Consulate General of Lao PDR in HCMC

Consulate General of Lao PDR in HCMC ສະຖານກົງສູນໃຫ່ຍແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈິມິນ

ໃນວັນທີ 19 ກໍລະກົດ 2026, ສະຖານກົງສຸນໃຫຍ່ແຫ່ງ ສປປ ລາວປະຈຳນະຄອນໂຮ່ຈີມິນ. ໄດ້ຈັດຂະບວນການແຂ່ງຂັນກິລາມິດຕະພາບລະຫວ່າງ ໜ່ວຍສະຫະ...
20/07/2026

ໃນວັນທີ 19 ກໍລະກົດ 2026, ສະຖານກົງສຸນໃຫຍ່ແຫ່ງ ສປປ ລາວປະຈຳນະຄອນໂຮ່ຈີມິນ. ໄດ້ຈັດຂະບວນການແຂ່ງຂັນກິລາມິດຕະພາບລະຫວ່າງ ໜ່ວຍສະຫະພັນແມ່ຍິງກົງສຸນໃຫຍ່ ແລະ ໜ່ວຍສະຫະພັນແມ່ຍິງນັກສຶກສາລາວ ທີ່ໂຮຈີມິນ ໂດຍການເປັນປະທານຂອງ ທ່ານພອນສີ ບຸນມີໄຊ, ກົງສຸນໃຫຍ່ແຫ່ງສປປ ລາວ ປະຈຳນະຄອນໂຮຈີມິນ ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ນຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955- 20 ກໍລະກົດ 2026)

ໃນວັນທີ 15 ພຶດສະພາ 2026, ທ່ານ ພອນສີ ບຸນມີໄຊ, ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈີມິນ ໄດ້ເຂົ້າຮ່ວມກັບຄະນະຜູ້ແທນຂັນສູງຂອງ...
17/05/2026

ໃນວັນທີ 15 ພຶດສະພາ 2026, ທ່ານ ພອນສີ ບຸນມີໄຊ, ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈີມິນ ໄດ້ເຂົ້າຮ່ວມກັບຄະນະຜູ້ແທນຂັນສູງຂອງນະຄອນຫຼວງວຽງຈັນ ນຳໂດຍທ່ານ ອາດສະພັງທອງ ສີພັນດອນ, ກຳມະການສູນກາງພັກ,ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນໂຮ່ຈີມິນ ພ້ອມດຽວກັນນັ້ນກໍ່ໄດ້ຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມື 2 ຝ່າຍ.

ໃນວັນທີ 11 ເມສາ 2026 ຜ່ານມາ, ທີ່ວັດໂຟມິງ (Chùa Phố Minh)ໄດ້ຈັດພິທີບຸນປີໃໝ່ຂື້ນ ໂດຍການເປັນປະທານໃຫຍ່ຂອງ ຄູບາ ທິກ ທຽນ ເຕີມ ...
12/04/2026

ໃນວັນທີ 11 ເມສາ 2026 ຜ່ານມາ, ທີ່ວັດໂຟມິງ (Chùa Phố Minh)ໄດ້ຈັດພິທີບຸນປີໃໝ່ຂື້ນ ໂດຍການເປັນປະທານໃຫຍ່ຂອງ ຄູບາ ທິກ ທຽນ ເຕີມ (Thịch Thiện Tâm), ຮອງປະທານສະມາຄົມສົງ ສສ ຫວຽດນາມ ແລະ ໄດ້ຂື້ນກ່າວຄຳເຫັນ ແລະ ອວຍພອນປີໃໝ່ ຈາກນັ້ນທາງກົງສຸນໃຫຍ່ກໍ່ໄດ້ມີຄຳເຫັນອວຍພອນປີໃໝ່ ໂດຍ ທ່ານ ພອນ ສີ ບຸນມີໄຊ, ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມີນ ໂດຍໃນນັ້ນມີການເຂົ້າຮ່ວມຂອງຫຼາຍພາກສ່ວນຈາກການນຳ ສສ ຫວຽດນາມ, ສະມາຄົມຕ່າງໆ ພໍ່ແມ່ ປະຊາຊົນ ແລະ ອ້າຍນ້ອງນັກສຶກສາລາວ-ກຳປູເຈຍ ໃນໂອກາດດັ່ງກ່າວກໍ່ໄດມອບທຶນການສຶກສາໃຫ້ນ້ອງນັກຮຽນລາວ-ກຳປູເຈຍ ຈຳນວນ 40 ທຶນນັບເປັນໂອກາດອັນສຳຄັນຍິ່ງສຳລັບຄົນລາວ ແລະ ນັກສຶກສາລາວທີ່ຢູ່ໄກບ້ານໃນຊ່ວງເວລາອັນພິເສດນີ້ ໄດ້ມີໂອກາດໄດ້ເຂົ້າວັດຮັບພອນ ແລະ ສົ່ງພະຕາມຮີດຄອງປະເພນີອັນດີງາມຂອງລາວ
ພາບ ແລະ ຂ່າວ ສະຖານກົງສຸນໃຫ່ຍ ແຫ່ງ ສປປ ລາວ ທີ່ນະຄອນ ໂຮ່ຈີມິນ

