GLAD GLAD is operating under the umbrella of the international non-government organization Deutsch Laotische Gesellschaft e.V. Germany (DLG)

ຝຶກອົບຮົມ ທົບທວນຄືນ ແລະ ຕິດຕາມ ການສົ່ງເສີມວິຊາຊີບຂັ້ນພື້ນຖານໃຫ້ຜູ້ປະກອບການໃນຄອບຄົວ ບ້ານນາຫ້ວາ ແລະ ບ້ານໂນນສະຫັວນ ແຂວງສາລະ...
26/08/2026

ຝຶກອົບຮົມ ທົບທວນຄືນ ແລະ ຕິດຕາມ ການສົ່ງເສີມວິຊາຊີບຂັ້ນພື້ນຖານໃຫ້ຜູ້ປະກອບການໃນຄອບຄົວ ບ້ານນາຫ້ວາ ແລະ ບ້ານໂນນສະຫັວນ ແຂວງສາລະວັນ.

ກຸ່ມແມ່ຍິງບ້ານນາຫ້ວາ ແລະ ບ້ານໂນນສະຫັວນ, ແຂວງສາລະວັນ ໄດ້ເຂົ້າຮ່ວມການຝຶກອົບຮົມ ທົບທວນຄືນ ແລະ ຕິດຕາມ ຫຼັງຈາກໄດ້ຮັບວັດຖຸ ແລະ ອຸປະກອນ ສຳລັບການເຮັດຄອກສັດປີກ, ສວນຄົວ ແລະ ລ້ຽງປາ. ເຊິ່ງໄດ້ເນັ້ນການທົບທວນຄວາມຮູ້, ການແລກປ່ຽນບົດຮຽນ, ຕິດຕາມຄວາມຄືບໜ້າ ແລະ ຮ່ວມກັນຊອກຫາແນວທາງແກ້ໄຂບັນຫາ ເພື່ອໃຫ້ກຸ່ມແມ່ຍິງສາມາດນຳໃຊ້ອຸປະກອນທີ່ໄດ້ຮັບໄດ້ຢ່າງມີປະສິດທິພາບ, ເພື່ອນຳໄປພັດທະນາການສ້າງລາຍຮັບ ແລະ ສົ່ງເສີມຄວາມໝັ້ນຄົງດ້ານອາຫານໃນຄອບຄົວ.

ກິດຈະກຳນີ້ເປັນອີກບາດກ້າວໜຶ່ງໃນການເສີມສ້າງທັກສະ, ຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ກຸ່ມແມ່ຍິງໃນຊຸມຊົນ ໃຫ້ສາມາດນຳໃຊ້ທຶນ ແລະ ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດ, ພ້ອມທັງສ້າງພື້ນຖານສຳລັບການດຳລົງຊີວິດທີ່ໝັ້ນຄົງ ແລະ ຍືນຍົງຫຼາຍຂຶ້ນ.

Training, Review and Follow-up on Basic Vocational Skills Promotion for Household Entrepreneurs in Nawah and Nonsavanh Villages, Salavane Province.

Women’s groups from Nawah and Nonsavanh villages in Salavane Province participated in a training, review and follow-up activity after receiving materials and equipment for poultry housing, home gardening and fish farming. The activity focused on reviewing knowledge, sharing experiences, monitoring progress, and jointly identifying solutions to challenges, enabling the women’s groups to effectively use the equipment received to further develop income-generating activities and promote household food security.

This activity represents another important step in strengthening the skills, knowledge and capacity of women’s groups in the community, enabling them to make effective use of available capital and resources, while laying the foundation for more secure and sustainable livelihoods.

"ການລົງທຶນໃນການສຶກສາກ່ອນໄວຮຽນ ຄືການລົງທຶນເພື່ອອະນາຄົດຂອງເດັກນ້ອຍ."ທ່ານ ໄພວັນ ແສງອຳພັນ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ...
24/08/2026

"ການລົງທຶນໃນການສຶກສາກ່ອນໄວຮຽນ ຄືການລົງທຶນເພື່ອອະນາຄົດຂອງເດັກນ້ອຍ."

