European Union in Laos

European Union in Laos The European Union is a partnership of 27 European countries and a friend of the Lao PDR Government.
(1)

The Delegation's mandate is the promotion of partnership between Laos and the EU covering all aspect of modern diplomacy, including Political dialogue, Development cooperation, Trade, Environment, regional and multilateral issues. The EU with its MS is one of the largest development partners in Laos in terms of ODA and humanitarian aid.

ຮ່ວມສະເຫຼີມສະຫຼອງທັກສະຂອງໄວໜຸ່ມຢູ່ແຂວງຫຼວງພະບາງ!ແຜນງານທັກສະເພື່ອການທ່ອງທ່ຽວ, ກະສິກໍາ ແລະ ປ່າໄມ້ (STAF) ເຊິ່ງເປັນໜຶ່ງໃນກາ...
31/08/2026

ຮ່ວມສະເຫຼີມສະຫຼອງທັກສະຂອງໄວໜຸ່ມຢູ່ແຂວງຫຼວງພະບາງ!

ແຜນງານທັກສະເພື່ອການທ່ອງທ່ຽວ, ກະສິກໍາ ແລະ ປ່າໄມ້ (STAF) ເຊິ່ງເປັນໜຶ່ງໃນການຊ່ວຍເຫຼືອຫຼັກຂອງ ສະຫະພາບ ເອີຣົບ, ຜ່ານແຜນງານ , ມີຄວາມພູມໃຈທີ່ໄດ້ສະໜັບສະໜູນການຮ່ວມມື ລະຫວ່າງ ສະຖາບັນຝຶກອົບຮົມໂຮງແຮມ ແລະ ຮ້ານອາຫານ ທີ່ແຂວງ ຫຼວງພະບາງ ແລະ ໂຮງແຮມ Rosewood ຜ່ານຮູບແບບການຮ່ວມມືລະຫວ່າງຂະແໜງການສຶກສາ ແລະ ວິສາຫະກິດ.

ໃນວັນທີ 18 ກັນຍາ 2026 ນີ້, ນັກຮຽນທຶນການສຶກສາຫຼາຍກວ່າ 40 ຄົນ ຈະມາສະແດງທັກສະດ້ານການບໍລິການ ແລະ ການໂຮງແຮມ ທີ່ໄດ້ຮຽນຮູ້ມາ ໃນງານລ້ຽງອາຫານຄ່ຳ ເພື່ອສະຫຼອງການຈົບການຝຶກອົບຮົມ.

ພວກເຮົາຂໍເຊີນຊວນທຸກທ່ານເຂົ້າມາຮ່ວມງານນີ້ນຳກັນ, ທ່ານສາມາດຊື້ບັດ, ມາສະໜັບສະໜູນນັກຮຽນ ແລະ ຮ່ວມສະຫຼອງຄວາມສຳເລັດໃນການຮ່ວມມື ລະຫວ່າງ ຂະແໜງການສຶກສາ ແລະ ພາກເອກະຊົນນໍາກັນ.

ເພື່ອຮຽນຮູ້ຂໍ້ມູນເພີ່ມຕື່ມ: https://www.facebook.com/RosewoodLuangPrabang

-----

Celebrate young talent in Luang Prabang!

Skills for Tourism, Agriculture and Forestry (STAF) programme, one of the EU Global Gateway flagships, is proud to support a powerful partnership between The Academy Luang Prabang Training Hotel & Restaurant and the Rosewood Luang Prabang through an Education Enterprise Engagement (EEE).

On 18 September 2026, more than 40 scholarship students will showcase their hospitality skills at the Graduation Dinner.

Everyone is welcome to join, get your ticket, support the students, and celebrate an inspiring education-private sector partnership in action.

For more information: https://www.facebook.com/RosewoodLuangPrabang

🎬✨ ຊາວສະຫວັນນະເຂດ ພ້ອມທີ່ຈະມາຮັບຊົມຮູບເງົາເລື່ອງ MIKADO ແລ້ວບໍ? 🍿ສະຫະພາບ ເອີຣົບ ຮ່ວມກັບຮູບເງົາສັ້ນລ້ານຊ້າງ (LanXang Shor...
28/08/2026

🎬✨ ຊາວສະຫວັນນະເຂດ ພ້ອມທີ່ຈະມາຮັບຊົມຮູບເງົາເລື່ອງ MIKADO ແລ້ວບໍ? 🍿

ສະຫະພາບ ເອີຣົບ ຮ່ວມກັບຮູບເງົາສັ້ນລ້ານຊ້າງ (LanXang Shorts) ພູມໃຈນຳສະເໜີຮູບເງົາເລື່ອງ"Mikado" ທີ່ຈະມາພາກເປັນພາສາລາວ ມາໃຫ້ພີ່ນ້ອງສະຫວັນນະເຂດໄດ້ຮັບຊົມກັນແລ້ວ!

