Embassy of the Lao PDR in stockholm, Sweden

Embassy of the Lao PDR in stockholm, Sweden Kontaktinformation, kartor och vägbeskrivningar, kontaktformulär, öppettider, tjänster, betyg, foton, videor och meddelanden från Embassy of the Lao PDR in stockholm, Sweden, Statlig myndighet, Badstrandsvägen 11, 112 65 Stora Essingen, Stockholm.

18/09/2026
ໃນວັນທີ 14 ກັນຍາ 2026 ທີ່ຜ່ານມາ, ທ່ານ ນາງ ແສງເພັດ ກຣິສະໂຕເຟີສັນ, ປະທານກິດຕິມະສັກອາວຸໂສ, ຕາງໜ້າໃຫ້ສະມາຄົມແມ່ຍິງລາວສາກົນຢູ...
18/09/2026

ໃນວັນທີ 14 ກັນຍາ 2026 ທີ່ຜ່ານມາ, ທ່ານ ນາງ ແສງເພັດ ກຣິສະໂຕເຟີສັນ, ປະທານກິດຕິມະສັກອາວຸໂສ, ຕາງໜ້າໃຫ້ສະມາຄົມແມ່ຍິງລາວສາກົນຢູ່ ສະແກນດີນາວຽນ ພ້ອມດ້ວຍຄະນະທີ່ດຳລົງຊີວິດຢູ່ປະເທດຊູແອດ ໄດ້ມອບເງິນຊ່ວຍເຫຼືອ ຈຳນວນ 4,040 SEK (ໂຄຣນ) ໃຫ້ແກ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ສະຕ໋ອກໂຮມ, ປະເທດຊູແອດ ເພື່ອເປັນການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວນຢູ່ ສປປ ລາວ, ໂດຍໃຫ້ກຽດຮັບຂອງ ທ່ານ ບຸນທະວີ ວິລະວົງ, ເອກອັກຄະລັດຖະທູດ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຊົມເຊີຍຕໍ່ນ້ຳໃຈອັນປະເສີດ ຂອງພີ່ນ້ອງຊາວລາວ ຢູ່ເຂດນໍດິກ-ບານຕິກ ກໍຄືຕ່າງປະເທດ ທີ່ມີຄວາມຫ່ວງໄຍ ແລະ ແບ່ງປັນໃຫ້ກັບພີ່ນ້ອງຢູ່ບ້ານເກີດເມືອງນອນ, ພ້ອມທັງໄດ້ອວຍພອນໄຊໃຫ້ທ່ານ Seng Pheth ພ້ອມດ້ວຍຄະນະ ແລະ ຊາວລາວທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ຄວາມສຸກໃນຊີວິດ.

ໃນວັນທີ 31 ສິງຫາ 2026 ທີ່ຜ່ານມາ, ທ່ານ ບຸນທະວີ ວິລະວົງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ສະຕ໋ອກໂຮມ, ປະເທດຊູແອດ ໄດ້ເຂົ້າຮ່ວ...
04/09/2026

ໃນວັນທີ 31 ສິງຫາ 2026 ທີ່ຜ່ານມາ, ທ່ານ ບຸນທະວີ ວິລະວົງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ສະຕ໋ອກໂຮມ, ປະເທດຊູແອດ ໄດ້ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການສະຫວັນນະຄົດຂອງ ສົມເດັດພະຣາຊາ ຮາຣັລ ທີ V ແຫ່ງ ນອກແວ (His Majesty King Harald V) ເຊິ່ງໄດ້ເສຍພຣະຊົນ ໃນວັນທີ 28 ສິງຫາ 2026 ເວລາ 06:35 ໂມງ. ພິທີດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ ສະຖານເອກອັກຄະຣາຊະທູດ ນອກແວ.

