໍາມະການກົດລະບຽບ ແລະ ບຸກຄະລາກອນ, ອະນຸກໍາມະການໂຄສະນາ ແລະ ຂະບວນການ, ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸກໍາມະການງົບປະມານ ແລະ ບໍລິຫານ ແລະ ວຽກງານປິ່ນອ້ອມອື່ນໆ; ພ້ອມທັງ ໄດ້ຮັບຮອງເອົາ ວັນທີ 6-8 ມັງກອນ 2026 ເປັນໄລຍະດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຕີລາຄາ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ແມ່ນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວອັນສໍາຄັນ ໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ສູ່ລວງເລິກສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາຂອງພັກປະຊາຊົນປະຕິວັດລາວ ແລະ ຖືເປັນບັ້ນສະຫຼຸບຖອດຖອນບົດຮຽນ ຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກເພື່ອສືບຕໍ່ນໍາພາ ພາລະ ກິດປະຕິວັດ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.ບັນດາສະຫາຍສູນກາງພັກ ຈະໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງ, ຕັ້ງໜ້າບຸກບືນ, ນໍາພາ-ຊີ້ນຳ ການຈັດ ຕັ້ງປະຕິບັດວຽກງານ ສຸມສະຕິປັນ, ເຫື່ອແຮງທັງໝົດ ເຂົ້າໃນການນໍາພາຊີ້ນໍາການກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວໃຫ້ມີ ຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
https://laophattananews.com/250253/

ຂ່າວ:ຫສພ
#ໜັງສືພິມລາວພັດທະນາ #ຂ່າວພາຍໃນ #ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ #01
_______________@_______________
ສະໜັບສະໜູນໂດຍ: ນໍ້າດື່ມຫົວເສືອ
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

📒ທຶນການສຶກສາລະດັບ ປ.​ໂທ ແລະ ປ.​ເອກ ຂອງ ມະຫາວິທະຍາໄລປ່າໄມ້ປັກກິ່ງ Beijing Forstry University ສົກປີ 2026-2027, 🗓️ປິດຮັບສະຫ...
26/12/2025

📒ທຶນການສຶກສາລະດັບ ປ.​ໂທ ແລະ ປ.​ເອກ ຂອງ ມະຫາວິທະຍາໄລປ່າໄມ້ປັກກິ່ງ Beijing Forstry University ສົກປີ 2026-2027, 🗓️ປິດຮັບສະຫມັກ ທີ່ 03 ມີນາ 2026. ລາຍລະອຽດ:

ທຶນການສຶກສາ Beijing Forestry University ສປ ຈີນ 2026-2027 Written by Super User. Posted in ແຈ້ງທຶນການສຶກສາ Print Prev Next

📜ທຶນການສືກສາ ລັດຖະບານຮົງກາລີ ສົກປີ 2026-2027 ຈຳນວນ 150 ທຶນ (ລະດັບ ປ.​ຕີ,​ ປ.​ໂທ,​ ແລະ ປ.​ເອກ) ມາແລ້ວ,​ ປິດຮັບສະຫມັກວັນທີ...
26/12/2025

📜ທຶນການສືກສາ ລັດຖະບານຮົງກາລີ ສົກປີ 2026-2027 ຈຳນວນ 150 ທຶນ (ລະດັບ ປ.​ຕີ,​ ປ.​ໂທ,​ ແລະ ປ.​ເອກ) ມາແລ້ວ,​ ປິດຮັບສະຫມັກວັນທີ 15 ມັງກອນ 2026.​ 👉ລາຍລະອຽດ ເບິ່ງໄດ້ທີ່

ທຶນການສຶກສາລັດຖະບານ ຮົງກາລີ 2026 Written by Super User. Posted in ແຈ້ງທຶນການສຶກສາ Print Prev Next

Address

Vientiane

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 16:30
Thursday 08:00 - 16:30
Friday 08:00 - 16:30

Telephone

+85621412347

Alerts

Be the first to know and let us send you an email when ກົມຈັດຕັ້ງ ແລະ ພະນັກງານ, ກະຊວງກະສິກຳ ແລະ ປ່າໄມ້ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ກົມຈັດຕັ້ງ ແລະ ພະນັກງານ, ກະຊວງກະສິກຳ ແລະ ປ່າໄມ້:

Shortcuts

Share