National Single Window Asycuda+

National Single Window Asycuda+ National Single Window A+ (NSWA+) is a web platform dedicated to simplify trade formalities in Laos

NSWA+ ເປັນກົນໄກສຳຄັນທີ່ຊ່ວຍໃຫ້ການນຳເຂົ້າ-ສົ່ງອອກຜ່ານສາງທ່ານາແລ້ງມີຄວາມວ່ອງໄວ, ໂປ່ງໃສ ແລະ ມີປະສິດທິພາບຫຼາຍຂຶ້ນ ຜ່ານການເຊື...
28/08/2026

NSWA+ ເປັນກົນໄກສຳຄັນທີ່ຊ່ວຍໃຫ້ການນຳເຂົ້າ-ສົ່ງອອກຜ່ານສາງທ່ານາແລ້ງມີຄວາມວ່ອງໄວ, ໂປ່ງໃສ ແລະ ມີປະສິດທິພາບຫຼາຍຂຶ້ນ ຜ່ານການເຊື່ອມໂຍງຂໍ້ມູນ ແລະ ການບໍລິການໄວ້ໃນລະບົບດຽວ. 🚛📦🛃✨

ສໍາລັບລາຍລະອຽດເພີ່ມເຕີມກ່ຽວກັບ +, ທ່ານສາມາດເຂົ້າເບີ່ງຂໍ້ມູນໄດ້ທີ່: www.laonsw.net

ທີ່ຕັ້ງສຳນັກງານໃຫຍ່ :
ຖະໜົນ ໄກສອນ ພົມວິຫານ, ຕຶກ ທະນາຄານ ບີໄອຊີ ຊັ້ນ 5, ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ສປປ ລາວ
ອີເມວ: [email protected]
ໂທລະສັບ: (856) 20 8850 2201, (856) 20 8850 2108-9

ສິ່ງສຳຄັນຄືການກວດສອບ HS Code ຂອງສິນຄ້າ. ເມື່ອຮູ້ HS Code ທີ່ຖືກຕ້ອງ ກໍຈະສາມາດຮູ້ໄດ້ທັນທີວ່າ:•ສິນຄ້ານີ້ຢູ່ໃນປະເພດໃດ 📦•ຕ້ອ...
20/08/2026

ສິ່ງສຳຄັນຄືການກວດສອບ HS Code ຂອງສິນຄ້າ. ເມື່ອຮູ້ HS Code ທີ່ຖືກຕ້ອງ ກໍຈະສາມາດຮູ້ໄດ້ທັນທີວ່າ:

•ສິນຄ້ານີ້ຢູ່ໃນປະເພດໃດ 📦
•ຕ້ອງຊຳລະພາສີເທົ່າໃດ
•ຕ້ອງໃຊ້ເອກະສານຫຍັງ 📃
•ຕ້ອງຂໍອະນຸຍາດຈາກໜ່ວຍງານໃດ 👮
ການກວດສອບຂໍ້ມູນເຫຼົ່ານີ້ກ່ອນຍື່ນຄຳຂໍ ຈະຊ່ວຍຫຼຸດຄວາມຜິດພາດ, ຫຼຸດການສົ່ງເອກະສານແກ້ໄຂ ແລະ ຊ່ວຍໃຫ້ການນຳເຂົ້າ-ສົ່ງອອກດຳເນີນໄດ້ຢ່າງວ່ອງໄວ. ແລະ ຍັງສາມາດດຳເນີນການຜ່ານລະບົບ NSWA+ ໄດ້ແບບ Real-time

ສິນຄ້າແຕ່ລະປະເພດບໍ່ໄດ້ໃຊ້ເອກະສານຊຸດດຽວກັນ. ການຮູ້ HS Code ແລະ ກວດສອບຂໍ້ກຳນົດຂອງສິນຄ້າລ່ວງໜ້າ ຈະຊ່ວຍໃຫ້ກະກຽມເອກະສານໄດ້ຄົບຖ້ວນ ແລະ ດຳເນີນການຜ່ານລະບົບ NSWA+ ໄດ້ຢ່າງວ່ອງໄວຂຶ້ນ.

