U.S. Embassy Vientiane

U.S. Embassy Vientiane Welcome to the official page of the U.S. Embassy in Vientiane, Laos. Terms of Use: state.gov/tou

ຂໍສະແດງຄວາມຍິນດີ 👏🥳 ກັບການສຳເລັດຫຼັກສູດ Public Diplomacy Fellowship ທີ່ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນ! ໂຄງກ...
20/08/2026

ຂໍສະແດງຄວາມຍິນດີ 👏🥳 ກັບການສຳເລັດຫຼັກສູດ Public Diplomacy Fellowship ທີ່ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນ! ໂຄງການນີ້ໄດ້ມອບໂອກາດອັນລ້ຳຄ່າໃຫ້ນັກສຶກສາໄດ້ຮັບປະສົບການຕົວຈິງ ແລະ ພັດທະນາທັກສະສຳຄັນໃນສາຍງານທີ່ຕົນເອງມັກ. ພວກເຮົາຫວັງວ່າທຸກຄົນຈະສາມາດນຳເອົາຄວາມຮູ້ ແລະ ປະສົບການໃໝ່ນີ້ໄປໃຊ້ໃນອະນາຄົດການເຮັດວຽກຂອງທຸກຄົນ.

ຂໍເຊີນທຸກທ່ານມາຮ່ວມສະແດງຄວາມຍິນດີກັບ PD Fellows ຂອງພວກເຮົາ:
· Thidavanh Svengsuksa
· Siriphone Phimsouvanh
· Phounsombath Sinthavong
· Bounthaphone Soudthavong
· Kaoxue Yang
· Maipheng
· Mali Sengvolavong
· Thanisa Vorachith
· Maioue Thao Phialuang
· Sackda Phonharath
· Xaythiphone Souliya

Congratulations 👏🥳 on your successful completion of the Public Diplomacy Fellowship at U.S. Embassy Vientiane! This program has provided invaluable opportunities for students to gain practical experience and develop important skills in their desired fields. We hope you will be able to carry all your new knowledge and experience forward into your future careers.

Please join us in congratulating our PD Fellows:
· Thidavanh Svengsuksa
· Siriphone Phimsouvanh
· Phounsombath Sinthavong
· Bounthaphone Soudthavong
· Kaoxue Yang
· Maipheng
· Mali Sengvolavong
· Thanisa Vorachith
· Maioue Thao Phialuang
· Sackda Phonharath
· Xaythiphone Souliya

20/08/2026

3 DAYS. 250 YEARS OF FREEDOM. ONE EPIC RACE. 🦅

FREEDOM 250 GRAND PRIX. 🏎️🌬️

ປະກາດຮັບສະໝັກງານ!ເຮືອນພັກຂອງທ່ານອຸປະທູດສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ ກຳລັງຊອກຫາເພື່ອນຮ່ວມງານທີ່ມີຄວາມກະຕືລືລົ້ນ ແລະ...
19/08/2026

ປະກາດຮັບສະໝັກງານ!
ເຮືອນພັກຂອງທ່ານອຸປະທູດສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ ກຳລັງຊອກຫາເພື່ອນຮ່ວມງານທີ່ມີຄວາມກະຕືລືລົ້ນ ແລະ ມີຄຸນສົມບັດທີ່ເໝາະສົມ ໃນຕຳແໜ່ງ Head Chef

ປິດຮັບສະໝັກໃນວັນທີ 1 ກັນຍາ 2026
ທ່ານສາມາດເບິ່ງລາຍລະອຽດຂອງຕຳແໜ່ງງານທີ່ລະບຸຂ້າງເທິງໄດ້ທີ່: https://la.usembassy.gov/ore-official-residence-employee/

ທ່ານສາມາດເຂົ້າເບິ່ງວິທີການການສະໝັກໄດ້ທີ່: https://la.usembassy.gov/jobs/
ຢ່າພາດກັບໂອກາດດີໆແບບນີ້ ຫຼື ຢ່າລືມແບ່ງປັນໃຫ້ກັບໝູ່ເພື່ອນຜູ້ທີ່ເໝາະສົມກັບຕໍາແໜ່ງນີ້ເດີ້.

Vacancy Announcement!
The U.S. Head of Mission Residence in Vientiane is looking for a motivated and qualified individual to fill the position of Head Chef.