ທ່ານ ໄພວັນ ແສງອຳພັນ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ສະທ້ອນວ່າ ໃນໄລຍະ 2 ປີທີ່ຜ່ານມາ ການຮ່ວມມື ແລະ ສະໜັບສະໜູນຂອງໂຄງການ ໂດຍສະເພາະການກໍ່ສ້າງໂຮງຮຽນທີ່ໄດ້ມາດຕະຖານ ພ້ອມກັບການສະໜອງອຸປະກອນການຮຽນຮູ້ທີ່ທັນສະໄໝ ໄດ້ຊ່ວຍໃຫ້ເດັກນ້ອຍຮຽນຮູ້ຜ່ານການຫຼິ້ນ ແລະ ພັດທະນາຕາມໄວຢ່າງເໝາະສົມ.
ຜົນທີ່ເຫັນໄດ້ຊັດ ຄື ອັດຕາການເຂົ້າຮຽນຂອງເດັກອາຍຸ 5 ປີ ໃນແຂວງສາລະວັນ ເພີ່ມຂຶ້ນຈາກ 82.4% ເປັນ 86.2% ສະທ້ອນໃຫ້ເຫັນວ່າ ເດັກໄດ້ເຂົ້າເຖິງການສຶກສາກ່ອນໄວຮຽນທີ່ມີຄຸນນະພາບ.
ຄວາມສຳເລັດນີ້ເກີດຂຶ້ນຈາກຄວາມຮ່ວມມືຂອງພາກລັດ, ຊຸມຊົນ ແລະ ພາກສ່ວນພັດທະນາ ໃນການສ້າງໂອກາດໃຫ້ເດັກນ້ອຍທຸກຄົນໄດ້ເລີ່ມຕົ້ນການຮຽນຮູ້ຢ່າງເທົ່າທຽມ ແລະ ມີຄຸນນະພາບ.

“Investing in early childhood education is investing in the future of our children.”
Mr. Phayvan Sengamphanh, Deputy Head of the Salavan Provincial Department of Education and Sports, highlighted that over the past two years, project collaboration and support—particularly the construction of standardized schools and the provision of modern learning materials—have enabled young children to learn through play and develop appropriately for their age.
A key visible result is the enrollment rate of 5-year-old children in Salavan Province, which has increased from 82.4% to 86.2%, demonstrating improved access to quality early childhood education.
This success stems from strong collaboration among the government, local communities, and development partners in creating equal opportunities for every child to get a high-quality start in their learning journey.

English Below🌱 ສົ່ງເສີມອາຊີບ ແລະ ຄວາມໝັ້ນຄົງດ້ານອາຫານ ຜ່ານການສະໜັບສະໜູນຄອບຄົວເປົ້າໝາຍ.ອີກໜຶ່ງກ້າວຂອງການສະໜັບສະໜູນຊຸມຊົນ ...
17/08/2026