ມາຮ່ວມມ່ວນຊື່ນກັບຮູບເງົາ ພາກສຽງລາວ ໂດຍທີມງານນັກພາກ ທີ່ໄດ້ຜ່ານການຝຶກອົບຮົມການພາກສຽງຮູບເງົາ ຈາກກິດຈະກຳທີ່ຜ່ານມາຂອງພວກເຮົາ!

🎟️ #ເຂົ້າຊົມຟຣີ, ພ້ອມມີອາຫານວ່າງເສີບ ແລະ ກິດຈະກຳແລກປ່ຽນຄວາມຄິດເຫັນກັບທີມນັກພາກຂອງສະຫວັນນະເຂດ ກ່ອນສາຍຮູບເງົາ!

📅 ວັນທີ 5 ກັນຍາ 2026 (ວັນເສົາ)
⏰ ເວລາ: 16:30 ໂມງ
📍 ສະຖານທີ່: ໂຮງຮູບເງົາລາວຈະເຣີນ (Laochaleun Cineplex), ນະຄອນໄກສອນ
🗣️ ພາກສຽງລາວ + ຄຳແປພາສາອັງກິດ

ບ່ອນນັ່ງມີຈໍານວນຈໍາກັດ!

👉 ລົງທະບຽນຈອງບ່ອນນັ່ງໄດ້ແລ້ວທີ່ນີ້: https://forms.gle/UFa26EomJiApKp2q6

ແລ້ວເຈີກັນເດີ!

-----

🎬✨ SAVANNAKHET, READY FOR MIKADO? 🍿

The EU in Laos & LanXang Shorts Laos are bringing the acclaimed film "Mikado" to Savannakhet!

Experience this incredible story fully dubbed in Lao by local voice talents trained during our recent professional dubbing workshop!

🎟️ FREE ENTRY + light snacks
💬 Pre-screening discussion with the Savannakhet voice talent team!

📅 5 September 2026 (Saturday)
⏰ Time: 16:30 (4:30 PM)
📍 Venue: Laochaleun Cineplex, Kaysone Phomvihane City
🗣️ Lao Dubbed + English Subtitles

Seats are limited!

👉 Register now & reserve your seat: https://forms.gle/UFa26EomJiApKp2q6

See you at there!

🌿☕ ຊາ ແລະ ກາເຟຈາກພາກເໜືອຂອງລາວໄດ້ໄປສູ່ເວທີສາກົນ!ໃນງານ Hong Kong International Tea Fair & Food Expo PRO (13–15 ສິງຫາ 2026...
26/08/2026

🌿☕ ຊາ ແລະ ກາເຟຈາກພາກເໜືອຂອງລາວໄດ້ໄປສູ່ເວທີສາກົນ!

ໃນງານ Hong Kong International Tea Fair & Food Expo PRO (13–15 ສິງຫາ 2026), ຄະນະຈາກພາກເໜືອຂອງລາວ ໄດ້ມີໂອກາດນໍາສະເໜີຄຸນນະພາບທີ່ໂດດເດັ່ນ ແລະ ລົດຊາດທີ່ເປັນເອກະລັກຂອງຊາ ແລະ ກາເຟທີ່ພິເສດຂອງລາວ.

ໃນງານດັ່ງກ່າວ, ຊາລາວສາມາດຄວ້າໄດ້ 2 ລາງວັນອັນຊົງກຽດ 🏆🍃 ເຊິ່ງເປັນອີກໜຶ່ງການຢືນຢັນເຖິງຄຸນນະພາບ ແລະ ສັກກາຍະພາບຂອງຊາລາວໃນເວທີສາກົນ.