ໃນວັນທີ 28 ສິງຫາ 2026 ທີ່ຜ່ານມາ, ຕາງໜ້າສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ສະຕ໋ອກໂຮມ, ປະຈຳ ປະເທດ ຊູແອດ ໄດ້ເຂົ້າຮ່ວມກອ...
04/09/2026

ໃນວັນທີ 28 ສິງຫາ 2026 ທີ່ຜ່ານມາ, ຕາງໜ້າສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ສະຕ໋ອກໂຮມ, ປະຈຳ ປະເທດ ຊູແອດ ໄດ້ເຂົ້າຮ່ວມກອງປະຊຸມພົບປະປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ຮ່ວມກັບ ທ່ານຫົວໜ້າກົມ ປ້ອງກັນພົນລະເຮືອນ ແລະ ການຟື້ນຟູ ສະວີເດັນ (Swedish Civil Defence and Resilience Agency - MCF), ເຊິ່ງຈັດຂຶ້ນໃນເວລາ 13:00 ຫາ 14:00 ໂມງ. ໃນກອງປະຊຸມດັ່ງກ່າວ, ຝ່າຍ MCF ໄດ້ນຳສະເໜີກ່ຽວກັບ ພາລະບົດບາດ, ຄວາມຮັບຜິດຊອບ ແລະ ການພັດທະນາກອບແນວຄິດ "ການປ້ອງກັນຊາດແບບຮອບດ້ານ" (Total Defence) ຂອງປະເທດ ຊູແອດ. ພ້ອມດຽວກັນນັ້ນ, ຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ ປະຈຳ ສະຕ໋ອກໂຮມ (ACS) ກໍໄດ້ແລກປ່ຽນທັດສະນະ, ປຶກສາຫາລື ແລະ ສະເໜີຂໍ້ຄິດເຫັນໃນຂົງເຂດຄວາມຮ່ວມມື ດ້ານການຄຸ້ມຄອງໄພພິບັດ ແລະ ການປ້ອງກັນພົນລະເຮືອນ ເພື່ອເສີມຂະຫຍາຍຄວາມເຂົ້າອົກເຂົ້າໃຈ ແລະ ການປະຮ່ວມມືກັນໃນຕໍ່ໜ້າ.

03/09/2026

ສ້າງຄວາມໂປ່ງໃສ ໃນການນຳພາທີ່ເຂັ້ມແຂງຂອງພັກ-ລັດ ເພື່ອຄວາມຍືນຍົງຂອງລະບອບປະຊາທິປະໄຕປະຊາຊົນ
ໂດຍ:ຜາຕຸງ

ເຮົາຮັບຮູ້ດີແລ້ວນໍວ່າ: ພະຍາດ ອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້ ແລະ ການຟຸມເຟືອຍທີ່ເກິດຂຶ້ນໃນກົງຈັກ ການຈັດຕັ້ງ ພັກ-ລັດ ແລະ ສັງຄົມ ໃນປັດຈຸບັນພວມເປັນຈຸດສົນໃຈຂອງ ປະຊາຊົນ, ເປັນສິ່ງທ້າທາຍຕໍ່ການນຳພາຂອງພັກ. ການຄຸ້ມຄອງລັດ ແລະ ເປັນສິ່ງກີດຂວາງການພັດ ທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຍ້ອນແນວນັ້ນ ມັນຈຶ່ງມີຄວາມສຳຄັນຢ່າງພາວະວິໃສ ແລະ ຮີບດ່ວນ ເພື່ອສ້າງບາດກ້າວ ບຸກທະລຸໃນການສ້າງຄວາມໂປ່ງໃສ ໃນການນຳພາທີ່ເຂັ້ມແຂງຂອງພັກ ການຄຸ້ມຄອງທີ່ສັກສິດຂອງລັດ ເພື່ອຄວາມຍືນຍົງຂອງລະບອບປະຊາທິປະໄຕປະຊາຊົນ.