English Below

🌱 ສົ່ງເສີມອາຊີບ ແລະ ຄວາມໝັ້ນຄົງດ້ານອາຫານ ຜ່ານການສະໜັບສະໜູນຄອບຄົວເປົ້າໝາຍ.
ອີກໜຶ່ງກ້າວຂອງການສະໜັບສະໜູນຊຸມຊົນ ກັບການມອບອຸປະກອນສຳລັບເຮັດຄອກສັດ ແລະ ອຸປະກອນປູກພືດສວນຄົວ ໃຫ້ແກ່ 24 ຄອບຄົວ ຈາກ 2 ບ້ານ ຄື: ບ້ານແກ້ງສິມ ແລະ ບ້ານນາບອນ, ເມືອງສາລະວັນ, ແຂວງສາລະວັນ.
ການສະໜັບສະໜູນຄັ້ງນີ້ ມຸ້ງເນັ້ນໃຫ້ຄອບຄົວເປົ້າໝາຍສາມາດນຳອຸປະກອນ ແລະ ເມັດພັນທີ່ໄດ້ຮັບໄປນຳໃຊ້ໃນຄອບຄົວ ເພື່ອສ້າງແຫຼ່ງອາຫານ, ສ້າງລາຍຮັບ ແລະ ເສີມສ້າງຄວາມສາມາດໃນການພຶ່ງພາຕົນເອງຂອງຄອບຄົວ.
💚 ເພາະການພັດທະນາທີ່ຍືນຍົງ ເລີ່ມຕົ້ນຈາກການສ້າງຄວາມເຂັ້ມແຂງ ໃຫ້ຄົນໃນຊຸມຊົນສາມາດສ້າງໂອກາດໃຫ້ຕົນເອງ ແລະ ຄອບຄົວ.

🌱 Strengthening Livelihoods and Household Food Security through Support to Target Families
Another step forward in supporting local communities through the provision of livestock pen construction materials and home gardening supplies to 24 project-targeted households from two villages: Kaeng Sim and Nabon Villages, Salavan District, Salavan Province.
This support aims to enable targeted households to make practical use of the materials and seeds provided to strengthen household food sources, generate additional income, and enhance their capacity for greater self-reliance.
💚 Sustainable development begins by empowering people and communities to create opportunities for themselves and build stronger, more resilient households.

"ການສ້າງຊຸມຊົນໃຫ້ມີສ່ວນຮ່ວມໃນການບໍລິຫານຈັດການທຶນ ຖືເປັນການສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງໃນຊຸມຊົນ"ສຳລັບ ທ່ານ ຄຳປຸ່ນ ເຮືອ...
17/08/2026

"ການສ້າງຊຸມຊົນໃຫ້ມີສ່ວນຮ່ວມໃນການບໍລິຫານຈັດການທຶນ ຖືເປັນການສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງໃນຊຸມຊົນ"

ສຳລັບ ທ່ານ ຄຳປຸ່ນ ເຮືອງຫົງສາ ຫົວໜ້າຄະນະພັດທະນາການສຶກສາຂັ້ນບ້ານ ບ້ານຕຸກລຸກ, ການພັດທະນາການສຶກສາບໍ່ໄດ້ຢຸດຢູ່ພຽງການສ້າງໂຮງຮຽນ ແຕ່ໝາຍເຖິງການສ້າງລະບົບທີ່ຊຸມຊົນສາມາດບໍລິຫານ ແລະ ສືບຕໍ່ໄດ້ດ້ວຍຕົນເອງ.
ດ້ວຍການມີສ່ວນຮ່ວມຂອງພໍ່ແມ່, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຊຸມຊົນ ໄດ້ຮ່ວມກັນບໍລິຫານກອງທຶນ, ສະໜັບສະໜູນອາຫານທ່ຽງ, ຕິດຕາມການເຂົ້າຮຽນ ແລະ ວາງແຜນຮອງຮັບການດຳເນີນງານໃນອະນາຄົດ ເພື່ອໃຫ້ເດັກນ້ອຍທຸກຄົນຍັງຄົງໄດ້ຮັບອາຫານທີ່ມີໂພຊະນາການ ແລະ ໄດ້ຮຽນຮູ້ໃນສະພາບແວດລ້ອມທີ່ດີ.
ເມື່ອຊຸມຊົນມີຄວາມຮູ້, ມີກົນໄກ ແລະ ມີຄວາມເຊື່ອໝັ້ນໃນການບໍລິຫານດ້ວຍຕົນເອງ ຜົນສຳເລັດຂອງໂຄງການກໍຈະບໍ່ສິ້ນສຸດເມື່ອໂຄງການສິ້ນສຸດ ແຕ່ຈະສືບຕໍ່ເປັນປະໂຫຍດແກ່ເດັກນ້ອຍ ແລະ ຄົນໃນຊຸມຊົນຕໍ່ໄປ.

