Lao Youth Union ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

Lao Youth Union ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ Government organizations

🎉ແຈ້ງການ ກ່ຽວກັບ ລາຍຊື່ຜູ້ເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລອາຊຽນ- ຍີ່ປຸ່ນ ຄັ້ງທີ 50 ປະຈຳປີ 2027.🎉⚠️ໝາຍເຫດ: ໃຫ້ຜູ້ເຂົ້າຮ່ວມທ...
14/08/2026

🎉ແຈ້ງການ ກ່ຽວກັບ ລາຍຊື່ຜູ້ເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລອາຊຽນ- ຍີ່ປຸ່ນ ຄັ້ງທີ 50 ປະຈຳປີ 2027.🎉
⚠️ໝາຍເຫດ: ໃຫ້ຜູ້ເຂົ້າຮ່ວມທັງໝົດ ມາສະເໜີຕົວ ແລະ ປະກອບເອກະສານ ທີ່ ພະແນກພົວພັນ-ຮ່ວມມືກັບ ຕ່າງປະເທດ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ບໍ່ໃຫ້ກາຍວັນທີ 21 ສິງຫາ 2026
ຂໍສະແດງຄວາມຍິນດີຕໍ່ນ້ອງໆທີ່ຜ່ານ 😊

ແຈ້ງລາຍຊື່ຊາວໜຸ່ມລາວ ຜູ້ທີ່ໄດ້ເຂົ້າຮອບສອບເສັງສຳພາດ ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ປະຈຳປີ 2027 ລາຍລະອຽດຕາມແຈ້ງການລຸ່ມ...
04/08/2026

ແຈ້ງລາຍຊື່ຊາວໜຸ່ມລາວ ຜູ້ທີ່ໄດ້ເຂົ້າຮອບສອບເສັງສຳພາດ ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ປະຈຳປີ 2027 ລາຍລະອຽດຕາມແຈ້ງການລຸ່ມນີ້ 👇👇👇

ລາຍຊື່ຊາວໜຸ່ມລາວ ຜູ້ທີ່ໄດ້ເຂົ້າຮອບສອບເສັງພາກຂຽນ ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ປະຈຳປີ 2027 ຕາມແຈ້ງການຂ້າງລຸ່ມນີ້ 👇👇👇
29/07/2026

ລາຍຊື່ຊາວໜຸ່ມລາວ ຜູ້ທີ່ໄດ້ເຂົ້າຮອບສອບເສັງພາກຂຽນ ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ປະຈຳປີ 2027 ຕາມແຈ້ງການຂ້າງລຸ່ມນີ້ 👇👇👇

📣ຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍຖືເປັນກຽດແຈ້ງມາຍັງສະມາຊິກຊາວໜຸ່ມລາວ ບັນດາເຜົ່າໃນຂອບເຂດທົ່ວປະເທດຊາບວ່າ: ຄະນະກຳມ...
27/07/2026

📣ຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍຖືເປັນກຽດແຈ້ງມາຍັງສະມາຊິກຊາວໜຸ່ມລາວ ບັນດາເຜົ່າໃນຂອບເຂດທົ່ວປະເທດຊາບວ່າ: ຄະນະກຳມະການສື່ສານ ແລະ ເມົາຕິມິເດຍ (MCMC ) ຮ່ວມກັບ ກະຊວງການສື່ສານ ແຫ່ງ ມະເລເຊຍ ກຳລັງດຳເນີນການຮັບສະໝັກຜູ້ເຂົ້າຮ່ວມງານແຂ່ງຂັນ ASEAN GeoAI Fusion Bootcamp and Hackathon 2026 ໃນລະຫວ່າງວັນທີ 7 ກໍລະກົດ - 22 ກັນຍາ 2026 ໃນຮູບແບບ ປະສົມ (Hybrid) ຊຶ່ງມີລາຍລະອຽດລຸ່ມນີ້:

1. ຮູບແບບການແຂ່ງຂັນ: ຝຶກອົບຮົມ ແລະ ແຂ່ງຂັນສ້າງຕົວແບບອອນລາຍ (Virtual) ແລະ ຈະຄັດເລືອກ ທີມທີ່ຈະຜ່ານເຂົ້າຮອບຊິງຊະນະເລີດໄປແຂ່ງຂັນຢູ່ປະເທດມະເລເຊຍ ໃນວັນທີ 19-22 ກັນຍາ 2026;
2. ຮູບແບບທີມ: ຕ້ອງການ 1-2 ທີມຈາກ ສປປ ລາວ (ສະມາຊິກ 3 ຄົນ/ທີມ);
3. ເງິນລາງວັນ: ລາງວັນທີ 1 ເປັນເງິນ 5,000 ໂດລາສະຫະລັດ, ທີ 2ເປັນເງິນ 3,000 ໂດລາສະຫະລັດ, ທີ 3 ເປັນເງິນ 1,000 ໂດລາສະຫະລັດ ພ້ອມທັງໄດ້ຮັບໃບຢັ້ງຢືນລະດັບສາກົນ Certified GeoAl Innovator (CGAI);
4. ກຳນົດສົ່ງແບບຟອມປະກອບມີລາຍລະອຽດດັ່ງນີ້:
⏱️ວັນທີ 12-13 ສິງຫາ 2026: Virtual Hackathon (ແຂ່ງຂັນການນໍາສະເໜີໂຄງການແບບອອນລາຍ);
⏱️ວັນທີ 19-22 ກັນຍາ 2026: ຮອບຊິງຊະນະເລີດ Face to face ທີ່ ກົວລາລຳເປີ, ມາເລເຊຍ;
📧ສໍາລັບເວບໄຊຂໍ້ມູນ ແລະ ຕິດຕໍ່ລົງທະບຽນ: https://agaif.mcmc.gov.my/ ຫຼື ສາມາດຕິດຕໍ່ຄະນະຈັດຕັ້ງງານໂດຍກົງຜ່ານທາງອີເມວ [email protected]

ແຈ້ງການ!!! ການສອບເສັງຄັດເລືອກຊາວໜຸ່ມລາວເຂົ້າຮ່ວມໂຄງການແລກປ່ຽນຊາວໜຸ່ມ ຫົວຂໍ້ໂຄງການ “JENESYS 2026 Japan-Laos Social Welfar...
17/07/2026

ແຈ້ງການ!!! ການສອບເສັງຄັດເລືອກຊາວໜຸ່ມລາວເຂົ້າຮ່ວມໂຄງການແລກປ່ຽນຊາວໜຸ່ມ ຫົວຂໍ້ໂຄງການ “JENESYS 2026 Japan-Laos Social Welfare Exchange” ໃນລະຫວ່າງວັນທີ 6-13 ຕຸລາ 2026 ທີ່ ໂຕກຽວ ປະເທດຍີ່ປຸ່ນ
ລາຍລະອຽດຕາມແຈ້ງການຂ້າງລຸ່ມ
ເບິ່ງລາຍລະອຽດຂອງໂຄງການຕາມລິງນີ້
https://www.facebook.com/embassyofjapaninlaos

ແຈ້ງການ!!! ການສອບເສັງຄັດເລືອກຊາວໜຸ່ມລາວເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ຄັ້ງທີ 50 ປະຈຳປີ 2027  ລາຍລະອຽດອ່ານຕ...
13/07/2026

ແຈ້ງການ!!! ການສອບເສັງຄັດເລືອກຊາວໜຸ່ມລາວເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ຄັ້ງທີ 50 ປະຈຳປີ 2027 ລາຍລະອຽດອ່ານຕາມແຈ້ງການໄດ້ເລີຍ
ສາມາດດາວໂຫຼດແບບຟອມສະໝັກຕາມລີ້ງໄດ້ເລີຍ
https://drive.google.com/file/d/1X9NTOWeLmA6VHY2k0UYrOFbQsOV2MrP4/view?usp=drivesdk

ແຈ້ງການ ປະກາດຜົນການແຂ່ງຂັນ ແຕ່ງກາບກອນ, ການສ້າງຄອນເທນດ້ວຍລະບົບເອໄອ (AI) ແລະ ການຂຽນຂ່າວປະກອບຮູບພາບ ພາຍໃຕ້ຫົວຂໍ້: “ເພີ່ມທະວ...
08/07/2026

ແຈ້ງການ ປະກາດຜົນການແຂ່ງຂັນ ແຕ່ງກາບກອນ, ການສ້າງຄອນເທນດ້ວຍລະບົບເອໄອ (AI) ແລະ ການຂຽນຂ່າວປະກອບຮູບພາບ ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ດັ່ງນັ້ນ, ແຈ້ງມາຍັງທຸກພາກສ່ວນ ແລະ ຜູ້ທີ່ໄດ້ຮັບລາງວັນ ເພື່ອຊາບ, ສ່ວນວັນເວລາ ແລະ ສະຖານທີ່ໃນການຮັບລາງວັນທາງຄະນະຮັບຜິດຊອບຈະປະສານຫາຜູ້ທີ່ໄດ້ຮັບລາງວັນຕື່ມ
ຕິດຕໍ່ປະສານງານ 020 54 833 516, 020 29 806 205
ລາຍລະອຽດແມ່ນເບິ່ງຕາມແຈ້ງການ

04/07/2026
ຂ່າວດີ ! ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍເຊີນຊວນຊາວພະນັກງານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນທົ່ວໄປ. ໃນຂອບເຂດທົ່ວປະເທດ ສົ່ງ...
17/06/2026

ຂ່າວດີ ! ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍເຊີນຊວນຊາວພະນັກງານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນທົ່ວໄປ. ໃນຂອບເຂດທົ່ວປະເທດ ສົ່ງຜົນງານ ເຂົ້າຮ່ວມແຂ່ງຂັນ ຂຽນບົດຂ່າວ ຫຼື ບົດຄວາມ ເພື່ອຮ່ວມສະເຫຼີມສະຫຼອງ ກອງປະຊຸມ ວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຊິງເງິນລາງວັນ ລວມມູນຄ່າ 7 ລ້ານກີບ ! ພາຍໃຕ້ຫົວຂໍ້: “ຍົກສູງບົດບາດການນຳພາຂອງພັກ ພັດທະນາວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”.
ມາດຖານ ແລະ ເງື່ອນໄຂຂອງບົດຂ່າວ ບົດຄວາມ
1. ຄວາມຍາວຂອງບົດ ບໍ່ໃຫ້ຫຼຸດ 2 ໜ້າ A4 ແລະ ບໍ່ກາຍ 4 ໜ້າ A4
2. ຄຸນສົມບັດເນື້ອໃນ: ເນື້ອຫາສ້າງສັນ, ບໍ່ມີລັກສະນະບິດເບືອນ, ບໍ່ຂັດຕໍ່ລະບຽບກົດໝາຍ ແລະ ວັດທະນະທຳອັນດີງາມຂອງຊາດ
4. ຜູ້ເຂົ້າຮ່ວມ: ເປີດກວ້າງໃຫ້ແກ່ນັກຂ່າວ, ພະນັກງານຂົງເຂດສື່ມວນຊົນ-ພິມຈຳໜ່າຍ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນທົ່ວໄປທີ່ມີພອນສະຫວັນ.
ກຳນົດເວລາ
• ມື້ເປີດຮັບສະໝັກ ແລະ ເລີ່ມໂຄງການ: 15 ມິຖຸນາ 2026
• ມື້ປິດຮັບສະໝັກ: 30 ມິຖຸນາ 2026
* ມື້ປະກາດຜົນ: 3 ກໍລະກົດ 2026
• ມື້ປະກາດຜົນຜູ້ຊະນະເລີດ: 03 ກໍລະກົດ 2026 (ຜ່ານຊ່ອງທາງເຟສບຸກເພຈ: ສື່ມວນຊົນຊາວໜຸ່ມລາວ Lao Youth Mass Media ,Lao Youth Union ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ Lao Youth Radio FM 90.0 Mhz)
ເງິນລາງວັນ:
- ຊະນະເລີດ: ລາງວັນທີ 1 ມູນຄ່າ 3,000,000 ກີບ ພ້ອມໃບຍ້ອງຍໍ
- ຮອງຊະນະເລີດ ອັນດັບ 1: 2,000,000 ກີບ ພ້ອມໃບຍ້ອງຍໍ
- ຮອງຊະນະເລີດ ອັນດັບ 2: 1,000,000 ກີບ ພ້ອມໃບຍ້ອງຍໍ
- ລາງວັນຊົມເຊີຍ 2 ລາງວັນລາງວັນລະ: 500,000 ກີບ ພ້ອມໃບຍ້ອງຍໍ
ສອບຖາມຂໍ້ມູນເພີ່ມຕື່ມ: ໂທ & ວອດແອັບ 020-57621789
ໃນໂມງລັດຖະການ.
#ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີI #ສູນກາງຊາວຫນຸ່ມປະຊຊາຊົນປະຕິວັດລາວ

