ສູນບໍລິການຜ່ານປະຕູດຽວ - One Door Service Centers

ສູນບໍລິການຜ່ານປະຕູດຽວ - One Door Service Centers Contact information, map and directions, contact form, opening hours, services, ratings, photos, videos and announcements from ສູນບໍລິການຜ່ານປະຕູດຽວ - One Door Service Centers, Public & Government Service, XJC8+WVG, Vientiane.

ສູນບໍລິການຜ່ານປະຕູດຽວ - One Door Service Centers (ປຕດ-ODSC) ແມ່ນຈຸດການບໍລິການຂອງລັດ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການໄດ້ຢ່າງສະດວກ, ວ່ອງໄວ ແລະ ຍຸຕິທຳສຳລັບທຸກຄົນ.

[English Version Below]ກອງປະຊຸມທາບທາມຄຳເຫັນເປີດກວ້າງໃສ່ "ຮ່າງ" ດຳລັດວ່າດ້ວຍການບໍລິການຂອງລັດຜ່ານປະຕູດຽວ ໄດ້ຈັດຂຶ້ນຢ່າງເປັ...
07/09/2026

[English Version Below]
ກອງປະຊຸມທາບທາມຄຳເຫັນເປີດກວ້າງໃສ່ "ຮ່າງ" ດຳລັດວ່າດ້ວຍການບໍລິການຂອງລັດຜ່ານປະຕູດຽວ ໄດ້ຈັດຂຶ້ນຢ່າງເປັນທາງການໃນ 3 ແຂວງ ເພື່ອລວບລວມຂໍ້ຄິດເຫັນ ແລະ ປະສົບການຈາກທ້ອງຖິ່ນ, ເນັ້ນໃສ່ການຍົກລະດັບປະສິດທິພາບການບໍລິຫານ ແລະ ການບໍລິການປະຊາຊົນ:

📍 ແຂວງ ຫຼວງພະບາງ: ວັນທີ 4-5 ສິງຫາ 2026
📍 ແຂວງ ສະຫວັນນະເຂດ: ວັນທີ 10-11 ສິງຫາ 2026
📍 ແຂວງ ຈຳປາສັກ: ວັນທີ 17-18 ສິງຫາ 2026

ກອງປະຊຸມດັ່ງກ່າວ ຈັດຂຶ້ນໂດຍ ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ຄະນະບໍລິຫານງານພັກແຂວງ, ໂດຍໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກ ລັດຖະບານໄອແລນ ຜ່ານໂຄງການຍົກສູງປະສິດທິພາບ ແລະ ການເຂົ້າເຖິງບໍລິການທີ່ດີຂອງລັດ (LEAP) ຂອງ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ (UNDP Lao PDR). ການພັດທະນາຮ່າງດຳລັດສະບັບນີ້ ໄດ້ເລີ່ມດຳເນີນມາແຕ່ປີ 2024 ໂດຍມີເປົ້າໝາຍສຳຄັນໃນການປັບປຸງກົນໄກການບໍລິການຂອງລັດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຍຸຕິທຳສຳລັບທຸກຄົນ ເພື່ອຫຼຸດຜ່ອນຂັ້ນຕອນ ແລະ ເວລາໃນການຮັບບໍລິການ.

ໃນໄລຍະການດຳເນີນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮ່ວມກັນທົບທວນບົດຮຽນ ພ້ອມທັງປະກອບຄຳເຫັນຢ່າງກົງໄປກົງມາໃສ່ໂຄງຮ່າງ ແລະ ເນື້ອໃນຂອງດຳລັດ, ໂດຍສະເພາະແມ່ນການກຳນົດພາລະບົດບາດ, ຂອບເຂດສິດ, ລາຍການບໍລິການ, ການປະສານງານ ແລະ ແນວທາງການສ້າງຄວາມຍືນຍົງໃຫ້ແກ່ສູນບໍລິການຜ່ານປະຕູດຽວ. ຂໍ້ຄິດເຫັນທັງໝົດຈະຖືກລວບລວມເພື່ອປັບປຸງຮ່າງດຳລັດໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມ ກ່ອນນຳສະເໜີຕໍ່ລັດຖະບານພິຈາລະນາອະນຸມັດ, ເຊິ່ງຈະເປັນບາດກ້າວສຳຄັນໃນການຍົກລະດັບການບໍລິຫານຂອງລັດໃຫ້ມີເອກະພາບ ແລະ ມີປະສິດທິພາບສູງຂຶ້ນ.
_____________________
Formal consultations were convened across three key provinces to review and refine the draft Decree on One Door Service Centers (ODSC), aimed at enhancing public administration and service delivery efficiency:

📍 Luang Prabang Province: August 4–5, 2026
📍 Savannakhet Province: August 10–11, 2026
📍 Champasak Province: August 17–18, 2026

Organized by the Central Committee for Organization and Personnel (CCOP) in collaboration with the respective Provincial Party Committees, the consultations were supported by the Government of Ireland through UNDP Lao PDR's LEAP Project (Enhancing Efficiency and Accessibility of Public Services in the Lao PDR). Under development since 2024, the draft decree seeks to modernize public services, ensure transparency, and reduce administrative burdens for citizens nationwide.

Participants reviewed past implementation experiences and provided technical feedback regarding the decree's structure, center roles, service mandates, inter-agency coordination, and long-term operational sustainability. The insights collected from these sessions will be consolidated to refine the draft decree prior to its submission to the government for consideration and approval.

#ປຕດ
#ສູນບໍລິການປະຕູດຽວແບບທັນສະໄໝ
#ປະຕິຮູບການບໍລິຫານລັດ
#ໂຄງການຍົກສູງປະສິດທິພາບແລະການເຂົ້າເຖິງບໍລິການທີ່ດີຂອງລັດ

[English Version Below]ການບໍລິການຂອງລັດຜ່ານປະຕູດຽວ ແມ່ນກົນໄກການບໍລິຫານລັດ ນັບແຕ່ຂອດຮັບເອກະສານ ຈົນເຖິງຂອດສົ່ງຜົນຕອບກັບຄືນ...
31/08/2026

[English Version Below]
ການບໍລິການຂອງລັດຜ່ານປະຕູດຽວ ແມ່ນກົນໄກການບໍລິຫານລັດ ນັບແຕ່ຂອດຮັບເອກະສານ ຈົນເຖິງຂອດສົ່ງຜົນຕອບກັບຄືນ ໃຫ້ແກ່ຜູ້ມາໃຊ້ບໍລິການ ລວມສູນຢູ່ຈຸດດຽວ, ມີຄວາມສະດວກ, ວ່ອງໄວ, ປະຢັດ, ໂປ່ງໃສ, ຍຸຕິທໍາ ແລະ ທັນສະໄໝ.

ປັດຈຸບັນ ສູນບໍລິການຜ່ານປະຕູດຽວ ມີ 87 ສູນ ທົ່ວປະເທດ (ກວມເອົາທັງລະດັບນະຄອນຫຼວງ, ແຂວງ ແລະ ເມືອງ), ເຊິ່ງລວມມີ 120 ການບໍລິການ ຈາກ 13 ກະຊວງ (ເຊັ່ນ: ການອອກໃບອະນຸຍາດດຳເນີນທຸລະກິດ, ເອກະສານທີ່ດິນ, ໃບຢັ້ງຢືນ ແລະ ເອກະສານທາງການຕ່າງໆ).

❌ ລະບົບເດີມ (Traditional Way): ຕ້ອງເດີນທາງໄປຫຼາຍທ້ຫ້ອງການ, ເອກະສານຊັບຊ້ອນ, ໃຊ້ເວລາດົນ, ແລະ ບໍ່ສາມາດກວດສອບຄ່າທຳນຽມ ຫຼື ສະຖານະເອກະສານໄດ້.

✅ ລະບົບບໍລິການຜ່ານປະຕູດຽວແບບທັນສະໄໝ (Smart ODSC) ທີ່ກຳລັງຈະເປີດຕົວໃນໄວໆນີ້: ມາບ່ອນດຽວຄົບຈົບ (One-Stop Service), ຂັ້ນຕອນຈະແຈ້ງ, ເອກະສານປະກອບໜ້ອຍລົງ, ຊຳລະເງິນຜ່ານທາງອອນໄລນ໌ຜ່ານລະບົບທະນາຄານໄດ້ 100% ແລະ ມີລະບົບຕິດຕາມສະຖານະເອກະສານແບບອອນລາຍ.

ລັດຖະບານ ກຳລັງຊຸກຍູ້ການພັດທະນາລະບົບການບໍລິການຂອງລັດແບບທັນສະໄໝ/ Smart ODSC ພາຍໃຕ້ແຜນເຄື່ອນໄຫວ 5 ປີ ຂອງຄະນະຊີ້ນໍາລະດັບຊາດ ເພື່ອຫັນການບໍລິການຂອງລັດ ໃຫ້ເປັນດິຈິຕອນແບບເຕັມຮູບແບບ, ຫຼຸດຜ່ອນຂັ້ນຕອນທີ່ຫຍຸ້ງຍາກ, ຊັກຊ້າ, ແລະ ອໍານວຍຄວາມສະດວກໃນການດຳເນີນເອກະສານໃຫ້ກັບປະຊາຊົນ ໃນ ສປປ ລາວ.