“Engaging the community in fund management is key to building local empowerment and long-term sustainability.”

For Mr. Khampoun Heuanghongsa, Head of the Village Education Development Committee (VEDC) in Tukluk Village, education development does not end with constructing school buildings. It means establishing a resilient system that the community can independently manage and sustain.

Through active participation, parents, the VEDC, and community members jointly manage village education funds, support school lunch programs, track student attendance, and chart future operational plans—ensuring that every child continues to receive nutritious meals and learn in a supportive environment.

When communities are equipped with knowledge, governance mechanisms, and self-management confidence, project impact does not end when the funding period concludes; it continues to thrive generations to come.

📢 WE ARE HIRING! Project Officer GLAD (German-Lao Association for Development) is looking for motivated Lao nationals to...
04/08/2026

📢 WE ARE HIRING! Project Officer

GLAD (German-Lao Association for Development) is looking for motivated Lao nationals to join our team.

📍 Location: Samouay District, Salavan Province.
For detailed in formation and requirements, please visit: https://drive.google.com/file/d/1jmJHE-hEupZdUzA8Q4qC1pIjR9o7X6_n/view?usp=sharing

📧 Submit your CV, cover letter, and supporting documents (including 2 professional referees) to: [email protected]

🗓️ Application Deadline: 17 August 2026

Join us in making a positive impact on rural community development!

🌸 ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 - 20 ກໍລະກົດ 2026)🌸ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນ...
20/07/2026

🌸 ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ
(20 ກໍລະກົດ 1955 - 20 ກໍລະກົດ 2026)🌸
ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ຂໍຊົມເຊີຍ ແລະ ຍ້ອງຍໍຄວາມກ້າຫານ, ບົດບາດ ໃນການປະກອບສ່ວນອັນຍິ່ງໃຫຍ່ຂອງແມ່ຍິງລາວ ໃນທຸກຍຸກທຸກສະໄໝ ຕໍ່ການພັດທະນາປະເທດຊາດ ແລະ ຂໍອວຍພອນໃຫ້ແມ່ຍິງລາວທຸກທ່ານ ຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນ ແລະ ປະສົບຜົນສຳເລັດໃນທຸກໜ້າທີ່ການງານ.

🌸 Congratulations on the 71st Anniversary of the Lao Women’s Union
(20 July 1955 – 20 July 2026)

The German-Lao Association for Development (GLAD) extends its warm congratulations and sincere appreciation for the courage, role, and remarkable contributions of Lao women throughout every period of history to the development of the nation.

On this special occasion, we wish all Lao women happiness, prosperity, and continued success in all their duties and endeavors.

🌸 Happy 71st Anniversary of the Lao Women’s Union!

English Below👇🏼ໃນວັນທີ 2 ກໍລະກົດ 2026 ທີ່ຜ່ານມາ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວ...
14/07/2026

