10/08/2026
ໃນຕອນບ່າຍຂອງວັນທີ 9 ສິງຫາ 2026, ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສ.ອັງກິດ ໄດ້ນຳພາພະນັກງານສະຖານທູດ ພ້ອມດ້ວຍຄອບຄົວ ເຂົ້າຮ່ວມສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາໄລຮັກອັນສຸດຊຶ້ງ ເຖິງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ອັງກິດ ທີ່ ລອນດອນ