____________________________________________________
One-Door Service Centers (ODSC) bring administrative public services together in a single location, from application submission to final document delivery. Designed to be convenient, fast, cost-effective, transparent, fair, and modern.

Currently, there are 87 ODSC centers nationwide across capital, provincial, and district levels, offering 120 public services from 13 ministries (such as business licenses, land documents, certificates, and official permits).

❌ Then (Traditional Way): Traveled to multiple offices, dealt with complex paperwork, waited for long periods, and faced untrackable fees or document statuses.

✅ Now (Smart ODSC - Coming Soon) One-Stop Service in a single location with clear procedures, minimal documentation, 100% online bank payments, and real-time document status tracking.

The Lao Government is driving the development of the Smart ODSC system under the National Steering Committee's 5-Year Action Plan to fully digitize public service delivery, reduce bureaucratic delays, and simplify document processes for everyone in the Lao PDR.

#ປຕດ
#ສູນບໍລິການປະຕູດຽວແບບທັນສະໄໝ
#ປະຕິຮູບການບໍລິຫານລັດ
#ໂຄງການຍົກສູງປະສິດທິພາບແລະການເຂົ້າເຖິງບໍລິການທີ່ດີຂອງລັດ

[English Version Below]🇱🇦 ຄວາມໝາຍໝັ້ນຂອງລັດຖະບານ ເພື່ອປັບປຸງການບໍລິການຂອງລັດທີ່ດີກວ່າ ສຳລັບປະຊາຊົນ ສູ່ ການຫັນການບໍລິການຂ...
17/08/2026

[English Version Below]
🇱🇦 ຄວາມໝາຍໝັ້ນຂອງລັດຖະບານ ເພື່ອປັບປຸງການບໍລິການຂອງລັດທີ່ດີກວ່າ ສຳລັບປະຊາຊົນ ສູ່ ການຫັນການບໍລິການຂອງລັດຜ່ານປະຕູດຽວເປັນທັນສະໄໝ/Smart ODSC!

ບັນຍາກາດຈາກ ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດກົນໄກການບໍລິການຂອງລັດຜ່ານປະຕູດຽວ (23 ກໍລະກົດ 2026, ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ), ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານຄະນະຊີ້ນຳລະດັບຊາດ.

ກອງປະຊຸມຄັ້ງນີ້ ເປັນນິມິດໝາຍ ແລະ ເປັນສັນຍາລັກຢັ້ງຢືນເຖິງຄວາມໝາຍໝັ້ນ, ຄວາມເອົາໃຈໃສ່, ທິດທາງທີ່ຊັດເຈນ, ແລະ ເຈດຕະນາອັນແຮງກ້າ ໃນການປັປບຸງກົນໄກການບໍລິຫານລັດ ໂດຍຖືເອົາ "ປະຊາຊົນເປັນໃຈກາງ". ພ້ອມທັງ ປະກາດການແຕ່ງຕັ້ງຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດກົນໄກການບໍລິການຂອງລັດຜ່ານປະຕູດຽວ ສະບັບເລກທີ 218/ລບ, ລົງວັນທີ 26 ມິຖຸນາ 2026; ຜ່ານ ແລະ ຮັບຮອງແຜນການເຄື່ອນໄຫວ 5 ປີ (2026–2030) ຂອງຄະນະຊີ້ນໍາລະດັບຊາດ ເພື່ອເປັນບ່ອນອີງທາງດ້ານນິຕິກໍາ ໃນການຫັນລະບົບບໍລິການຂອງລັດ ສູ່ຍຸກດິຈິຕ້ອນຢ່າງເປັນຮູບປະທຳ ໃນຂອບເຂດທົ່ວປະເທດ.