ສໍາລັບລາຍລະອຽດເພີ່ມເຕີມກ່ຽວກັບ +, ທ່ານສາມາດເຂົ້າເບີ່ງຂໍ້ມູນໄດ້ທີ່: www.laonsw.net
ທີ່ຕັ້ງສຳນັກງານໃຫຍ່ :
ຖະໜົນ ໄກສອນ ພົມວິຫານ, ຕຶກ ທະນາຄານ ບີໄອຊີ ຊັ້ນ 5, ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ສປປ ລາວ
ອີເມວ: [email protected]
ໂທລະສັບ: (856) 20 8850 2201, (856) 20 8850 2108-9

The first and most important step is to identify the correct HS Code for your goods. Once you have the correct HS Code, you can immediately determine:

•The product classification 📦
•The applicable duties and taxes
•The required documentation 📃
•The government authority responsible for issuing the necessary permits or approvals 👮

Verifying this information before submitting your application helps minimize errors, reduces the need for document revisions, and streamlines the import and export process.

With the NSWA+ system, you can also process and track your applications in real time, making trade procedures faster, more efficient, and more transparent.
For more information about +, please visit:
www.laonsw.net
Head Office Address:
Kaysone Phomvihane Road, BIC Bank Building, 5th Floor, Phonsaad Village, Xaysettha District, Vientiane Capital, Lao PDR
Email: [email protected]
Tel: (856) 20 8850 2201, (856) 20 8850 2108-9

🎉 ປະກາດຜົນຜູ້ໂຊກດີ! 🎉BIVAC ຂໍຂອບໃຈທຸກທ່ານທີ່ເຂົ້າຮ່ວມກິດຈະກຳ "ທ່ານຮູ້ຫຼືບໍ່? 13 ສິງຫາ ແມ່ນວັນຫຍັງ?" ແລະ ຮ່ວມສົ່ງຄຳຕອບຢ່າ...
13/08/2026

🎉 ປະກາດຜົນຜູ້ໂຊກດີ! 🎉
BIVAC ຂໍຂອບໃຈທຸກທ່ານທີ່ເຂົ້າຮ່ວມກິດຈະກຳ "ທ່ານຮູ້ຫຼືບໍ່? 13 ສິງຫາ ແມ່ນວັນຫຍັງ?" ແລະ ຮ່ວມສົ່ງຄຳຕອບຢ່າງຄຶກຄື້ນ.
🎁 ຂໍສະແດງຄວາມຍິນດີກັບຜູ້ໂຊກດີທຸກທ່ານ ທີ່ໄດ້ຮັບຂອງລາງວັນຈາກ BIVAC!

🏆 ລາຍຊື່ຜູ້ໂຊກດີ
1. ນາງ ວິລັດດາ ອັງຄະໄລ
2. somsanith Phomsavanh
3. Anou App
4. Aobsavath Aob
5. Midey Slv

📩 ຜູ້ໂຊກດີກະລຸນາ Inbox ຫາໜ້າ Facebook BIVAC Laos ພ້ອມສົ່ງຊື່-ນາມສະກຸນ ແລະ ເບີໂທຕິດຕໍ່ ເພື່ອຢືນຢັນສິດ ແລະ ນັດໝາຍຮັບຂອງລາງວັນ.

💙 BIVAC ຂໍຂອບໃຈທຸກທ່ານທີ່ຕິດຕາມ ແລະ ຮ່ວມຫລີ້ນກິດຈະກຳກັບພວກເຮົາ. ຢ່າລືມຕິດຕາມໜ້າ Facebook ຂອງ BIVAC ເພື່ອບໍ່ພາດຂ່າວສານ ແລະ ກິດຈະກຳດີໆ ພ້ອມຂອງລາງວັນອີກຫຼາຍລາຍການໃນອະນາຄົດ.