ຜ່ານໂຄງການ Green CUP ເຊິ່ງໄດ້ຮັບທຶນສະໜັບສະໜູນຮ່ວມຈາກ European Union in Laos ແລະ AFD - Agence Française de Développement (AFD), ພວກເຮົາກຳລັງເຮັດວຽກຮ່ວມກັບສະຫະກອນທ້ອງຖິ່ນ, ຜູ້ຜະລິດ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມຂອງ ສປປ ລາວ ເພື່ອຍົກລະດັບມາດຕະຖານຜະລິດຕະພັນ, ເປີດປະຕູສູ່ຕະຫຼາດສາກົນ, ສະໜັບສະໜູນແນວທາງປະຕິບັດແບບຍືນຍົງ ແລະ ການເພີ່ມລາຍຮັບໄດ້ດີຂຶ້ນ.

ຄວາມສຳເລັດນີ້ ບໍ່ພຽງແຕ່ລາງວັນເທົ່ານັ້ນ ແຕ່ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຊົນນະບົດ, ການສົ່ງເສີມການຄ້າທີ່ຍຸດຕິທຳ ແລະ ນໍາເອົາຄວາມເປັນເລີດຂອງລາວ ໄປສູ່ເວທີລະດັບໂລກ. ພວກເຮົາຮູ້ສຶກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງການເດີນທາງຄັ້ງນີ້! ☕🌍

-----

🌿☕ Northern Lao Tea & Coffee Shine on the Global Stage!

At the Hong Kong International Tea Fair & Food Expo PRO (13–15 Aug 2026), a delegation from northern Laos showcased the exceptional quality and unique flavours of Laos’ specialty teas and coffee, securing two prestigious awards at the Hong Kong Tea Competition 2026! 🏆🍃

Through the Green CUP project, co-funded by the Union in Laos and Française de Développement (AFD), we’re working hand-in-hand with local cooperatives, producers, and the Lao Ministry of Agriculture and Environment to elevate product standards, open doors to international markets, champion sustainable, and income-boosting practices

This success isn’t just about awards, it’s about empowering rural communities, fostering fair trade, and putting Lao excellence on the world map. Proud to be part of this journey! ☕🌍

24/08/2026

🇪🇺🇺🇦 ຄໍ່າຄືນນີ້, ຫ້ອງການສະຫະພາບ ເອີຣົບ ໄດ້ເປີດໄຟອາຄານເປັນສີຟ້າ ແລະ ສີເຫຼືອງ (ສີຂອງທຸງຊາດ ອູແກຣນ) ເພື່ອສະເຫຼີມສະຫຼອງວັນປະກາດເອກະລາດ ອູແກຣນ ຄົບຮອບ 35 ປີ.

——-

🇪🇺🇺🇦 Tonight, the EU building is lit up in blue and yellow (the colours of the Ukrainian flag) to mark the 35th Anniversary of Ukraine's Independence Day.

🇪🇺 𝐄𝐔–𝐋𝐚𝐨𝐬 𝐇𝐨𝐬𝐩𝐢𝐭𝐚𝐥𝐢𝐭𝐲 𝐁𝐮𝐬𝐢𝐧𝐞𝐬𝐬 𝐓𝐚𝐥𝐤 & 𝐍𝐞𝐭𝐰𝐨𝐫𝐤𝐢𝐧𝐠 𝐢𝐧 𝐕𝐚𝐧𝐠 𝐕𝐢𝐞𝐧𝐠 🇱🇦📢 ມາຮ່ວມກັບພວກເຮົາໃນງານສົນທະນາ ແລະ ງານລ້ຽງສ້າງເຄືອຂ່າຍ...
24/08/2026

🇪🇺 𝐄𝐔–𝐋𝐚𝐨𝐬 𝐇𝐨𝐬𝐩𝐢𝐭𝐚𝐥𝐢𝐭𝐲 𝐁𝐮𝐬𝐢𝐧𝐞𝐬𝐬 𝐓𝐚𝐥𝐤 & 𝐍𝐞𝐭𝐰𝐨𝐫𝐤𝐢𝐧𝐠 𝐢𝐧 𝐕𝐚𝐧𝐠 𝐕𝐢𝐞𝐧𝐠 🇱🇦

📢 ມາຮ່ວມກັບພວກເຮົາໃນງານສົນທະນາ ແລະ ງານລ້ຽງສ້າງເຄືອຂ່າຍທາງທຸລະກິດ ທີ່ຈະນຳເອົາບັນດາທຸລະກິດ, ຜູ້ປະກອບການ ແລະ ຜູ້ຊ່ຽວຊານດ້ານການບໍລິການມາຮວມໂຕກັນ ເພື່ອປຶກສາຫາລືກ່ຽວກັບອະນາຄົດຂອງການທ່ອງທ່ຽວໃນເມືອງ ວັງວຽງ. 🌄