ສິ່ງທີ່ຈະປ່ຽນແປງໃນລະບົບ Smart ODSC:
- ຕັດຂັ້ນຕອນທີ່ຫຍຸ້ງຍາກ, ຊັກຊ້າ: ເພີ່ມຄວາມວ່ອງໄວ, ໂປ່ງໃສ ແລະ ຫຼຸດຜ່ອນພາລະເອກະສານ.
- ຊຳລະເງິນຜ່ານລະບົບອອນໄລນ໌ແບບລວມສູນ: ເກັບຄ່າທຳນຽມ ແລະ ຄ່າບໍລິການ ຜ່ານແອັບມືຖື ແລະ ລະບົບທະນາຄານ ເພື່ອຄວາມໂປ່ງໃສ 100%.
- ດຶງດູດການລົງທຶນ: ຍົກລະດັບຄວາມສະດວກໃນການດຳເນີນທຸລະກິດ (Ease of Doing Business) ເພື່ອຊຸກຍູ້ເສດຖະກິດ.

ກົມພັດທະນາການບໍລິຫານລັດ (ກພລ), ຄະນະຈັດຕັ້ງສູນກາງພັກ (ຄຈສພ) ຮ່ວມກັບບັນດາກະຊວງ, ອົງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ ແລະ ບັນດາຄູ່ຮ່ວມພັດທະນາ ພ້ອມແລ້ວທີ່ຈະຮ່ວມມືກັນ ຊຸກຍູ້ການພັດທະນາລະບົບບໍລິການປະຊາຊົນແບບທັນສະໄໝ/Smart ODSC ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ ສໍາລັບທຸກຄົນ.

________________________________
🇱🇦 The Government of Lao PDR is Committed to Driving Better Public Services Towards Smart ODSC!

Highlights from the inaugural meeting of the National Steering Committee for the Implementation of the One Door Service Center Mechanism (July 23, 2026, at the National Convention Center, Vientiane Capital), chaired by H.E. Mr. Saleumxay Kommasith, Deputy Prime Minister, Standing Member of the Government, and Chairman of the National Steering Committee.

This national meeting signifies strong dedication, clear direction, and a firm commitment to reforming public administration by putting "people at the center." It’s also officially announced the Prime Minister's Decree on appointing of the National Steering Committee for the Implementation of the One Door Service Center Mechanism (No. 218/PM, dated 26 June 2026) and the 5-Year Action Plan (2026–2030) of the National Steering Committee as a legal foundation to effectively digitize public services nationwide.

Key changes under the Smart ODSC system:
- Streamlining delayed processes: Enhancing speed, transparency, and reducing paperwork burdens.
- Centralized online payments: Collecting fees and service charges via mobile apps and banking systems to ensure 100% transparency.
- Attracting investment: Elevating the Ease of Doing Business to boost the economy.

The Department of Public Administration Development (DPAD), Central Committee for Organization and Personnel (CCOP), together with ministries, relevant sectors, local authorities, and partner organizations, are ready to collaborate in driving Smart ODSC to make it closer, faster, and fairer for all.

#ປຕດ
#ສູນບໍລິການປະຕູດຽວແບບທັນສະໄໝ
#ປະຕິຮູບການບໍລິຫານລັດ
#ໂຄງການຍົກສູງປະສິດທິພາບແລະການເຂົ້າເຖິງບໍລິການທີ່ດີຂອງລັດ

12/08/2026

[English Version Below]
ໃນວັນທີ 4 ສິງຫາ 2026, ກົມພັດທະນາການບໍລິຫານລັດ, ຄະນະຈັດຕັ້ງສູນກາງພັກ ຮ່ວມກັບ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ ຮ່າງດຳລັດ ວ່າດ້ວຍການບໍລິການຂອງລັດຜ່ານປະຕູດຽວ.

ກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າຈາກຫຼາຍພາກສ່ວນກ່ຽວຂ້ອງໃນ 8 ແຂວງພາກເໜືອ ເຂົ້າຮ່ວມເພື່ອລະດົມຄຳເຫັນ ແລະ ຂໍ້ສະເໜີຕ່າງໆ ເພື່ອເຮັດໃຫ້ດໍາລັດດັ່ງກ່າວ ມີເນື້ອໃນຮັດກຸມ, ຄົບຖ້ວນສົມບູນ, ແນໃສ່ຍົກສູງປະສິດທິພາບການບໍລິການຂອງລັດໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ ສໍາລັບທຸກຄົນ.
________________________________
On 4 August 2026, the Department of Public Administration Development, Central Committee for Organization and Personnel (CCOP), in collaboration with Luang Prabang Province, hosted a consultation meeting on the draft Decree on Public Service Delivery through the One Door Service Center System.

Representatives from relevant sectors across 8 northern provinces gathered to provide valuable feedback and recommendations to refine and complete the draft decree. The initiative aims to elevate public service closer, faster, and fairer for all.