Closing date: September 1, 2026.
You can find more information about the position at https://la.usembassy.gov/ore-official-residence-employee/

Instructions on how to apply can be found at https://la.usembassy.gov/jobs/.
Don’t miss this great opportunity. Share it with anyone who would be great for this position.

ມີກຳນົດເວລາໃນການລົງທະບຽນເພື່ອເດີນທາງອອກຈາກສະຫະລັດອາເມລິກາດ້ວຍຕົນເອງ ຜ່ານແອັບມືຖື CBP Home ຫຼື ບໍ່?ໃນປັດຈຸບັນ ຍັງບໍ່ມີກຳນ...
19/08/2026

ມີກຳນົດເວລາໃນການລົງທະບຽນເພື່ອເດີນທາງອອກຈາກສະຫະລັດອາເມລິກາດ້ວຍຕົນເອງ ຜ່ານແອັບມືຖື CBP Home ຫຼື ບໍ່?

ໃນປັດຈຸບັນ ຍັງບໍ່ມີກຳນົດເວລາສິ້ນສຸດໃນການສະໝັກ. ແນວໃດກໍຕາມ, ຜູ້ທີ່ຢູ່ໃນອາເມລິກາຢ່າງຜິດກົດໝາຍຄວນໃຊ້ໂອກາດນີ້ເພື່ອເດີນທາງອອກຈາກອາເມລິກາດ້ວຍຕົນເອງໂດຍໄວທີ່ສຸດ ກ່ອນທີ່ ICE ຈະດຳເນີນການບັງຄັບໃຫ້ເດີນທາງອອກ. ການເດີນທາງອອກຈາກອາເມລິກາດ້ວຍຕົນເອງຜ່ານແອັບມືຖື CBP Home ຊ່ວຍໃຫ້ຜູ້ທີ່ຢູ່ໃນອາເມລິກາຢ່າງຜິດກົດໝາຍສາມາດກຳກັບ ແລະ ຈັດການສະຖານະການຂອງຕົນເອງ, ສາມາດເຂົ້າເຖິງການຊ່ວຍເຫຼືອດ້ານຄ່າໃຊ້ຈ່າຍ ແລະ ການເດີນທາງ ຫາກຕົກຢູ່ໃນເງື່ອນໄຂ, ພ້ອມທັງຫຼີກລ່ຽງການຖືກ ICE ຈັບກຸມ ແລະ ກັກຂັງ.

Is there a deadline to apply for self-deportation through the CBP Home mobile app?

Currently there is no deadline to apply. However, illegal aliens are encouraged to take advantage of this opportunity to self-deport as soon as possible, before ICE takes action to deport them involuntarily. By self-deporting through CBP Home Mobile App, illegal aliens can take control of their situation, access financial and travel assistance if eligible, and avoid ICE arrest and detention.

ທ່ານອຸປະທູດມິແຊລ ຢັງ ເອົ້າລໍ ໄດ້ມອບໃບຢັ້ງຢືນການສຳເລັດການຝຶກອົບຮົມໃຫ້ແກ່ເຈົ້າໜ້າທີ່ກົມພາສີ ສປປ ລາວ ຈຳນວນ 20 ທ່ານ ຈາກກະຊວງ...
18/08/2026

ທ່ານອຸປະທູດມິແຊລ ຢັງ ເອົ້າລໍ ໄດ້ມອບໃບຢັ້ງຢືນການສຳເລັດການຝຶກອົບຮົມໃຫ້ແກ່ເຈົ້າໜ້າທີ່ກົມພາສີ ສປປ ລາວ ຈຳນວນ 20 ທ່ານ ຈາກກະຊວງການເງິນ ໃນພິທີປິດກອງປະຊຸມຝຶກອົບຮົມດ້ານການກຳນົດເປົ້າໝາຍສິນຄ້າ ທີ່ຈັດໂດຍພະແນກການຕ້ານຢາເສບຕິດແລະການບັງຄັບໃຊ້ກົດຫມາຍສາກົນ ແຕ່ວັນທີ 3-7 ສິງຫາ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ການຝຶກອົບຮົມຄັ້ງນີ້ນຳພາໂດຍຄູຝຶກຈາກໜ່ວຍງານພາສີ ແລະ ປ້ອງກັນຊາຍແດນສະຫະລັດອາເມລິກາ ໂດຍໄດ້ສະໜອງທັກສະຂັ້ນສູງໃນການລະບຸຄວາມສ່ຽງຂອງສິນຄ້າ, ວິທີການກຳນົດເປົ້າໝາຍ ແລະ ການປະເມີນຄວາມສ່ຽງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນເຮັດໃຫ້ສາມາດເພິ່ງພາຕົນເອງ ໃນການກວດພົບ ແລະ ສະກັດກັ້ນການລັກລອບເຄື່ອນຍ້າຍສິ່ງຜິດກົດໝາຍຂ້າມຊາຍແດນ ທີ່ເປັນໄພຂົ່ມຂູ່ຕໍ່ທັງປະຊາຊົນ ສປປ ລາວ ແລະ ຊຸມຊົນຄົນອາເມລິກາ.