ທັດສະນະຊີ້ນຳຂອງພັກເຮົາຕໍ່ທຸກພາກສ່ວນ ໂດຍສະເພາະແມ່ນໃນຖັນແຖວ ພັກ ແລະ ລັດເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຜົນເປັນປະຈັກຕາ ໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ ຊຶ່ງວຽກງານນີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງ ຄະນະພັກ ພະນັກງານການນຳທຸກຂັ້ນ ຄືຖັນແຖວສະມາຊິກພັກ ພະນັກງານ ທະຫານ ຕຳຫຼວດ ໃນທຸກລະດັບ ແລະ ທຸກພາກສ່ວນຕ້ອງເປັນເຈົ້າການຕ້ານ, ແກ້ໄຂໃຫ້ເຂັ້ມງວດ ແລະ ເດັດຂາດ; ສ່ວນການສະກັດກັ້ນ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ແມ່ນໜ້າທີ່ຄວາມຮັບຜິດຊອບໂດຍກົງ ທັງເປັນໜ້າທ່ີສຳຄັນຮີບດ່ວນ, ຍາວນານຂອງການຈັດຕັ້ງພັກ-ລັດ ແລະ ທົ່ວສັງຄົມ, ຖ້າມີການລະເມີດ ຕ້ອງຕ້ານ, ແກ້ໄຂຢ່າງທັນການ, ເດັດຂາດໂດຍບໍ່ມີເຂດຫວງຫ້າມ ແລະ ບໍ່ມີຂໍ້ຍົກເວັ້ນ; ການສະກັດກັ້ນ,ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ການຈັດຕັ້ງພັກ-ລັດແຕ່ລະຂັ້ນຕ້ອງຍົກສູງຄຸນທາດກາານເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ກຳແໜ້ນການເຄື່ອນໄຫວປະຕິບັດໜ້າທີ່, ການດຳລົງຊີວິດ ຂອງສະມາຊິກພັກ, ພະ ນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພົນລະເມືອງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ; ການສະກັດກັ້ນ,ຕ້ານ ແລະ ແກ້ໄຂການຟຸມເຟືອຍ ການຈັດຕັ້ງພັກ-ລັດ ແລະ ທົ່ວສັງຄົມ ຕ້ອງເປັນເຈົ້າການບຸກທະລຸດ້ານແນວຄິດໃນການປພະຕິບັດນະໂຍບາຍປະຫຍັດ ແລະ ຕ້ານການຟຸມເຟືອຍ ໃຫ້ເປັນຮູບປະທຳ ມີການປ່ຽນແປງທີ່ຕັ້ງໜ້າ.

ດັ່ງນັ້ນ ໃນມາດຕະການຈັດຕັ້ງປະຕິບັດ ເພື່ອໃຫ້ຮັບປະກັນຜົນສຳເລັດໃນການຈັດຕັ້ງປະຕິບັດນັ້ນ ແນວທາງຂອງພັກໄດ້ ເນັ້ນໃຫ້ ຄະນະພັກ ອົງການລັດ ແຕ່ລະຂັ້ນ ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິຄຳສັ່ງຂອງຂັ້ນເທິງໃຫ້ກວ້າງຂວາງ ເລິກເຊິ່ງ ແລະ ທົ່ວເຖິງ ພ້ອມທັງຜັນຂະຫຍາຍເປັນທິດທາງ, ແຜນການ, ແຜນງານ, ໂຄງການ, ລະບຽບການ ຂອງຂະແໜງການ, ທ້ອງຖິ່ນຕົນ ພ້ອມທັງນຳພາຈັດຕັ້ງປະຕິບັດຕົວຈິງໃຫ້ຖືກຕ້ອງ,ເຂັ້ມງວດ ແລະ ມີປະສິດທິຜົນ.

ການຈັດຕັ້ງຂອງພັກ-ລັດ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ,ບັນດາອົງການຈັດຕັ້ງມະຫາຊົນທຸກຂັ້ນ, ສື່ມວນຊົນ ແລະ ພົນລະເມືອງ ຕ້ອງເປັນເຈົ້າການເຂົ້າຮ່ວມສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້ ແລະ ການຟຸມເຟືອຍຢ່າງແຂງແຮງ ກວ້າງຂວາງ, ເພີ່ມທະວີຄວາມຮັບຜິດຊອບ ການນຳພາ-ຊີ້ນຳ ຂອງຄະນະພັກທຸກຂັ້ນ ຕໍ່ການສະກັດກັ້ນຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້ ແລະ ການຟຸມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມໃຫ້ແທດເຖິງ, ເປັນປົກກະຕິ, ເປັນຄວາມຮັບຜິດຊອບການເມືອງໂດຍກົງຂອງ ເລຂາພັກ ແລະ ປະທານຄະນະກຳມະການປົກຄອງແຕ່ລະຂັ້ນ.