#ປຕດ
#ສູນບໍລິການປະຕູດຽວທັນສະໄໝ

[English Version Below]🎉 ປະກາດຜົນຜູ້ໂຊກດີຈາກການຮ່ວມລຸ້ນຮັບລາງວັນ!ຂໍສະແດງຄວາມຂອບໃຈຢ່າງສູງມາຍັງທຸກໆທ່ານ ທີ່ໄດ້ໃຫ້ຄວາມຮ່ວມມ...
06/08/2026

[English Version Below]
🎉 ປະກາດຜົນຜູ້ໂຊກດີຈາກການຮ່ວມລຸ້ນຮັບລາງວັນ!

ຂໍສະແດງຄວາມຂອບໃຈຢ່າງສູງມາຍັງທຸກໆທ່ານ ທີ່ໄດ້ໃຫ້ຄວາມຮ່ວມມືໃນການຕອບແບບສອບຖາມຄໍາຄິດເຫັນຂອງປະຊາຊົນກ່ຽວກັບການບໍລິການຂອງລັດ (Citizen Feedback Survey) ແລະ ລົງທະບຽນຮ່ວມລຸ້ນຮັບລາງວັນ. ທຸກໆຄຳຄິດເຫັນຂອງທ່ານແມ່ນມີຄວາມໝາຍຄວາມສຳຄັນຫຼາຍໃນການປັບປຸງ ແລະ ຍົກສູງການບໍລິການຂອງລັດໃຫ້ມີປະສິດທິພາບຍິ່ງຂຶ້ນ.

ພວກເຮົາມີຄວາມຍິນດີປະກາດ ລະຫັດຜູ້ໂຊກດີທັງ 4 ທ່ານ ຢ່າງເປັນທາງການຕາມທີ່ໄດ້ລະບຸໃນຮູບພາບຂ້າງເທິງນີ້:

📌 ຂັ້ນຕອນການຢັ້ງຢືນລະຫັດຂອງທ່ານ:
• ພາບໜ້າຈໍ (Screenshot) / ຮູບພາບທີ່ບັນທຶກໄວ້: ກະລຸນາກວດສອບລະຫັດລຸ້ນໂຊກ ທີ່ທ່ານໄດ້ບັນທຶກໄວ້ ຫຼື ຖ່າຍພາບໜ້າຈໍຫຼັງຈາກປ້ອນເບີໂທລະສັບ 8 ຫຼັກຂອງທ່ານ.
• ຂໍ້ຄວາມໃນວອັບແອັບ WhatsApp: ຫຼື ອີກທາງເລືອກໜຶ່ງ ກະລຸນາກວດສອບລະຫັດຈັບສະຫຼາກທີ່ທ່ານໄດ້ສົ່ງໂດຍກົງຜ່ານທາງວອັບແອັບ WhatsApp ຫຼັງຈາກໄດ້ຕອບແບບສອບຖາມສຳເລັດ.
📞 ການຮັບລາງວັນ: ທີມງານຂອງພວກເຮົາຈະຕິດຕໍ່ຫາຜູ້ໂຊກດີທັງ 4 ທ່ານ ໂດຍຕົງຜ່ານທາງວອັບແອັບ WhatsApp ຕາມເບີໂທລະສັບທີ່ທ່ານໄດ້ລົງທະບຽນໄວ້ ເພື່ອແຈ້ງລາຍລະອຽດ ແລະ ວິທີການຮັບລາງວັນ.

ຂໍຂອບໃຈທຸກໆທ່ານອີກຄັ້ງ ທີ່ຮ່ວມເປັນສ່ວນໜຶ່ງໃນການພັດທະນາການບໍລິການຂອງລັດ.
_______________________
🎉 ANNOUNCEMENT OF LUCKY DRAW WINNERS!

We extend our sincere gratitude to everyone who participated in the Citizen Feedback Survey and registered for the Lucky Draw. Your valuable feedback plays a crucial role in enhancing and improving public services across Lao PDR.

We are pleased to officially announce the 4 winning codes, as displayed in the image above:

📌 How to verify your code:
• Screenshot / Saved Image: Please check the lucky draw code you saved or screenshot after entering your 8-digit phone number.
• WhatsApp Message: Alternatively, check the lucky draw code you shared directly via WhatsApp upon completing the survey.
📞 Claiming Your Prize: Our team will reach out directly to all 4 winners via WhatsApp using the registered phone number to provide full details and instructions on how to claim your prize.

Thank you once again for raising your voice and contributing toward better public services for all.

#ປຕດ
#ການຈັບສະຫຼາກລາງວັນ
#ແບບສອບຖາມພົນລະເມືອງກ່ຽວກັບການບໍລິການຂອງລັດ

[English Version Below]ມາຮູ້ຈັກກັບພະນັກງານລັດຢູ່ແຂວງ ສະຫວັນນະເຂດໄປນຳກັນ, ທ່ານ ສຸກສະຫວັນ ພົງສົມມຸດ 👋ໃນຖານະຫົວໜ້າພະແນກກົງຈ...
05/08/2026

[English Version Below]
ມາຮູ້ຈັກກັບພະນັກງານລັດຢູ່ແຂວງ ສະຫວັນນະເຂດໄປນຳກັນ, ທ່ານ ສຸກສະຫວັນ ພົງສົມມຸດ 👋

ໃນຖານະຫົວໜ້າພະແນກກົງຈັກການຈັດຕັ້ງພັກ–ລັດ ຄະນະຈັດຕັ້ງແຂວງສະຫວັນນະເຂດ, ຢາກພາທຸກຄົນມາຮຽນຮູ້ເພີ່ມເຕີມກ່ຽວກັບບົດບາດຂອງທ່ານ ສຸກສະຫວັນ ໃນການປັບປຸງ ແລະ ຫັນການບໍລິການຂອງລັດໃຫ້ເປັນດິຈິຕ້ອນ.
_______________________
Meet your local civil servant, Mr. Souksavanh Phongsommout 👋

As Head of the Party-State Organizational Structure Division in Savannakhet Provincial Organizing Committee, learn more about his role in improving and digitalizing your public services.

#ສຽງຂອງຊຸມຊົນ
#ແບບສອບຖາມຄໍາຄິດເຫັນຂອງປະຊາຊົນ

#ແນະນໍາພະນັກງານຂອງລັດ

[English Version Below]ໃນລະຫວ່າງວັນທີ 12–16 ກໍລະກົດ ທີ່ຜ່ານມານີ້, ທາງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະ ຄະນະຈັດ...
04/08/2026

[English Version Below]
ໃນລະຫວ່າງວັນທີ 12–16 ກໍລະກົດ ທີ່ຜ່ານມານີ້, ທາງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະ ຄະນະຈັດຕັ້ງສູນກາງພັກ (CCOP) ໄດ້ລົງພື້ນທີ່ ແຂວງສະຫວັນນະເຂດ ເພື່ອເຜີຍແຜ່ຂໍ້ມູນ ແລະ ຊຸກຍູ້ໃຫ້ປະຊາຊົນເຂົ້າຮ່ວມຕອບ "ແບບສອບຖາມພົນລະເມືອງກ່ຽວກັບການບໍລິການຂອງລັດ" (Citizen Feedback Survey - CFS).

ຈາກການໄດ້ລົມກັບປະຊາຊົນໂດຍກົງ, ຫຼາຍຄົນໄດ້ເຮັດໃຫ້ເຮົາເຫັນຄວາມໝາຍຂອງການລົງພື້ນທີ່ຄັ້ງນີ້: "ດີໃຈຫຼາຍທີ່ເພິ່ນລົງມາເກັບຄຳເຫັນຮອດບ້ານແບບນີ້ ເພາະປົກກະຕິພວກເຮົາກໍບໍ່ຮູ້ຊິໄປສະເໜີຢູ່ໃສ, ແບບນີ້ຖືວ່າເພິ່ນໃສ່ໃຈ ແລະ ຢາກພັດທະນາການບໍລິການໃຫ້ດີຂຶ້ນເພື່ອພວກເຮົາ."

ຍ້ອນການສະໜັບສະໜູນຢ່າງຕັ້ງໜ້າຈາກຄະນະນຳໃນພື້ນທີ່, ທັງຄະນະຈັດຕັ້ງແຂວງ, ເມືອງ-ນະຄອນ ລວມໄປເຖິງ ນາຍບ້ານທັງ 6 ບ້ານເປົ້າໝາຍ, ທີມງານເຮົາຈຶ່ງໄດ້ຮັບສຽງສະທ້ອນ ແລະ ຂໍ້ມູນທີ່ມີຄຸນຄ່າຢ່າງຫຼວງຫຼາຍຈາກປະຊາຊົນໂດຍກົງ. ເຊິ່ງຂໍ້ມູນເຫຼົ່ານີ້ຈະມີບົດບາດສຳຄັນຢ່າງຍິ່ງ ເພື່ອນຳໄປໃຊ້ໃນການປັບປຸງ ແລະ ຍົກລະດັບການບໍລິການຂອງລັດໃຫ້ດີຂຶ້ນໃນຕໍ່ໜ້າ.

ຂໍຂອບໃຈທຸກໆພາກສ່ວນ ແລະ ພໍ່ແມ່ປະຊາຊົນ ແຂວງສະຫວັນນະເຂດ ທີ່ໃຫ້ການຕ້ອນຮັບ ແລະ ຮ່ວມມືຢ່າງອົບອຸ່ນ! 💙
_______________________
From July 12–16, UNDP and CCOP visited Savannakhet Province to build awareness and encourage local communities to participate in the Citizen Feedback Survey (CFS).

Speaking directly with district residents illustrated the real value of engagement with local communities: "I'm really glad the team came directly to our village to collect feedback because normally we wouldn't know where to voice our thoughts. It shows that they genuinely care about improving public services for us."

Thanks to the active support of local leadership, including provincial and district officials, as well as local village chiefs, the Team gathered a substantial volume of valuable feedback directly from the people in six target villages. This feedback will play a crucial role in improving public service delivery moving forward.

Thank you to everyone in Savannakhet for their incredible hospitality and cooperation! 💙

#ປຕດ
#ແບບສອບຖາມພົນລະເມືອງກ່ຽວກັບການບໍລິການຂອງລັດ

[English Version Below] ເນື່ອງໃນໂອກາດ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ, ພວກເຮົາມີຄວາມຍິນດີທີ່ໄດ້ຮ່ວມສະເຫຼີມສະຫຼອ...
20/07/2026

[English Version Below]
ເນື່ອງໃນໂອກາດ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ, ພວກເຮົາມີຄວາມຍິນດີທີ່ໄດ້ຮ່ວມສະເຫຼີມສະຫຼອງ ແລະ ຍົກຍ້ອງບົດບາດອັນສຳຄັນຂອງແມ່ຍິງລາວທຸກທ່ານ ທີ່ເປັນກຳລັງຫຼັກໃນການຂັບເຄື່ອນ ແລະ ພັດທະນາສັງຄົມ.

ບໍ່ວ່າຈະເປັນພະນັກງານລັດ, ຜູ້ປະກອບການ, ຫຼື ປະຊາຊົນທົ່ວໄປ, ແມ່ຍິງລາວໃນປັດຈຸບັນແມ່ນມີສ່ວນຮ່ວມຢ່າງຕັ້ງໜ້າໃນການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ແບ່ງປັນຄຳຄິດເຫັນ ເພື່ອເປັນແຮງພັກດັນໃຫ້ການບໍລິການພາກລັດມີການຫັນປ່ຽນໄປໃນທາງທີ່ດີຂຶ້ນ.

ພາຍໃຕ້ໂຄງການຍົກສູງປະສິດທິພາບ ແລະ ການເຂົ້າເຖິງບໍລິການທີ່ດີຂອງລັດ (LEAP), ສູນບໍລິການຜ່ານປະຕູດຽວ (ປຕດ) ຍັງຄົງມຸ່ງໝັ້ນພັດທະນາລະບົບການບໍລິການປະຊາຊົນໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຍຸຕິທຳ ແລະ ເຂົ້າເຖິງໄດ້ງ່າຍສຳລັບທຸກຄົນ ໂດຍສະເພາະແມ່ນການຮັບຟັງສຽງຂອງແມ່ຍິງເພື່ອໃຫ້ຕອບໂຈດທຸກຄວາມຕ້ອງການໃນສັງຄົມ.

💙 ບໍ່ວ່າທ່ານຈະຢູ່ໃສ ຫຼື ປະກອບອາຊີບໃດ, ສຽງຂອງທ່ານມີພະລັງໃນການພັດທະນາ. ຮ່ວມແບ່ງປັນປະສົບການ ແລະ ຄຳຄິດເຫັນຂອງທ່ານໄດ້ທີ່: odsc.gov.la/cf

On the occasion of the 71st Lao Women’s Union Day, we proudly celebrate and honor the dedication and vital role of all Lao women who act as the driving force behind our nation's progress.

From public servants to local entrepreneurs, women across Lao PDR are actively engaging with digital platforms and sharing their unique experiences to help shape a more inclusive society.

Implemented by the Government of Lao PDR and UNDP, the Lao PDR Efficiency and Accessibility of Public Services (LEAP) Project is dedicated to upgrading One Door Service Centres (ODSC) to deliver closer, faster, more transparent, and fairer services for everyone.