Chargée d’affaires Michelle Y. Outlaw presented completion certificates to 20 Lao PDR Customs Department officials from the Ministry of Finance at the closing ceremony of the INL-organized Cargo Targeting Workshop, August 3-7, in Vientiane, Lao PDR. Led by U.S. Customs and Border Protection instructors, this training provided advanced skills in cargo risk identification, targeting methodologies, and risk assessment operations, building the self-reliant institutions needed to detect and disrupt illicit cross-border flows that threaten both Lao PDR citizens and American communities.

🎬 ຄ່ຳຄືນຮູບເງົາອາເມລິກາ ແລະ ກິດຈະກຳເຄືອຂ່າຍອະດີດນັກສຶກສາແລກປ່ຽນ ໃນແບບສະບັບກິລາ!ທ່ານພ້ອມແລ້ວບໍ່ ສຳລັບຄ່ຳຄືນທີ່ເຕັມໄປດ້ວຍກ...
17/08/2026

🎬 ຄ່ຳຄືນຮູບເງົາອາເມລິກາ ແລະ ກິດຈະກຳເຄືອຂ່າຍອະດີດນັກສຶກສາແລກປ່ຽນ ໃນແບບສະບັບກິລາ!

ທ່ານພ້ອມແລ້ວບໍ່ ສຳລັບຄ່ຳຄືນທີ່ເຕັມໄປດ້ວຍກິລາ, ເລື່ອງລາວຂອງການສ້າງແຮງບັນດານໃຈ ແລະ ການສ້າງມິດຕະພາບໃໝ່ໆ? ມາພົບກັນອີກຄັ້ງທີ່ສູນອາເມລິກາວຽງຈັນ ໃນກິດຈະກຳ Alumni Engagement Through Film ເຊິ່ງກໍເປັນສ່ວນໜຶ່ງຂອງຊີລີຮູບເງົາ “Freedom 250”! 🍿

ໃນເດືອນນີ້, ພວກເຮົາຈະນຳພາທຸກຄົນ ລວມທັງອະດີດນັກສຶກສາຈາກໂຄງການແລກປ່ຽນທຶນສະຫະລັດອາເມລິກາມາພົບປະ, ແລກປ່ຽນປະສົບການ ແລະ ຮ່ວມກັນຄົ້ນຫາ ບົດບາດຂອງກິລາ ໃນການສ້າງທັກສະການເປັນຜູ້ນຳ, ສົ່ງເສີມການເຮັດວຽກເປັນທີມ ແລະ ປູກຝັງຄວາມຕັ້ງອົກຕັ້ງໃຈ.

🌟 ພົບກັບແຂກຮັບເຊີນພິເສດຂອງເຮົາ ນັນກໍຄື ລົດແກ້ວ ອິນທະກຸມມານ, ນັກແລ່ນໄລຍະໄກທີມຊາດລາວ, ເຈົ້າຂອງສະຖິຕິ ແລະ ທັງເປັນນັກກິລາຫຼຽນທອງແດງຊີເກມ, ທີ່ຈະມາແບ່ງປັນເລື່ອງລາວຈາກເສັ້ນທາງການເປັນນັກກິລາ ແລະ ບົດຮຽນທີ່ລາວໄດ້ຮັບຈາກກິລາ.