ຂ້າພະເຈົ້າ, NSWA+,  ພ້ອມດ້ວຍພະນັກງານທັງໝົດ ຂໍໄວ້ອາໄລ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ...
09/08/2026

ຂ້າພະເຈົ້າ, NSWA+, ພ້ອມດ້ວຍພະນັກງານທັງໝົດ ຂໍໄວ້ອາໄລ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ. ພວກຂ້າພະເຈົ້າຂໍລໍ້າລືກເຖິງ ຄຸນງາມຄວາມດີ ແລະ ຜົນງານໂດດເດັ່ນ ຂອງທ່ານທີ່ມີຕໍ່ ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະເທດຊາດບ້ານເມືອງ.
ຂໍສະແດງຄວາມເຄົາລົບຮັກ, ອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍໃຫ້ດວງວິນຍານຂອງ ທ່ານ ໄຊສົມພອນ ພົມວິຫານ ຈົ່ງໄປສູ່ສຸຂະຕິດ້ວຍເຖີ້ນ.

ດ້ວຍຄວາມອາໄລຮັກ.

ບໍ່ວ່າທ່ານຈະເປັນຜູ້ໃຊ້ໃໝ່ ຫຼື ຜູ້ໃຊ້ທີ່ຕ້ອງການຄຳແນະນຳເພີ່ມເຕີມ ພວກເຮົາພ້ອມໃຫ້ການສະໜັບສະໜູນຢ່າງເຕັມທີ່.📌 ບໍລິການຟຣີ! ບໍ່ມ...
07/08/2026

ບໍ່ວ່າທ່ານຈະເປັນຜູ້ໃຊ້ໃໝ່ ຫຼື ຜູ້ໃຊ້ທີ່ຕ້ອງການຄຳແນະນຳເພີ່ມເຕີມ ພວກເຮົາພ້ອມໃຫ້ການສະໜັບສະໜູນຢ່າງເຕັມທີ່.
📌 ບໍລິການຟຣີ! ບໍ່ມີຄ່າໃຊ້ຈ່າຍ
ທ່ານສາມາດລົງທະບຽນຝຶກອົບຮົ່ມກັບພວກເຮົາໄດ້ 3ຮູບແບບ:

1. ທ່ານສາມາດດາວໂຫລດແບບຟອມຂໍຝຶກອົບຮົມການນຳໃຊ້ລະບົບໄດ້ທີ່ເວບໄຊ້ Laonsw.net ຫຼັງຈາກນັ້ນ, ຕື່ມຂໍ້ມູນໃຫ້ຄົບຖ້ວນ ແລະ ສົ່ງແບບຟອມມາທີ່ ອີເມວ[email protected]
2. ທ່ານສາມາດລົງທະບຽນຜ່ານແບບຟອມ google form
3. ທ່ານສາມາດເຂົ້າມາລົງທະບຽນໄດ້ທີ່ຫ້ອງການ NSWA+ ປະຈຳແຂວງຂອງພວກເຮົາໄດ້ເລີຍ.

ສໍາລັບລາຍລະອຽດເພີ່ມເຕີມກ່ຽວກັບ +, ທ່ານສາມາດເຂົ້າເບີ່ງຂໍ້ມູນໄດ້ທີ່: www.laonsw.net
----------------------------------
ທີ່ຕັ້ງສຳນັກງານໃຫຍ່ :
ຖະໜົນ ໄກສອນ ພົມວິຫານ, ຕຶກ ທະນາຄານ ບີໄອຊີ ຊັ້ນ 5, ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ສປປ ລາວ
ອີເມວ: [email protected]
ໂທລະສັບ: (856) 20 8850 2201, (856) 20 8850 2108-9

📌 ກະຕິກາການຮ່ວມກິດຈະກຳກົດ Like ແລະ Follow ໜ້າ Facebook ຂອງ BIVAC Laos.ກົດ Like ແລະ Share ໂພສນີ້ເປັນສາທາລະນະ (Public).ຕອບ...
03/08/2026

📌 ກະຕິກາການຮ່ວມກິດຈະກຳ
ກົດ Like ແລະ Follow ໜ້າ Facebook ຂອງ BIVAC Laos.
ກົດ Like ແລະ Share ໂພສນີ້ເປັນສາທາລະນະ (Public).

ຕອບຄຳຖາມໃນຊ່ອງຄອມເມັນ:
"13 ສິງຫາ ແມ່ນວັນຫຍັງ?"
ແທັກໝູ່ 2 ຄົນ ເຂົ້າຮ່ວມກິດຈະກຳ.

ຜູ້ຕອບຖືກຕ້ອງ ແລະ ປະຕິບັດຄົບທຸກເງື່ອນໄຂຈະໄດ້ເຂົ້າຮ່ວມການລຸ້ນຮັບຂອງລາງວັນ.
🎁 ລາງວັນທີ1: (ຄັນຮົ່ມ ຈຳນວນ5ລາງວັນ)
🎁 ລາງວັນທີ2: (ກະເປົາ ຈຳນວນ5ລາງວັນ)
🎁 ລາງວັນທີ3: (ປື້ມ+ບິກ ຈຳນວນ20ລາງວັນ)
📅 ໄລຍະເວລາຮ່ວມກິດຈະກຳ: 03-13/8/2026
📢 ປະກາດຜົນຜູ້ໂຊກດີ: 13/8/2026

✨ ຂໍໃຫ້ທຸກທ່ານໂຊກດີ ແລະ ຢ່າລືມຊວນໝູ່ໆມາຮ່ວມຫລີ້ນກິດຈະກຳນຳກັນ!
ໝາຍເຫດ: ໂພສຂອງທ່ານໃດມີຄົນກົດໄລ້ຫຼາຍຈະໄດ້ຮັບລາງວັນຕາມລຳດັບ

🙏ບຸນເຂົ້າພັນສາ ແມ່ນອີກໜຶ່ງວັນສຳຄັນທາງພຸດທະສາສະໜາ ທີ່ສະທ້ອນເຖິງຄຸນຄ່າແຫ່ງສັດທາ, ຄວາມສາມັກຄີ ແລະ ການສືບສານປະເພນີອັນດີງາມຂອ...
28/07/2026

🙏ບຸນເຂົ້າພັນສາ ແມ່ນອີກໜຶ່ງວັນສຳຄັນທາງພຸດທະສາສະໜາ ທີ່ສະທ້ອນເຖິງຄຸນຄ່າແຫ່ງສັດທາ, ຄວາມສາມັກຄີ ແລະ ການສືບສານປະເພນີອັນດີງາມຂອງຊາວລາວ.

ໃນໂອກາດອັນເປັນມົງຄົນນີ້, BIVAC ຂໍຮ່ວມອະນຸໂມທະນາບຸນ ແລະ ສົ່ງຄວາມປາດຖະໜາດີໄປຍັງລູກຄ້າ, ຄູ່ຄ້າ ແລະ ປະຊາຊົນຊາວລາວທຸກທ່ານ.

ຂໍໃຫ້ບຸນກຸສົນນຳພາໃຫ້ທຸກທ່ານ ປະສົບແຕ່ຄວາມສຸກ, ຄວາມຈະເລີນ, ສຸຂະພາບແຂງແຮງ ແລະ ຄວາມສຳເລັດໃນທຸກໆດ້ານ.

ບຸນເຂົ້າພັນສາ ຂໍໃຫ້ແສງແຫ່ງທຳ ນຳພາຄວາມສຸກ ແລະ ຄວາມຈະເລິນຮຸ່ງເຮືອງສູ່ທຸກຄອບຄົວ💙
+ #ວັນເຂົ້າພັນສາ #ຮີດຄອງປະເພນີລາວ #ວັນພະພຸດທະສາດສະໜາ

ການແຈ້ງພາສີລ່ວງໜ້າ ບໍ່ແມ່ນພຽງການກະກຽມເອກະສານໃຫ້ພ້ອມ ແຕ່ເປັນການຊ່ວຍຫຼຸດເວລາ, ຫຼຸດຕົ້ນທຶນ, ຫຼຸດຄວາມຜິດພາດ ແລະ ເພີ່ມປະສິດທິ...
24/07/2026

ການແຈ້ງພາສີລ່ວງໜ້າ ບໍ່ແມ່ນພຽງການກະກຽມເອກະສານໃຫ້ພ້ອມ ແຕ່ເປັນການຊ່ວຍຫຼຸດເວລາ, ຫຼຸດຕົ້ນທຶນ, ຫຼຸດຄວາມຜິດພາດ ແລະ ເພີ່ມປະສິດທິພາບໃນການນຳເຂົ້າ-ສົ່ງອອກສິນຄ້າ.