💙 Your voice is a powerful force for social progress. Join us in improving public services by sharing your experiences and feedback today: odsc.gov.la/cf

#ວັນສ້າງຕັ້ງສະຫະພັນແມ່ຍິງລາວ
#ປຕດ
#ໂຄງການຍົກສູງປະສິດທິພາບແລະການເຂົ້າເຖິງບໍລິການທີ່ດີຂອງລັດ
#ແບບສອບຖາມສຳຫຼວດຄຳຄິດເຫັນຂອງປະຊາຊົນ

[English Version Below]ດ້ວຍການສະໜັບສະໜູນຈາກ ອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ລັດຖະບານ ປະເທດໄອແລນ, ອາຈານ ຈາກ ມະຫາວິທະ...
17/07/2026

[English Version Below]
ດ້ວຍການສະໜັບສະໜູນຈາກ ອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ລັດຖະບານ ປະເທດໄອແລນ, ອາຈານ ຈາກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເດີນທາງໄປ ແຂວງສະຫວັນນະເຂດ ເພື່ອຈັດການຝຶກອົບຮົມຄວາມຮູ້ພື້ນຖານດ້ານດີຈີຕອນ ສຳລັບພະນັກງານສູນບໍລິການຜ່ານປະຕູດຽວ (ປຕດ) ແລະ ພະນັກງານກະຊວງຕ່າງໆ. 💻

ການຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນລະຫວ່າງວັນທີ 11–12 ມິຖຸນາ 2026 ໃນໄລຍະ 2 ວັນ ໂດຍສຸມໃສ່ທັກສະດິຈິຕອນທີ່ຈຳເປັນສຳລັບວຽກງານປະຈຳວັນ ປະກອບມີ:

🖥️ ຄວາມຮູ້ພື້ນຖານກ່ຽວກັບຄອມພິວເຕີ ແລະ ຊິ້ນສ່ວນຕ່າງໆ
🖨️ ການໃຊ້ງານ ແລະ ການແກ້ໄຂບັນຫາອຸປະກອນ (ເຄື່ອງພິມ, ສະແກນເນີ ແລະ ເຄື່ອງອ່ານບາໂຄດ)
🌐 ຄວາມຮູ້ພື້ນຖານກ່ຽວກັບເຄືອຂ່າຍ ແລະ ລະບົບປະຕິບັດການ
🔐 ຄວາມປອດໄພທາງອິນເຕີເນັດ ແລະ ການປ້ອງກັນໄວຣັສ
📊 ການນຳໃຊ້ ODSC Dashboard ໃນວຽກງານປະຈຳວັນ

ການລົງທຶນໃສ່ທັກສະດ້ານດິຈິຕອນຂອງພະນັກງານ ປຕດ ໃນຄັ້ງນີ້ ແມ່ນເພື່ອຮັບປະກັນວ່າ ປະຊາຊົນລາວທົ່ວປະເທດຈະໄດ້ຮັບການບໍລິການຂອງລັດທີ່ວ່ອງໄວ, ເຂົ້າເຖິງໄດ້ງ່າຍ ແລະ ຕອບສະໜອງຄວາມຕ້ອງການຫຼາຍຂຶ້ນ.

ຮ່ວມເປັນສ່ວນໜຶ່ງໃນການພັດທະນາການບໍລິການຂອງລັດໃຫ້ດີຂຶ້ນ! ແບ່ງປັນປະສົບການ ແລະ ຄຳຄິດເຫັນຂອງທ່ານໄດ້ທີ່: odsc.gov.la/cf
_______________________
With support from UNDP and the Government of Ireland, staff from the National University of Laos (NUOL) traveled to Savannakhet Province to deliver a Basic Digital Literacy training for One Door Service Centre (ODSC) staff and government ministry personnel 💻

From 11–12 June 2026, the training covered essential digital skills for daily office work, including:

🖥️ Computer fundamentals and hardware components
🖨️ Device usage and troubleshooting (printers, scanners, and barcode readers)
🌐 Network and operating systems
🔐 Internet safety and virus protection
📊 Introduction to the ODSC Dashboard

By investing in the digital capacity of ODSC staff, citizens across Lao PDR will receive faster, more accessible, and responsive public services.

Join us in improving public services! Share your experiences and feedback here 👉 odsc.gov.la/cf

#ປຕດ

Address

XJC8+WVG
Vientiane

Alerts

Be the first to know and let us send you an email when ສູນບໍລິການຜ່ານປະຕູດຽວ - One Door Service Centers posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share