07/10/2026
เอกอัครราชทูต ณ เวียงจันทน์ เข้าเยี่ยมคารวะนายสะเหลิมไซ กมมะสิด นายกรัฐมนตรี สปป.ลาว
เมื่อวันที่ 7 ตุลาคม 2569 นางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ ได้เข้าเยี่ยมคารวะนายสะเหลิมไซ กมมะสิด นายกรัฐมนตรี เพื่อมอบแจกันดอกไม้แสดงความยินดีจากนายอนุทิน ชาญวีรกูล นายกรัฐมนตรี ในโอกาสที่นายสะเหลิมไซ กมมะสิด ได้รับการเลือกตั้งจากสภาแห่งชาติให้ดำรงตำแหน่งนายกรัฐมนตรี นอกจากนี้ เอกอัครราชทูตได้มอบข้อความสารแสดงความยินดีจากนายอนุทิน ชาญวีรกูล นายกรัฐมนตรี และนายสีหศักดิ์ พวงเกตุแก้ว รองนายกรัฐมนตรีและรัฐมนตรีว่าการกระทรวงการต่างประเทศด้วย
ในโอกาสนี้ เอกอัครราชทูตได้เน้นย้ำความพร้อมของรัฐบาลไทยในการทำงานร่วมกับรัฐบาลลาวภายใต้การนำของนายสะเหลิมไซ กมมะสิด นายกรัฐมนตรี อย่างเต็มที่ในทุกด้าน โดยเฉพาะในประเด็นด้านเศรษฐกิจ การค้า การลงทุน รวมไปถึงการเมือง ความมั่นคง และความร่วมมือด้านการต่อต้านภัยพิบัติ เพื่อส่งเสริมให้ความสัมพันธ์และความร่วมมือระหว่างทั้งสองประเทศใกล้ชิดแนบแน่นยิ่งขึ้นไป
ທ່ານ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ໃນວັນທີ 07 ຕຸລາ 2026, ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອມອບແຈກັນດອກໄມ້ສະແດງຄວາມຍິນດີຈາກ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດທີ່ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ໃຫ້ດໍາລົງຕໍາແໜ່ງນາຍົກລັດຖະມົນຕີ. ນອກຈາກນີ້, ທ່ານ ເອກອັກຄະຣາຊະທູດ ຍັງໄດ້ມອບຂໍ້ຄວາມສານສະແດງຄວາມຍິນດີຈາກ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແລະ ທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ອີກດ້ວຍ.
ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະຣາຊະທູດ ໄດ້ເນັ້ນໜັກເຖິງຄວາມພ້ອມຂອງລັດຖະບານໄທ ໃນການເຮັດວຽກຮ່ວມກັບລັດຖະບານລາວ ພາຍໃຕ້ການນໍາພາຂອງ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ່າງເຕັມທີ່ໃນທຸກດ້ານ, ໂດຍສະເພາະ ໃນປະເດັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ລວມທັງການເມືອງ, ຄວາມໝັ້ນຄົງ ແລະ ຄວາມຮ່ວມມືໃນການຕ້ານໄພພິບັດ ເພື່ອສົ່ງເສີມໃຫ້ຄວາມສໍາພັນ ແລະ ຄວາມຮ່ວມມື ລະຫວ່າງສອງປະເທດໃກ້ຊິດສະໜິດແໜ້ນຍິ່ງໆຂຶ້ນໄປ.
Ambassador of Thailand paid a courtesy call on Prime Minister Saleumxay Kommasith
On 7 October 2026, H.E. Mrs. Krongkanit Rakcharoen, Ambassador of Thailand to the Lao PDR, paid a courtesy call on H.E. Mr. Saleumxay Kommasith, Prime Minister of the Lao PDR, to present a flower vase from H.E. Mr. Anutin Charnvirakul, Prime Minister of Thailand, congratulating H.E. Mr. Saleumxay Kommasith on his election by the Lao National Assembly as the Prime Minister of the Lao PDR. On this occasion, the Ambassador also handed over congratulatory messages from H.E. Mr. Anutin Charnvirakul, Prime Minister, and H.E. Mr. Sihasak Phuangketkeow, Deputy Prime Minister and Minister of Foreign Affairs of Thailand.
During the meeting, the Ambassador reaffirmed the readiness of the Royal Thai Government to work alongside the Lao Government under the leadership of Prime Minister Saleumxay Kommasith in all areas. This includes in particular economic, trade, and investment cooperation, as well as political, security, and disaster preparedness collaboration, to further strengthen the close bond and partnership between the two nations.