ພາບບັນຍາກາດການສະເຫຼີມສະຫຼອງປີໃໝ່ລາວ ພສ 2569 ຂອງສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນ ໂຮ່ຈິມີນ ໃນວັນທີ 10 ເມສາ 2026 ຜ່ານມ...
12/04/2026

ພາບບັນຍາກາດການສະເຫຼີມສະຫຼອງປີໃໝ່ລາວ ພສ 2569 ຂອງສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນ ໂຮ່ຈິມີນ ໃນວັນທີ 10 ເມສາ 2026 ຜ່ານມາ, ທ່ານ ພອນສີ ບຸນມີໄຊ ກົງສຸນໃຫ່ຍລາວ ປະຈຳນະຄອນ ໂຮ່ຈິມິນ ຕອ້ນຮັບການມາອວຍພອນ ໂດຍຕາງໜ້າເປັນຕົວແທນຂອງການນຳພັກນະຄອນ ໂຮ່ຈິມີນ ນຳໂດຍ ສະຫາຍ ດັງ ມິງ ທົງ, ຮອງຄະນະບໍລິຫານງານພັກ ນະຄອນ ໂຮ່ຈີມິນ ພ້ອມດ້ວຍຄະນະ. ນອກນັ້ນ, ກໍ່ຍັງມີຫຼາຍພາກສວ່ນເຂົ້າອວຍພອນເຊັນ: ແນວໂຮມປະທດຊາດປະຈຳນະຄອນ, ບັນດາແຂວງ, ບັນດາພະແນກການ, ບັນດາອົງການຈັດຕັ້ງມະຫາຊົນຂອງນະຄອນໂຮ່ຈີມິນ, ກອງບັນຊາການທະຫານນະຄອນໂຮຈິມິນ, ບັນດາສະມາຄົມ, ບໍລິສັດ ແລະ ບັນດາມະຫາວິທະຍາໄລ ພ້ອມດ້ວຍນັກຮຽນນັກສຶກສາ ບັນຍາກາດດຳເນີນໄປດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງຂອງບັນແຂກທີ່ມາອວຍພອນ.
ພາບ ແລະ ຂ່າວ ສະຖານກົງສຸນໃຫ່ຍ ແຫ່ງ ສປປ ລາວ ທີ່ນະຄອນ ໂຮ່ຈີມິນ

ໃນວັນທີ 15/2/2026 ທີ່ຜ່ານມາ ທ່ານ ພອນສີ ບຸນມີໄຊ, ກົງສຸນໃຫຍ່ປະຈຳແຫ່ງ ສປປລາວ ປະຈຳນະຄອນໂຮ່ຈີມິນ ໄດ້ເຂົ້າຮ່ວມງານ ຖະໜົນດອກໄມ້ ...
16/02/2026

ໃນວັນທີ 15/2/2026 ທີ່ຜ່ານມາ ທ່ານ ພອນສີ ບຸນມີໄຊ, ກົງສຸນໃຫຍ່ປະຈຳແຫ່ງ ສປປລາວ ປະຈຳນະຄອນໂຮ່ຈີມິນ ໄດ້ເຂົ້າຮ່ວມງານ ຖະໜົນດອກໄມ້ ປະຈຳປີ 2026 ທີ່ທາງນະຄອນໂຮ່ຈີມິນ

ຊົມເຊີຍຜົນການເລືອກຕັ້ງ ຄະນະກຳມະການກົມການເມືອງສູນກາງພັກ ສະໄໝທີ XII ຢ່າງສຸດໃຈ.
08/01/2026

ຊົມເຊີຍຜົນການເລືອກຕັ້ງ ຄະນະກຳມະການກົມການເມືອງສູນກາງພັກ ສະໄໝທີ XII ຢ່າງສຸດໃຈ.

Address

93 Pasteur, Bến Nghé, Quận 1, Thành Phố Hồ Chí Minh
Ho Chi Minh City
70000

Telephone

+842838297667

Website

Alerts

Be the first to know and let us send you an email when Consulate General of Lao PDR in HCMC posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Consulate General of Lao PDR in HCMC:

Shortcuts

Share