ຂ່າວດີ ! ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍເຊີນຊວນຊາວພະນັກງານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນທົ່ວໄປ. ໃນຂອບເຂດທົ່ວປະເທດ ສົ່ງ...
17/06/2026

ຂ່າວດີ ! ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍເຊີນຊວນຊາວພະນັກງານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນທົ່ວໄປ. ໃນຂອບເຂດທົ່ວປະເທດ ສົ່ງຜົນງານ ເຂົ້າຮ່ວມແຂ່ງຂັນແຕ່ງກາບກອນ ເພື່ອຮ່ວມສະເຫຼີມສະຫຼອງ ກອງປະຊຸມ ວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຊິງເງິນລາງວັນ ລວມມູນຄ່າ 7 ລ້ານກີບ ! ພາຍໃຕ້ຫົວຂໍ້: “ຍົກສູງບົດບາດການນຳພາຂອງພັກ ພັດທະນາວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”.
ມາດຖານ ແລະ ເງື່ອນໄຂຂອງບົດກອນ
1. ຮູບແບບ: ຕ້ອງເປັນກາບກອນລາວ ທີ່ຖືກຕ້ອງຕາມຫຼັກໄວຍາກອນ, ລັກສະນະ (ມີການສຳຜັດນອກ-ສຳຜັດໃນ ຖືກຕ້ອງ).
2. ຄວາມຍາວ: ບໍ່ຫຼຸດ 5 ບາດ ແລະ ບໍ່ເກີນ 15 ບາດ.
3. ຄຸນສົມບັດເນື້ອໃນ: ເນື້ອຫາສ້າງສັນ, ບໍ່ມີລັກສະນະບິດເບືອນ, ບໍ່ຂັດຕໍ່ລະບຽບກົດໝາຍ ແລະ ວັດທະນະທຳອັນດີງາມຂອງຊາດ.
4. ຜູ້ເຂົ້າຮ່ວມ: ພະນັກງານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນທົ່ວໄປ.
ກຳນົດເວລາ
• ມື້ເປີດຮັບການແຂ່ງຂັນ: 15 ມິຖຸນາ 2026
• ມື້ປິດຮັບການແຂ່ງຂັນ: 30 ມິຖຸນາ 2026
• ມື້ປະກາດຜົນການແຂ່ງຂັນ: 03 ກໍລະກົດ 2026 (ຜ່ານຊ່ອງທາງເຟສບຸກເພຈ: ສື່ມວນຊົນຊາວໜຸ່ມລາວ Lao Youth Mass Media ແລະ Lao Youth Radio FM 90.0 Mhz)
ເງິນລາງວັນ:
- ຊະນະເລີດ: ລາງວັນທີ 1 ມູນຄ່າ 3,000,000 ກີບ ພ້ອມໃບຍ້ອງຍໍ
- ຮອງຊະນະເລີດ ອັນດັບ 1: 2,000,000 ກີບ ພ້ອມໃບຍ້ອງຍໍ
- ຮອງຊະນະເລີດ ອັນດັບ 2: 1,000,000 ກີບ ພ້ອມໃບຍ້ອງຍໍ
- ລາງວັນຊົມເຊີຍ 2 ລາງວັນລາງວັນລະ: 500,000 ກີບ ພ້ອມໃບຍ້ອງຍໍ
ສອບຖາມຂໍ້ມູນເພີ່ມຕື່ມ: ໂທ & ວອດແອັບ 020-57621789
ໃນໂມງລັດຖະການ.
#ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ I

ที่อยู่

Phonthan Road
Phonthan
856

เว็บไซต์

แจ้งเตือน

รับทราบข่าวสารและโปรโมชั่นของ Lao Youth Union ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວผ่านทางอีเมล์ของคุณ เราจะเก็บข้อมูลของคุณเป็นความลับ คุณสามารถกดยกเลิกการติดตามได้ตลอดเวลา

ทางลัด

แชร์