ສຳຄັນ ລັດຖະບານ ແລະ ກະຊວງ-ອົງກາານທີ່ກ່ຽວຂ້ອງໃຫ້ສ້າງ ແລະ ປັບປຸງນິຕິກຳສະເພາະໃນແຕ່ລະຂະແໜງການໃຫ້ລະອຽດ, ຄົບຖ້ວນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ອົງການກວດກາພັກ ກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນເປັນເຈົ້າການຕິດຕາມ ຊຸກຍູ້ ກວດກາ ສະຫຼຸບຕີລາຄາ ແລະລາຍງານຜົນການຈັດຕັ້ງປະຕິບັດຕໍ່ຂັ້ນເທິງຂອງຕົນເພື່ອຊາບ ແລະ ໃຫ້ທິດຊີ້ນຳໃນແຕ່ລະໄລຍະ.

https://laophattananews.com/257883/
#ໜັງສືພິມລາວພັດທະນາ #ບົດຄວາມ #ຜາຕຸງ
_______________@______________
ສະໜັບສະໜູນຂ່າວໂດຍ: ມິຣິນດ້າ ກິ່ນສະຕໍເບີຣີ ສະໄຕເກົາຫລີ
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

ໃນວັນທີ 27 ສິງຫາ 2026 ທີ່ຜ່ານມາ, ທ່ານ ບຸນທະວີ ວິລະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ປະເທດຊູແອດ ໄດ້ເຂົ້າຮ່ວມກອງປະຊຸ...
03/09/2026

ໃນວັນທີ 27 ສິງຫາ 2026 ທີ່ຜ່ານມາ, ທ່ານ ບຸນທະວີ ວິລະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ປະເທດຊູແອດ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມາທິການ ອາຊຽນ ປະຈຳ ສະຕ໋ອກໂຮມ (ASEAN Committee in Stockholm - ACS) ຄັ້ງທີ 44, ເຊິ່ງຈັດຂຶ້ນຢູ່ທີ່ ສະຖານເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສະຕ໋ອກໂຮມ, ປະເທດ ຊູແອດ.

ວັນທີ 3/09/2026, ຄະນະນຳສະຖານທູດ ແຫ່ງ ສປປ ລາວ ເຂົ້າຮ່ວມອວຍພອນເນື່ອງໃນວັນຊາດຂອງ ສສ.ຫວຽດນາມ ຄົບຮອບ 81 ປີ, ທີ່ສະຖານທູດຫວຽດນາ...
03/09/2026

ວັນທີ 3/09/2026, ຄະນະນຳສະຖານທູດ ແຫ່ງ ສປປ ລາວ ເຂົ້າຮ່ວມອວຍພອນເນື່ອງໃນວັນຊາດຂອງ ສສ.ຫວຽດນາມ ຄົບຮອບ 81 ປີ, ທີ່ສະຖານທູດຫວຽດນາມ, ທີ່ ສະຕອກໂຮມ, ປະເທດຊູແອດ.

ໃນລະຫວ່າງວັນທີ 10-12 ສິງຫາ 2026 ທີ່ຜ່ານມາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງສະຕ໋ອກໂຮມ, ປະເທດຊູແອດ ໄດ້ຈັດພ...
03/09/2026

ໃນລະຫວ່າງວັນທີ 10-12 ສິງຫາ 2026 ທີ່ຜ່ານມາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງສະຕ໋ອກໂຮມ, ປະເທດຊູແອດ ໄດ້ຈັດພິທີໄວ້ອາໄລ ແລະ ເອົາທຸງຊາດລົງເຄິ່ງເສົາ ພ້ອມທັງເປີດປື້ມໄວ້ອາໄລໃຫ້ບັນດາທຸຕານຸທູດຕ່າງປະເທດ ສະແດງຄວາມເສົ້າສະຫຼົດໃຈ ຢ່າງສົມກຽດ ຢູ່ທີ່ບ້ານພັກທ່ານທູດ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

Adress

Badstrandsvägen 11, 112 65 Stora Essingen
Stockholm
POBOX30214,10425

Öppettider

Måndag 09:00 - 16:00
Tisdag 09:00 - 16:00
Onsdag 09:00 - 16:00
Torsdag 09:00 - 16:00
Fredag 09:00 - 16:00

Webbplats

Aviseringar

Var den första att veta och låt oss skicka ett mail när Embassy of the Lao PDR in stockholm, Sweden postar nyheter och kampanjer. Din e-postadress kommer inte att användas för något annat ändamål, och du kan när som helst avbryta prenumerationen.

Genvägar

Dela