✨ ໂຄງການດັ່ງກ່າວ ຈະມີການບັນຍາຍພິເສດກ່ຽວກັບການພັດທະນາການທ່ອງທ່ຽວແບບຍືນຍົງ ພ້ອມດ້ວຍໂອກາດໃນການຮຽນຮູ້ກ່ຽວກັບໂຮງແຮມ ແລະ ຮ້ານອາຫານ (The Academy Training Hotel & Restaurant) ແລະ ການເຮັດວຽກງານໃນການພັດທະນາໄວໜຸ່ມ ທີ່ມີພອນສະຫວັນໃນຂະແໜງການບໍລິການ, ຕາມດ້ວຍການງານລ້ຽງສ້າງເຄືອຂ່າຍທີ່ໜ້າສົນໃຈ. 🤩

📅 ວັນທີ: ວັນພະຫັດ, ວັນທີ 10 ກັນຍາ 2026
🕓 ເວລາ: 4:30 – 8:00 ໂມງແລງ
📍 ສະຖານທີ່: The Academy Training Hotel & Restaurant, ວັງວຽງ
🎫 ເຂົ້າຮ່ວມຟຣີ

📌ລົງທະບຽນໄດ້ທີ່ນີ້: https://bit.ly/3UqGNMM

❗️ກະລຸນາລົງທະບຽນກ່ອນເຂົ້າຮ່ວມງານ❗️

📧 ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່: [email protected]

-----

🇪🇺 𝐄𝐔–𝐋𝐚𝐨𝐬 𝐇𝐨𝐬𝐩𝐢𝐭𝐚𝐥𝐢𝐭𝐲 𝐁𝐮𝐬𝐢𝐧𝐞𝐬𝐬 𝐓𝐚𝐥𝐤 & 𝐍𝐞𝐭𝐰𝐨𝐫𝐤𝐢𝐧𝐠 𝐢𝐧 𝐕𝐚𝐧𝐠 𝐕𝐢𝐞𝐧𝐠 🇱🇦

📢 Join us for an evening bringing together businesses, entrepreneurs and hospitality professionals to discuss the future of tourism in Vang Vieng. 🌄

✨ The programme will feature a 𝐩𝐚𝐧𝐞𝐥 𝐝𝐢𝐬𝐜𝐮𝐬𝐬𝐢𝐨𝐧 on sustainable tourism development, with an opportunity to discover The Academy Training Hotel & Restaurant and its work in developing young talent for the hospitality sector, followed by a 𝐧𝐞𝐭𝐰𝐨𝐫𝐤𝐢𝐧𝐠 𝐫𝐞𝐜𝐞𝐩𝐭𝐢𝐨𝐧. 🤩

📅 Date: Thursday, 10 September 2026
🕓 Time: 4:30 PM – 8:00 PM
📍 Venue: The Academy Training Hotel & Restaurant, Vang Vieng
🎫 Free Entry

📌 𝐓𝐨 𝐫𝐞𝐠𝐢𝐬𝐭𝐞𝐫: https://bit.ly/3UqGNMM

❗️𝐑𝐞𝐠𝐢𝐬𝐭𝐫𝐚𝐭𝐢𝐨𝐧 𝐢𝐬 𝐫𝐞𝐪𝐮𝐢𝐫𝐞𝐝 𝐩𝐫𝐢𝐨𝐫 𝐭𝐨 𝐚𝐭𝐭𝐞𝐧𝐝𝐚𝐧𝐜𝐞❗️

📧 For inquiries: [email protected]

EuroCham Laos, with the support of the Delegation of the European Union to Lao PDR, is pleased to invite you to the EU-Laos Hospitality Business Talk & Networking in Vang Vieng, taking place on Thursday, 10 September 2026.As part of EuroCham Laos' provincial outreach initiative, the event will b...