English Below👇🏼

ໃນວັນທີ 2 ກໍລະກົດ 2026 ທີ່ຜ່ານມາ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ ຈັດກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ວາງແຜນ 6 ເດືອນທ້າຍປີ 2026 ຂອງ “ໂຄງການສົ່ງເສີມການສຶກສາເດັກກ່ອນໄວຮຽນໂດຍຊຸມຊົນມີສ່ວນຮ່ວມ” (ເມືອງດາກຈຶງ) ທີ່ໂຮງແຮມແອນນາ, ເມືອງທ່າແຕງ, ແຂວງເຊກອງ.
ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວັນເພັງ ທອງສີ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ທະນົງສັກ ລືມີໄຊ, ຮອງເຈົ້າເມືອງດາກຈຶງ, ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ພະແນກການຂັ້ນແຂວງ-ເມືອງ, ຜູ້ປະສານງານ ແລະ ທີມງານຈາກສະມາຄົມ ເຢຍລະມັນ-ລາວ ເພື່ອການພັດທະນາ.
ຈຸດປະສົງຫຼັກຂອງກອງປະຊຸມ:
• 📊 ທົບທວນຄວາມຄືບໜ້າ: ປະເມີນຜົນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຂອງໂຄງການໃນໄລຍະ 6 ເດືອນຕົ້ນປີ 2026 ທີ່ຜ່ານມາ.
• 💡 ຖອດຖອນບົດຮຽນ: ປຶກສາຫາລືກ່ຽວກັບດ້ານດີ, ຂໍ້ຄົງຄ້າງ, ສາເຫດ ແລະ ວິທີການແກ້ໄຂ ເພື່ອເປັນບ່ອນອີງໃນການປັບປຸງການເຮັດວຽກ.
• ວາງແຜນເດີນໜ້າ: ນຳສະເໜີທິດທາງ ແລະ ຮ່າງແຜນການຈັດຕັ້ງປະຕິບັດກິດຈະກຳໃນໄລຍະ 6 ເດືອນທ້າຍປີ 2026.
ໂຄງການນີ້ເນັ້ນໃສ່ການສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມໃຫ້ຊຸມຊົນມີສ່ວນຮ່ວມຢ່າງຕັ້ງໜ້າ ໃນການພັດທະນາ ແລະ ຍົກລະດັບຄຸນນະພາບການສຶກສາກ່ອນໄວຮຽນ ໃຫ້ແກ່ເດັກນ້ອຍໃນເຂດຫ່າງໄກສອກຫຼີກຢ່າງຍືນຍົງ.

On July 2, 2026 – The German-Lao Association for Development (GLAD), in collaboration with the Sekong Provincial Department of Education and Sports, organized the 2026 Mid-Year Review and Planning Meeting under the “Community-Based Early Childhood Education Promotion Project” for Dakcheung district. The event took place at the Anna Hotel in Thateng district, Sekong province.
The meeting was chaired by Ms. Vanpheng Thongsy, Deputy Head of the Sekong Provincial Department of Education and Sports, Distinguished attendees included Mr. Thanongsack Leumixay, Vice Governor of Dakcheung District, alongside representatives from the Ministry of Foreign Affairs, the Ministry of Education and Sports, provincial and district line sectors, project coordinators, and the GLAD team.
Key objectives:
• 📊 Progress Review: Evaluating the implementation and performance of project activities during the first six months of 2026.
• 💡 Lessons Learned: Analyzing successes, challenges, root causes, and effective solutions to improve upcoming project operations.
• Future Planning: Presenting strategic directions and action plans for the remaining six months of 2026.
This project focuses on empowering and promoting active community participation to enhance and sustain quality early childhood education for children in the remote areas of Sekong Province.

English Below👇🏼ໃນວັນທີ 1 ກໍລະກົດ 2026 ທີ່ຜ່ານມາ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ (GLAD) ໄດ້ຮ່ວມກັບ ພະແນກສຶກສາທິການ ແລ...
14/07/2026