📽️ ນອກນັ້ນທັງຮ່ວມຊົມຮູບເງົາປະຈຳງານ ເຊິ່ງເປັນຮູບເງົາກິລາສ້າງແຮງບັນດານໃຈ ທີ່ສ້າງຈາກເລື່ອງແທ້ ກ່ຽວກັບການເດີນທາງອັນໜ້າປະທັບໃຈຂອງທີມອາເມລິກາ ທີ່ສະແດງເຖິງພະລັງຂອງການເຮັດວຽກເປັນທີມ ແລະ ຄວາມພາກພຽນ ເພື່ອຜ່ານຜ່າອຸປະສັກອັນໃຫຍ່ຫຼວງ.

📅 ວັນທີ: ວັນສຸກ, 21 ສິງຫາ 2026
⏰ ເວລາ: 17:30–20:30 ໂມງ
📍 ສະຖານທີ່: ອາເມລິກາ ວຽງຈັນ
🎟️ ເຂົ້າຮ່ວມຟຣີ! ລົງທະບຽນລ່ວງໜ້າໄດ້ທີ່ https://docs.google.com/forms/d/e/1FAIpQLSfnzMm1YGzhLt7rjZW_LzH04tZZ9iQhnq4azbFfTRHPRpsQAA/viewform
ຜູ້ທີ່ບໍ່ໄດ້ລົງທະບຽນກໍສາມາດເຂົ້າຮ່ວມໄດ້ ຂຶ້ນກັບຈຳນວນບ່ອນນັ່ງທີ່ຍັງວ່າງ.

ມາຮ່ວມຊົມຮູບເງົາ, ແລກປ່ຽນຄວາມຄິດເຫັນ, ພົບປະໝູ່ເພື່ອນໃໝ່ ແລະ ຂະຫຍາຍເຄືອຂ່າຍຂອງທ່ານ. ແລ້ວພົບກັນເດີ້! 🙌🎥

🎬 American Movie Night & Alumni Networking Experience – Sports Edition!

Ready for an evening of sports, inspiring stories, and new connections? Join us at the American Center Vientiane for another edition of Alumni Engagement Through Film, part of our “Freedom 250” movie series! 🍿

This month, we’re bringing together members of the public and alumni of U.S. government-sponsored exchange programs to connect, share experiences, and explore the role of sports in building leadership skills, fostering teamwork, and instilling determination.

🌟 Special Guest: Meet Lodkeo Inthakoumman, Lao PDR national long-distance runner, record holder, and SEA Games bronze medalist, who will share highlights from her athletic journey and the lessons she has learned through sports.

📽️ Featured Screening: An inspiring sports film based on the true story of an American team’s remarkable journey of teamwork and perseverance against overwhelming odds.

📅 Date: Friday, August 21, 2026
⏰ Time: 17:30–20:30
📍 Location: American Center Vientiane
🎟️ Admission: Free! Registration is encouraged https://docs.google.com/forms/d/e/1FAIpQLSfnzMm1YGzhLt7rjZW_LzH04tZZ9iQhnq4azbFfTRHPRpsQAA/viewform
Walk-ins are also welcome, subject to seat availability.

Come enjoy the film, join the conversation, meet new people, and expand your network. We look forward to seeing you! 🙌🎥

ໃນວັນທີ 11 ສິງຫາ, ທ່ານອຸປະທູດ ມິແຊວ ຢັງ ເອົ້າລໍ ແລະ ຜູ້ຕາງໜ້າຈາກສະຖານທູດສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ ໄດ້ເຂົ້າວາງພວ...
12/08/2026

ໃນວັນທີ 11 ສິງຫາ, ທ່ານອຸປະທູດ ມິແຊວ ຢັງ ເອົ້າລໍ ແລະ ຜູ້ຕາງໜ້າຈາກສະຖານທູດສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ ໄດ້ເຂົ້າວາງພວງມາລາ ແລະ ລົງນາມໃນປຶ້ມໄວ້ອາໄລ ເພື່ອສະແດງຄວາມອາໄລຕໍ່ ພະນະທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດແຫ່ງ ສປປ ລາວ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ເຊິ່ງໄດ້ເຖິງແກ່ມໍລະນະກຳໃນອາທິດທີ່ຜ່ານມາ.

ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ຄອບຄົວຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ພ້ອມທັງຕໍ່ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ໃນຊ່ວງເວລາແຫ່ງການໄວ້ອາໄລນີ້.