🇺🇦 ຊົມເຊີຍວັນປະກາດເອກະລາດ ອູແກຣນ🎉ມື້ນີ້, ພວກເຮົາຮ່ວມກັນສະເຫຼີມສະຫຼອງວັນປະກາດເອກະລາດ ອູແກຣນ ແລະ ຍ້ອງຍໍເຖິງຄວາມເຂັ້ມແຂງ, ຄ...
24/08/2026

🇺🇦 ຊົມເຊີຍວັນປະກາດເອກະລາດ ອູແກຣນ🎉

ມື້ນີ້, ພວກເຮົາຮ່ວມກັນສະເຫຼີມສະຫຼອງວັນປະກາດເອກະລາດ ອູແກຣນ ແລະ ຍ້ອງຍໍເຖິງຄວາມເຂັ້ມແຂງ, ຄວາມອົດທົນ ແລະ ຄວາມມຸ່ງໝັ້ນຂອງປະຊາຊົນຊາວອູແກຣນ.

ສະຫະພາບ ເອີຣົບ ຢືນຢັດທີ່ຈະຢູ່ຄຽງຂ້າງອູແກຣນ ແລະ ປະຊາຊົນຊາວອູແກຣນຢ່າງໝັ້ນຄົງ, ພ້ອມທັງຢືນຢັນການສະໜັບສະໜູນອະທິປະໄຕ, ຄວາມເປັນເອກະລາດ ແລະ ສິດໃນການມີອະນາຄົດທີ່ສະຫງົບສຸກ ແລະ ໝັ້ນຄົງ. ໃນວັນສໍາຄັນດັ່ງກ່າວ, ພວກເຮົາຂໍສະແດງຄວາມເປັນນໍ້າໜຶ່ງໃຈດຽວ ແລະ ຄວາມປາດຖະໜາອັນອົບອຸ່ນທີ່ສຸດມາຍັງຊາວ ອູແກຣນ ທຸກຄົນ.

-----

🇺🇦 Happy Independence Day, Ukraine🎉

Today, we join Ukraine in celebrating its Independence Day and honoring the strength, resilience, and determination of the Ukrainian people.

The EU stands firmly with Ukraine and its people, reaffirming our support for their sovereignty, independence, and right to a peaceful and secure future. On this important day, we extend our solidarity and warmest wishes to all Ukrainians.

21/08/2026

🎉👨‍🎓 ຂໍສະແດງຄວາມຍິນດີ ກັບຜູ້ໄດ້ຮັບທຶນການສຶກສາລະດັບປະລິນຍາໂທຮ່ວມ Erasmus Mundus ຄົນໃໝ່ຂອງພວກເຮົາ!

ທ່ານ ມາກ ກາລາເຮີ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ໄດ້ຕ້ອນຮັບ ແລະ ສະແດງຄວາມຍີນດີກັບ ຈົງເຢຍ ລາວຟົງຢັງ ຈາກແຂວງ ຫົວພັນ ຜູ້ທີ່ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ໄດ້ຮັບໝາກຜົນຈາກທຶນ Erasmus+, ທຶນທີ່ພ້ອມຈະເປີດປະຕູ ແລະ ສ້າງໂອກາດການສຶກສາໃຫ້ກັບໄວໜຸ່ມທຸກຄົນ. ນັບຕັ້ງແຕ່ເດືອນ ສິງຫາ ເປັນຕົ້ນໄປ, ຈົງເຢຍ ຈະເດີນທາງໄປປະເທດ ສະເປນ, ປອກຕຸຍການ ແລະ ເກຣັກ ເພື່ອສຶກສາຕໍ່ໃນລະດັບປະລິນຍາໂທໃນສາຂາ ເທັກໂນໂລຊີທັນສະໄໝ ສໍາລັບກະສິກໍາທີ່ຍືນຍົງ (Cutting-Edge Technologies for Sustainable Agriculture).

ຈົງເຢຍ ໄດ້ກ່າວວ່າ: "ຂ້າພະເຈົ້າຮູ້ສຶກຂອບໃຈ ແລະ ເປັນເກຽດຢ່າງຍິ່ງທີ່ໄດ້ຮັບທຶນການສຶກສາອັນມີກຽດນີ້. ໂອກາດນີ້ຈະຊ່ວຍໃຫ້ຂ້າພະເຈົ້າໄດ້ຮຽນຮູ້, ເຕີບໃຫຍ່ ແລະ ຖອດຖອນປະສົບການໃໝ່ໆ ໃນໄລຍະທີ່ຮຳ່ຮຽນ ເພື່ອສ້າງອະນາຄົດທີ່ຍືນຍົງກວ່າເກົ່າໃນຂະແໜງກະສິກໍາຂອງປະເທດລາວ."