English Below👇🏼

ໃນວັນທີ 1 ກໍລະກົດ 2026 ທີ່ຜ່ານມາ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ (GLAD) ໄດ້ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບຮ່ວມກັນປະຈຳ 6 ເດືອນຕົ້ນປີ 2026 ຂອງ “ໂຄງການສົ່ງເສີມການສຶກສາກ່ອນໄວຮຽນແບບປະສົມປະສານ ໃນເຂດຊົນນະບົດ” ຢູ່ເມືອງຕຸ້ມລານ ແລະ ເມືອງສະໝ້ວຍ ຢ່າງເປັນທາງການ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ.
ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນ. ພູວຽງ ອິນທະສອນ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ວັນເພັງ ອິນທະສອນ, ຮອງປະທານຄະນະປົກຄອງເມືອງຕຸ້ມລານ; ທ່ານ ບຸນເຢືອຍ ໂຮ່ວັນສູງ, ຮອງປະທານຄະນະປົກຄອງເມືອງສະໝ້ວຍ, ພ້ອມດ້ວຍຜູ້ຕາງໜ້າຈາກກົມການສຶກສາກ່ອນໄວຮຽນ, ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ຂະແໜງການກ່ຽວຂ້ອງຂັ້ນແຂວງ-ເມືອງ, ຜູ້ປະສານງານໂຄງການ ແລະ ທີມງານຈາກສະມາຄົມ ເຢຍລະມັນ-ລາວ ເພື່ອການພັດທະນາ.
ຈຸດປະສົງຫຼັກຂອງກອງປະຊຸມ:
• 📊 ທົບທວນ ແລະ ປະເມີນ: ຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ພາຍໃຕ້ໂຄງການຕະຫຼອດໄລຍະ 6 ເດືອນຕົ້ນປີ 2026 ທີ່ຜ່ານມາ.
• 💡 ຖອດຖອນບົດຮຽນ: ຮ່ວມກັນວິເຄາະດ້ານດີ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ແນວທາງການແກ້ໄຂ ເພື່ອເປັນບ່ອນອີງໃນການປັບປຸງການເຮັດວຽກໃຫ້ມີປະສິດທິພາບກວ່າເກົ່າ.
• ວາງແຜນຕໍ່ໜ້າ: ນຳສະເໜີທິດທາງ ແລະ ຮ່າງແຜນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໃນໄລຍະ 6 ເດືອນທ້າຍປີ 2026.
ການຮ່ວມມືລະຫວ່າງພາກສ່ວນກ່ຽວຂ້ອງ ແລະ ສະມາຄົມ GLAD ໃນຄັ້ງນີ້ ຖືເປັນກົນໄກສຳຄັນໃນການຊຸກຍູ້ ແລະ ຍົກລະດັບຄຸນນະພາບການສຶກສາກ່ອນໄວຮຽນ ໃຫ້ແກ່ເດັກນ້ອຍໃນເຂດຫ່າງໄກສອກຫຼີກຂອງແຂວງສາລະວັນ ໃຫ້ມີຄວາມຍືນຍົງ.

On July 1, 2026, the German-Lao Association for Development (GLAD), in collaboration with the Salavan Provincial Department of Education and Sports, officially organized the 6-Month Review Meeting for the first half of 2026 under the “Integrated Early Childhood Education Promotion Project in Rural Areas” for Tumlan and Samuoi districts. The meeting took place at the meeting hall of the Salavan Provincial Department of Education and Sports.
The meeting was chaired by Ms. Phouvieng Inthasone, Deputy Head of the Salavan Provincial Department of Education and Sports. Distinguished attendees included Mr. Vanpheng Inthasone, Vice Governor of Tumlan District; Mr. Bounyeuay Hovanxoung, Vice Governor of Samuoi District; alongside representatives from the Department of Early Childhood Education and the Department of External Relations under the Ministry of Education and Sports. Provincial and district line sectors, project coordinators, and the GLAD team also participated.
Key objectives:
📊 Review and Assessment: Evaluating the progress and implementation of project activities carried out during the first six months of 2026.
💡 Lessons Learned: Jointly analyzing successes, challenges, root causes, and lessons learned to establish effective solutions for improving future operations.
Future Planning: Outlining strategic directions and action plans for continuing project activities in the remaining six months of 2026.
This strong collaboration between local government authorities and GLAD serves as a vital mechanism to drive, enhance, and sustain quality early childhood education for children in the remote and underserved areas of Salavan Province.

