03/09/2026
🇱🇦🇱🇺🇨🇭🇪🇺 🤝 ແຜນງານທັກສະການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ (STAF) ໄດ້ເລີ່ມພາລະກິດພາກສະໜາມຮ່ວມຂອງຜູ້ໃຫ້ທຶນ ທີ່ນະຄອນຫລວງວຽງຈັນ
ມື້ວານນີ້ ແຜນງານທັກສະການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ (STAF), ເຊິ່ງຈັດຕັ້ງປະຕິບັດໂດຍກະຊວງສຶກສາທິການ ແລະ ກິລາ (MoES), ກົມອາຊີວະສຶກສາ (DTVET) ແລະ LuxDev, ອົງການຮ່ວມມືເພື່ອການພັດທະນາ ລຸກຊຳບວກ, ໄດ້ຕ້ອນຮັບຜູ້ຕາງໜ້າຈາກສະຖານທູດລຸກຊຳບວກ ປະຈຳ ສປປ ລາວ, ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງສະວິດເຊີແລນ (SDC), ສະຫະພາບເອີຣົບ, ໃນມື້ທຳອິດ ຂອງພາລະກິດພາກສະໜາມຮ່ວມຂອງຜູ້ໃຫ້ທຶນ ປະຈຳປີ 2026.
ຄະນະຜູ້ແທນໄດ້ເລີ່ມພາລະກິດພາກສະໜາມ ທີ່ສູນຝຶກອົບຮົມວິຊາຊີບຄົນຫູໜວກ ມືແຫ່ງຄວາມຫວັງ, ເຊິ່ງໄດ້ມີໂອກາດແລກປ່ຽນກັບນັກຮຽນ ແລະ ຄູຝຶກ, ແລະ ຮຽນຮູ້ກ່ຽວກັບວຽກງານ ທີ່ສະໜັບສະໜູນແຜນງານ STAF ຜ່ານກົມການສຶກສານອກໂຮງຮຽນ (DNFE) ແລະ ສູນພັດທະນາການສຶກສານອກໂຮງຮຽນລະດັບພາກພື້ນ ເພື່ອສະໜອງໂຄງການຝຶກອົບຮົມວິຊາຊີບຂັ້ນພື້ນຖານ (BVT) ສໍາລັບໄວໜຸ່ມທີ່ມີຄວາມບົກຜ່ອງທາງດ້ານການໄດ້ຍິນ.
ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ສືບຕໍ່ຢ້ຽມຢາມ ວິທະຍາໄລເຕັກນິກປາກປ່າສັກ, ເຊິ່ງໄດ້ຮູ້ຂໍ້ມູນກ່ຽວກັບແຜນງານ STAF ສຳລັບການສົ່ງເສີມການພັດທະນາທັກສະວິຊາຊີບ ແບບມີສ່ວນຮ່ວມ, ການສ້າງລາຍຮັບ ເພື່ອກອງທຶນແບບຍືນຍົງ ຂອງການຝຶກອົບຮົມວິຊາຊີບ, ແລະ ການເຊື່ອມໂຍງເຕັກໂນໂລຊີໃນການສິດສອນ ແລະ ການຮຽນຮູ້ກ່ຽວກັບວິຊາຊີບ. ຄະນະຜູ້ແທນຍັງໄດ້ຮັບປະທານອາຫານທ່ຽງ ທີ່ກະກຽມ ແລະ ບໍລິການໂດຍນັກຮຽນ ທີ່ສູນພັດທະນາອາຊີບ ການທ່ອງທ່ຽວ ແລະ ການໂຮງແຮມ (SoTH) ຂອງວິທະຍາໄລ.
ພາລະກິດມື້ນີ້ໄດ້ສິ້ນສຸດລົງ ທີ່ມະຫາວິທະຍາໄລແຫ່ງຊາດລາວ, ຄະນະຜູ້ແທນໄດ້ຮ່ວມສັງເກດການຝຶກອົບຮົມຄູສອນກ່ຽວກັບສັດຕະວະແພດ ແລະ ການຜ່າຕັດ, ແລະ ໄດ້ປຶກສາຫາລືກັບຄູອາຈານ ກ່ຽວກັບການເປີດຫຼັກສູດທີ່ກ່ຽວກັບ ສັດຕະວະແພດ ລະດັບປະກາດສະນີຍະບັດ 3 ແລະ ປະລິນຍາລະດັບ 4 ທີ່ວິທະຍາໄລວິຊາຊີບ ໃນແຂວງຄຳມ່ວນ, ບໍລິຄຳໄຊ ແລະ ຊຽງຂວາງ.
✅ ພາລະກິດພາກສະໜາມ ຍັງຈະສືບຕໍ່ທີ່ແຂວງວຽງຈັນໃນມື້ຕໍ່ໄປ ເຊິ່ງທ່ານຈະໄດ້ເຫັນການສະໜັບສະໜູນຂອງແຜນງານ STAF ສຳລັບການພັດທະນາທັກສະວິຊາຊີບ ຫຼາຍຂຶ້ນ.
———————————
🇱🇦🇱🇺🇨🇭🇪🇺 🤝 STAF Programme Joint Donor Field Visit in Vientiane Capital
Yesterday, the Skills for Tourism, Agriculture and Forestry (STAF) Programme, implemented by the Ministry of Education and Sports (MoES) Department of Technical and Vocational Education and Training (DTVET) and LuxDev, the Luxembourg Development Cooperation Agency, welcomed representatives from the Embassy of Luxembourg in Lao PDR, the Swiss Agency for Development and Cooperation (SDC) and the European Union (EU) for the first day of its 2026 Joint Donor Field Mission.
The delegation began the day at the Hands of Hope Vocational Training Centre for the Deaf, where participants had an opportunity to exchange with students and trainers, and learn about the STAF Programme’s support – via the MoES Department of Non-Formal Education (DNFE) and the Regional Non-Formal Education Development Centre – for the provision of Basic Vocational Training (BVT) programme for young adults with hearing impairments.
The delegation then continued to Pakpasak Technical College, where they were briefed on STAF Programme initiatives for the promotion of inclusive vocational skills development, revenue generation for sustainable financing of vocational training, and the integration of technology for enhanced vocational teaching and learning. At the training restaurant in the college’s School of Tourism and Hospitality, delegates also enjoyed a delicious lunch prepared and served by students.
The day concluded at the National University of Laos (NUoL), where the delegation observed teacher training on animal health and surgery, and discussed with teachers the upcoming roll-out of new Certificate Level 3 and Diploma Level 4 veterinary-related courses at vocational colleges in Khammouane, Bolikhamxay and Xieng Khuang Provinces.
✅ The field visit continues to Vientiane Province the next day, with more opportunities to see STAF Programme support for vocational skills development in action. Stay tuned!
Luxembourg Aid & Development
MAE, Luxembourg
Gouvernement luxembourgeois
LuxDev - Luxembourg Development Cooperation Agency
European Union in Laos
Swiss Cooperation Mekong