26/08/2026
ທູດລາວປະຈຳ ສສ ຫວຽດນາມ ເຂົ້າຮ່ວມພິທີພົບປະສອງຝ່າຍຄະນະກວດກາສູນກາງພັກ ລາວ ແລະ ຫວຽດນາມ.
ໃນວັນທີ 25 ສິງຫາ 2026, ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມພິທີພົບປະສອງຝ່າຍລະຫວ່າງ ຄະນະຜູ້ແທນຂັ້ນສູງ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະກວດກາສູນກາງພັກກອມມູນິດຫວຽດນາມ ທີ່ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ. ຝ່າຍລາວນຳໂດຍ ສະຫາຍ ວັນໄຊ ພອງສະຫວັນ, ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ. ຝ່າຍຫວຽດນາມນຳໂດຍ ສະຫາຍ ເຈິ່ນ ສີ ແທັງ, ກຳມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງ.
ໃນໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ໄມຕີຈິດມິດຕະພາບຂອງຄະນະກວດກາສູນກາງພັກກອມມູນິດຫວຽດນາມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງ, ມີຄວາມໝາຍທາງປະຫວັດສາດທີ່ຫວຽດນາມຍາດມາໄດ້ໃນໄລຍະຜ່ານມາ, ພິເສດແມ່ນການປັບປຸງກົງຈັກການຈັດຕັ້ງທີ່ກະທັດຫັດ ແລະ ຮັກສາໄດ້ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ. ສະຫາຍໄດ້ລາຍງານໃຫ້ຝ່າຍຫວຽດນາມຊາບວ່າ, ປັດຈຸບັນ ພັກ ແລະ ລັດຖະບານລາວ ກຳລັງສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໄລຍະ 2026-2030. ເຖິງວ່າຈະປະເຊີນກັບສິ່ງທ້າທາຍຫຼາຍຢ່າງ, ແຕ່ ສປປ ລາວ ຍັງໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າຫຼາຍວິທີການ ເພື່ອແກ້ໄຂບັນຫາ ແລະ ຟື້ນຟູເສດຖະກິດ, ຮັດແໜ້ນວິໄນທາງດ້ານການເງິນ ແລະ ງົບປະມານ, ປັບປຸງສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັນນັ້ນ, ເປົ້າໝາຍການສ້າງເສດຖະກິດເອກະລາດ ແລະ ເພິ່ງຕົນເອງຕິດພັນກັບການຍູ້ແຮງຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ການຫັນເປັນດິຈິຕອນ ກຳລັງໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ ເພື່ອສ້າງພື້ນຖານທີ່ເຂັ້ມແຂງໃຫ້ແກ່ການພັດທະນາໃນໄລຍະຍາວຂອງປະເທດຊາດ.
ສະຫາຍ ເຈິ່ນ ສີ ແທັງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງ, ໄດ້ສະແດງຄວາມຊົມເຊີຍຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນກວດກາສູນກາງພັກປະຊາຊົນປະຕິວັດລາວ. ການຢ້ຽມຢາມນີ້ ເປັນການປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ເວົ້າລວມ, ເວົ້າສະເພາະແມ່ນ ລະຫວ່າງຄະນະກຳມະການກວດກາສູນກາງພັກຂອງສອງປະເທດ. ສະຫາຍກ່າວວ່າ, ຄວາມສາມັກຄີພິເສດລະຫວ່າງ ຫວຽດນາມ ແລະ ລາວ ສືບຕໍ່ຂະຫຍາຍຕົວໄປສູ່ລວງເລິກດ້ວຍຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ, ໃນນັ້ນການປະສານງານລະຫວ່າງອົງການກວດກາສູນກາງສອງປະເທດ ແມ່ນມີບົດບາດສຳຄັນໃນການປັບປຸງພື້ນຖານການເມືອງ ແລະ ກໍ່ສ້າງພັກປອດໃສ ແລະ ເຂັ້ມແຂງ. ສຳລັບທິດທາງການຮ່ວມມືໃນໄລຍະຕໍ່ໜ້າ, ສອງອົງການຈະສືບຕໍ່ຈັດຕັ້ງປະຕິບັດສັນຍາຮ່ວມມືໃນໄລຍະ 2022-2026 ຢ່າງມີປະສິດທິພາບ, ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນວິຊາການ; ສຸມໃສ່ແລກປ່ຽນປະສົບການດ້ານວິຊາການໃນວຽກງານກວດກາ, ຕິດຕາມ; ເປີດກວ້າງການຮ່ວມມືໃນຂົງເຂດຫັນເປັນດີຈີຕອນ; ເພີ່ມທະວີການກໍ່ສ້າງ, ຝຶກອົບຮົມຖັນແຖວພະນັກງານກວດກາເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນສະພາບການໃໝ່.
ການພົບປະຫາລືທີ່ເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດພາບ, ຫົວໜ້າຄະນະຜູ້ແທນທັງສອງຝ່າຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ບັນດາໝາກຜົນທີ່ຍາດມາໄດ້ໃນການປຶກສາຫາລືກັນໃນເທື່ອນີ້ ບໍ່ພຽງແຕ່ຈະເປັນການສ້າງການພັດທະນາໃໝ່, ແທດຈິງ ແລະ ມີປະສິດທິຜົນ ໃນການພົວພັນຮ່ວມມືລະຫວ່າງຄະນະກຳມະການກວດກາສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນ ອີກດ້ວຍ.
ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ.