01/09/2026
ກິດຈະກຳ “ງານມ່ວນຊື່ນທ້າຍອາທິດ” ເສີມສ້າງການແລກປ່ຽນວັດທະນະທຳລາວ-ຈີນ
ໄລຍະຜ່ານມາ, ສູນວັດທະນະທຳຈີນປະຈຳລາວ ໄດ້ຈັດ “ງານມ່ວນຊື່ນທ້າຍອາທິດ” ໂດຍມີກິດຈະກຳທີ່ຫຼາກຫຼາຍເຊັ່ນ: ຫ້ອງຮຽນພາສາຈີນ, ການຮັບຊົມຮູບເງົາຈີນ 《独行月球》, ກິດຈະກຳ “ທູດນ້ອຍໝີແພນດາ” ແລະ ກິດຈະກຳສຳຜັດວັດທະນະທຳອາຫານຈີນ.
ສຳລັບກິດຈະກຳທ້າຍອາທິດນີ້ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ລົດຊາດປະເທດຈີນ” ໂດຍຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ລົງມືເຮັດກ້ຽວຈີນຮ່ວມກັນ ພ້ອມທັງຮຽນຮູ້ວັດທະນະທຳ ແລະ ຄວາມໝາຍທີ່ແຝງຢູ່ໃນອາຫານຈີນ.
ກິດຈະກຳຕ່າງໆ ໄດ້ສ້າງໂອກາດໃຫ້ປະຊາຊົນລາວໄດ້ສຳຜັດ, ຮຽນຮູ້ພາສາ ແລະ ວັດທະນະທຳຈີນຢ່າງໃກ້ຊິດ, ພ້ອມທັງປະກອບສ່ວນຊຸກຍູ້ການແລກປ່ຽນດ້ານວັດທະນະທຳ ແລະ ເສີມສ້າງມິດຕະພາບລາວ-ຈີນໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.