English Below👇🏼ໃນວັນທີ 30 ມິຖຸນາ 2026 ທີ່ຜ່ານມາ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວ...
13/07/2026

English Below👇🏼

ໃນວັນທີ 30 ມິຖຸນາ 2026 ທີ່ຜ່ານມາ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ຈັດກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ວາງແຜນ 6 ເດືອນທ້າຍປີ 2026 ຂອງ “ໂຄງການສົ່ງເສີມການສຶກສາເດັກກ່ອນໄວຮຽນຂັ້ນບ້ານ” (ເມືອງຕະໂອ້ຍ).
ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພູວຽງ ອິນທະສອນ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ. ເປັນກຽດເຂົ້າຮ່ວມໂດຍ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຕະໂອ້ຍ, ຕາງໜ້າຫ້ອງວ່າການເມືອງຕະໂອ້ຍ, ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຜູ້ປະສານງານ ແລະ ທີມງານຈາກສະມາຄົມ ເຢຍລະມັນ-ລາວ ເພື່ອການພັດທະນາ.
ຈຸດປະສົງຫຼັກຂອງກອງປະຊຸມ:
• 📊 ທົບທວນຄວາມຄືບໜ້າ: ປະເມີນຜົນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຂອງໂຄງການໃນໄລຍະ 6 ເດືອນຕົ້ນປີ 2026 ທີ່ຜ່ານມາ.
• 💡 ຖອດຖອນບົດຮຽນ: ປຶກສາຫາລືກ່ຽວກັບດ້ານດີ, ຂໍ້ຄົງຄ້າງ, ສາເຫດ ແລະ ວິທີການແກ້ໄຂ ເພື່ອເປັນບ່ອນອີງໃນການປັບປຸງການເຮັດວຽກ.
• ວາງແຜນຕໍ່ໜ້າ: ນຳສະເໜີທິດທາງ ແລະ ຮ່າງແຜນການຈັດຕັ້ງປະຕິບັດກິດຈະກຳໃນໄລຍະ 6 ເດືອນທ້າຍປີ 2026.
ໂຄງການນີ້ເປັນອີກໜຶ່ງກົນໄກສຳຄັນໃນການຮ່ວມມືລະຫວ່າງພາກສ່ວນກ່ຽວຂ້ອງ ແລະ ສະມາຄົມ GLAD ເພື່ອຍົກລະດັບພື້ນຖານການສຶກສາ ແລະ ເສີມສ້າງພັດທະນາການຂອງເດັກນ້ອຍໃນຂັ້ນບ້ານໃຫ້ມີຄຸນນະພາບ ແລະ ຍືນຍົງ.

On June 30, 2026 – The German-Lao Association for Development (GLAD), in collaboration with the Salavan Provincial Department of Education and Sports, organized the Mid-Year Review and Planning Meeting for 2026 under the “Village-Based Early Childhood Education Promotion Project” in Ta-Oi District.
The meeting was chaired by Ms. Phouvieng Inthasone, Deputy Head of the Salavan Provincial Department of Education and Sports, Distinguished attendees included the Head of the Ta-Oi District Education and Sports Office, representatives from the Ta-Ouy District Administration Office, the Ministry of Foreign Affairs, the Ministry of Education and Sports, project coordinators, and the GLAD team. Key objectives:
• 📊 Progress Review: Evaluating the implementation and performance of project activities during the first six months of 2026.
• 💡 Lessons Learned: Discussing achievements, challenges, root causes, and effective solutions to improve upcoming project operations.
• Future Planning: Presenting strategic directions and action plans for the remaining six months of 2026.
This collaborative project between local authorities and GLAD serves as a key driver in enhancing foundational education and supporting early childhood development at the village level sustainably.