ເພີ່ມຄວາມສະດວກຜ່ານລະບົບ NSWA+ ຜູ້ປະກອບການສາມາດຍື່ນເອກະສານ, ຂໍອະນຸຍາດ ແລະ ຕິດຕາມສະຖານະໄດ້ຜ່ານລະບົບອອນລາຍຈຸດດຽວ ຊ່ວຍປະຢັດເວລາ ແລະ ຫຼຸດຄວາມຊ້ຳຊ້ອນໃນການດຳເນີນງານ.

ສໍາລັບລາຍລະອຽດເພີ່ມເຕີມກ່ຽວກັບ +, ທ່ານສາມາດເຂົ້າເບີ່ງຂໍ້ມູນໄດ້ທີ່: www.laonsw.net

📍ທີ່ຕັ້ງສຳນັກງານໃຫຍ່ :
ຖະໜົນ ໄກສອນ ພົມວິຫານ, ຕຶກ ທະນາຄານ ບີໄອຊີ ຊັ້ນ 5, ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ສປປ ລາວ

ອີເມວ: [email protected]
ໂທລະສັບ: (856) 20 8850 2201, (856) 20 8850 2108-9
----------------------------------------------------
Advance customs declaration is more than just preparing documents in advance. It helps businesses save time, reduce costs, minimize errors, and improve the efficiency of import and export operations.

With the convenience of the NSWA+ system, business operators can submit documents, apply for permits, and track application statuses through a single online platform. This helps streamline processes, save valuable time, and reduce duplication in administrative procedures.

For more information about +, please visit:
www.laonsw.net

📍Head Office Address:
Kaysone Phomvihane Road, BIC Bank Building, 5th Floor, Phonsaad Village, Xaysettha District, Vientiane Capital, Lao PDR

Email: [email protected]
Tel: (856) 20 8850 2201, (856) 20 8850 2108-9

ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຢ່າງສຸດໃຈ💙 20 ກໍລະກົດ 1955 – 20 ກໍລະກົດ 2026 ເນື່ອງໃນໂອກາດອັນເປັນມົງຄຸນນ...
20/07/2026

ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຢ່າງສຸດໃຈ💙

20 ກໍລະກົດ 1955 – 20 ກໍລະກົດ 2026 ເນື່ອງໃນໂອກາດອັນເປັນມົງຄຸນນີ້ ຂໍສົ່ງຄວາມປາຖະໜາດີ ແລະ ຄວາມຊົມເຊີຍຢ່າງສູງ ແດ່ສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວທຸກຄົນ. ຂໍອວຍພອນໃຫ້ແມ່ຍິງລາວທຸກທ່ານ ມີສຸຂະພາບແຂງແຮງ, ຄວາມສຸກ, ຄວາມຈະເລີນ ແລະ ປະສົບຜົນສຳເລັດໃນທຸກໜ້າທີ່. ຂໍໃຫ້ສະຫະພັນແມ່ຍິງລາວ ສືບຕໍ່ເປັນກຳລັງສຳຄັນໃນການຍົກສູງບົດບາດຂອງແມ່ຍິງ, ສ້າງຄວາມສະເໝີພາບ ແລະ ຮ່ວມພັດທະນາປະເທດຊາດໃຫ້ເຈີຮຸ່ງເຮືອງຍິ່ງໆ ຂຶ້ນ.💙
#ສະຫະພັນແມ່ຍີງລາວ #ຄົບຮອບວັນສ້າງຕັ້ງສະຫະພັນແມ່ຍີງລາວ +

Address

Phonsaat Village Xaysettha District, Kaysone Phomvihane Avenue, BIC Bank Building
Vientiane
01000

Opening Hours

Monday 08:30 - 05:00
Tuesday 08:30 - 17:00
Wednesday 08:30 - 17:00
Thursday 08:30 - 17:00
Friday 08:30 - 17:00

Telephone

+8562088502109

Alerts

Be the first to know and let us send you an email when National Single Window Asycuda+ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to National Single Window Asycuda+:

Shortcuts

Share

Category