On August 11, Chargée d’affaires Michelle Y. Outlaw and representatives of the U.S. Embassy in Vientiane laid a wreath and signed the condolence book for H.E. Xaysomphone Phomvihane, President of the National Assembly of the Lao PDR and Member of the Politburo of the Central Committee of the Lao People’s Revolutionary Party, who passed away last week.

The U.S. Embassy in Vientiane extends its deepest condolences to the family of H.E. Xaysomphone Phomvihane, as well as to the Government and people of the Lao PDR, during this period of mourning.

THE UNITED STATES MISSION IN THE LAO PEOPLE’S DEMOCRATIC REPUBLIC (LAO PDR) IS TRANSMITTING THE FOLLOWING INFORMATION AS...
11/08/2026

THE UNITED STATES MISSION IN THE LAO PEOPLE’S DEMOCRATIC REPUBLIC (LAO PDR) IS TRANSMITTING THE FOLLOWING INFORMATION AS A PUBLIC SERVICE ANNOUNCEMENT TO AMERICAN CITIZENS LIVING IN AND/OR TRAVELING IN THE LAO PDR. PLEASE DISSEMINATE THIS MESSAGE TO ALL U.S. CITIZENS IN YOUR ORGANIZATION OR NEIGHBORHOOD.

Event: Moderate to heavy rainfall is expected to raise water levels rise in Laos over the next few days. The Mekong River Commission has issued flood alerts for the following areas due to elevated water levels: Nong Khai (through 8/12), Thakhek (through 8/16), and Pakse (through 8/16). Please remain alert to the possibility of isolated heavy storms, which may cause flash flooding across the country.

We urge you to:

Avoid any low-lying areas prone to flooding;

Monitor the news and stay abreast of developments;

Take precautions to safeguard yourselves, your families, and your residences;

Check your emergency kit to ensure you have needed medicines and other supplies;

Protect your important documents including your passport; and

Keep your family at home informed about your safety and welfare.

Should you require any assistance, please contact U.S. Embassy Vientiane.

U.S. Embassy Vientiane
Telephone: +856-21-487-600 or +1 301-985-8789 ext. 7600
Emergency After Hours Telephone, contact: +856-21-487-000
Email: [email protected]

ສະຖານທູດສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ປະທານສະ...
11/08/2026

ສະຖານທູດສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດແຫ່ງ ສປປ ລາວ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ.

ພວກເຮົາຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງມາຍັງຄອບຄົວ, ເພື່ອນມິດສະຫາຍ ແລະ ປະຊາຊົນລາວ ໃນຊ່ວງເວລາແຫ່ງການໄວ້ອາໄລນີ້.

ທ່ານເປັນພົນລະເມືອງສະຫະລັດອາເມລິກາທີ່ອາໄສຢູ່ນອກອາເມລິກາ ແລະ ຕ້ອງການລົງຄະແນນສຽງໃນການເລືອກຕັ້ງທີ່ຈະມາເຖິງບໍ?ທ່ານສາມາດລົງທະບ...
07/08/2026

ທ່ານເປັນພົນລະເມືອງສະຫະລັດອາເມລິກາທີ່ອາໄສຢູ່ນອກອາເມລິກາ ແລະ ຕ້ອງການລົງຄະແນນສຽງໃນການເລືອກຕັ້ງທີ່ຈະມາເຖິງບໍ?
ທ່ານສາມາດລົງທະບຽນເພື່ອໃຊ້ສິດເລືອກຕັ້ງ ແລະ ຂໍຮັບບັດເລືອກຕັ້ງສຳລັບການລົງຄະແນນສຽງຈາກຕ່າງປະເທດໄດ້ທີ່ fvap.gov.

Are you a U.S. citizen residing outside the United States seeking to vote in upcoming U.S. elections? You can register and request your absentee ballot at fvap.gov.

Address

Vientiane

Opening Hours

Monday 08:00 - 12:00
13:00 - 17:00
Tuesday 08:00 - 12:00
13:00 - 17:00
Wednesday 08:00 - 12:00
13:00 - 17:00
Thursday 08:00 - 12:00
13:00 - 17:00
Friday 08:00 - 12:00
13:00 - 17:00

Telephone

+85621487000

Alerts

Be the first to know and let us send you an email when U.S. Embassy Vientiane posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to U.S. Embassy Vientiane:

Shortcuts

Share