English Below👇🏼ໃນວັນທີ 29 ມິຖຸນາ 2026 ທີ່ຜ່ານມາ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວ...
13/07/2026

English Below👇🏼

ໃນວັນທີ 29 ມິຖຸນາ 2026 ທີ່ຜ່ານມາ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ຈັດກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ 2026 ຂອງ “ໂຄງການສົ່ງເສີມຜູ້ປະກອບການຂັ້ນບ້ານໂດຍຜ່ານການຝຶກອົບຮົມວິຊາຊີບຂັ້ນພື້ນຖານ, ໄລຍະ II” ຢູ່ເມືອງສາລະວັນ ແລະ ເມືອງຕະໂອ້ຍ.
ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ວຽງແກ້ວ ຈັນເປັງແສງ, ຫົວໜ້າຂະແໜງບໍລິຫານ ພະແນກສຶກສາທິການ ແລະ ກິລາແຂວງ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ຂາວ ໂພໄຊ, ຮອງເຈົ້າເມືອງສາລະວັນ; ທ່ານ ນາງ ບຸນຖິນ ແກ່ນພົມມາ, ເຈົ້າເມືອງຕະໂອ້ຍ; ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ພາກສ່ວນກ່ຽວຂ້ອງ ແລະ ທີມງານສະມາຄົມ ເຢຍລະມັນ-ລາວ ເພື່ອການພັດທະນາ.
ຈຸດປະສົງຫຼັກຂອງກອງປະຊຸມ:
• 📊 ປະເມີນຜົນ: ທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຂອງໂຄງການຕະຫຼອດ 6 ເດືອນຕົ້ນປີ.
• 💡 ຖອດຖອນບົດຮຽນ: ວິເຄາະດ້ານດີ, ຂໍ້ຄົງຄ້າງ, ສາເຫດ ແລະ ແນວທາງແກ້ໄຂ ເພື່ອປັບປຸງການເຮັດວຽກໃຫ້ມີປະສິດທິພາບກວ່າເກົ່າ.
• ວາງແຜນຕໍ່ໜ້າ: ນຳສະເໜີທິດທາງ ແລະ ຮ່າງແຜນການຈັດຕັ້ງປະຕິບັດກິດຈະກຳໃນໄລຍະ 6 ເດືອນທ້າຍປີ 2026.
ໂຄງການນີ້ຖືເປັນກົນໄກສຳຄັນໃນການຊຸກຍູ້ການສ້າງອາຊີບ, ເພີ່ມທັກສະວິຊາຊີພື້ນຖານ ແລະ ສົ່ງເສີມເສດຖະກິດຖານຮາກໃຫ້ແກ່ຜູ້ປະກອບການຂັ້ນບ້ານໃນເຂດເປົ້າໝາຍຢ່າງຍືນຍົງ.

On June 29, 2026 – The German-Lao Association for Development (GLAD), in partnership with the Salavan Provincial Department of Education and Sports, organized the 6-Month Review Meeting for the first half of 2026 under the “Village Entrepreneurship Promotion through Basic Vocational Training Project, Phase II” for Salavan and Ta-Oi Districts.
Chaired by Mr. Viengkeo Chanpengseng, Head of the Administration Division of the Provincial Department of Education and Sports, Distinguished attendees included Mr. Khao Phoxay, Vice Governor of Salavan District; Ms. Bounthin Kenphomma, Governor of Ta-Oi District; alongside representatives from the Ministry of Foreign Affairs, the Ministry of Education and Sports, local line sectors, and the GLAD team.
Key objectives:
• 📊 Review: Evaluating project progress and implementation of activities carried out during the first six months of 2026.
• 💡 Lessons Learned: Analyzing successes, challenges, and root causes to develop effective solutions for future project implementation.
• Planning: Outlining strategic directions and action plans for the remaining six months of 2026.
This project serves as a vital mechanism to drive job creation, enhance foundational vocational skills, and strengthen the local economy for village entrepreneurs in the target areas.

Address

Vientiane
0103

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00

Telephone

85621413076

Alerts

Be the first to know and let us send you an email when GLAD posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to GLAD:

Shortcuts

Share