ຂໍສະແດງຄວາມຍິນດີນໍາ ຈົງເຢຍ ອີກຄັ້ງ ແລະ ຂໍອວຍພອນໃຫ້ປະສົບຜົນສໍາເລັດຢ່າງສະຫງ່າງາມໃນການເດີນທາງຄັ້ງໃໝ່ທີ່ໜ້າຕື່ນເຕັ້ນນີ້.

-----

🎉👨‍🎓 Congratulations to our newest Erasmus+ master’s scholarship awardee!

It was a pleasure for the EU Ambassador, Mr Mark Gallagher, to meet Chongyear Laofongyang from Houaphan, whose inspiring journey shows the power of Erasmus+ to open doors and create opportunities for young people. From this August, he is heading to Spain, Portugal, and Greece to study a Master’s in Cutting-Edge Technologies for Sustainable Agriculture.

Chongyear said, “I am grateful and honoured to receive this prestigious Erasmus Mundus scholarship. This opportunity will allow me to learn, grow, and gain new experiences while working toward a more sustainable future for agriculture in Laos.”

Congratulations, Chongyear, and best wishes for great success in this exciting new chapter.

🏭🌍 ໃນຖານະທີ່ເປັນໜຶ່ງໃນເສດຖະກິດທີ່ເປີດກວ້າງທີ່ສຸດໃນໂລກ, ສະຫະພາບ ເອີຣົບ ໄດ້ໃຊ້ການຄ້າ ເພື່ອສ້າງໂອກາດຮ່ວມກັນ.ການຫຼຸດ ຫຼື ຍົກ...
21/08/2026

🏭🌍 ໃນຖານະທີ່ເປັນໜຶ່ງໃນເສດຖະກິດທີ່ເປີດກວ້າງທີ່ສຸດໃນໂລກ, ສະຫະພາບ ເອີຣົບ ໄດ້ໃຊ້ການຄ້າ ເພື່ອສ້າງໂອກາດຮ່ວມກັນ.

ການຫຼຸດ ຫຼື ຍົກເວັ້ນອັດຕາພາສີ ຊ່ວຍເຮັດໃຫ້ທຸລະກິດໃນ 65 ປະເທດທີ່ກຳລັງພັດທະນາ, ລວມເຖິງ ສປປ ລາວ ສາມາດເຂົ້າເຖິງຕະຫຼາດດຽວທີ່ໃຫຍ່ທີ່ສຸດໃນໂລກດັ່ງ ສະຫະພາບ ເອີຣົບ ໄດ້.

ຮຽນຮູ້ເພີ່ມຕື່ມກ່ຽວກັບພື້ນຖານການຄ້າທີ່ອີງໃສ່ກົດລະບຽບການສ້າງການຮ່ວມມືທີ່ຍືນຍົງ ແລະ ໂອກາດຮ່ວມກັນໄດ້ທີ່ນີ້: https://link.europa.eu/YBPjGN

-----

🏭🌍 As one of the world's most open economies, the EU uses trade to create opportunity.

Reduced or zero tariffs help businesses in 65 developing countries, including Lao PDR, access the world's largest single market, the EU.

Learn more about how rules-based trade creates lasting partnerships and shared opportunities here: https://link.europa.eu/YBPjGN

🎉 ລຸກຊຳບວກ ໄດ້ມອບທຶນຊ່ວຍເຫຼືອເພີ່ມຕື່ມ 2.4 ລ້ານ ເອີໂຣ ເພື່ອສະໜັບສະໜູນຄວາມພະຍາຍາມຕໍ່ວຽກງານຕ້ານການຟອກເງິນຂອງ ສ.ປ.ປ. ລາວ.ທຶ...
21/08/2026

🎉 ລຸກຊຳບວກ ໄດ້ມອບທຶນຊ່ວຍເຫຼືອເພີ່ມຕື່ມ 2.4 ລ້ານ ເອີໂຣ ເພື່ອສະໜັບສະໜູນຄວາມພະຍາຍາມຕໍ່ວຽກງານຕ້ານການຟອກເງິນຂອງ ສ.ປ.ປ. ລາວ.

ທຶນຊ່ວຍເຫຼືອດັ່ງກ່າວ ເສີມສ້າງການຮ່ວມມືກ່ຽວກັບການຕ້ານການຟອກເງິນ ແລະ ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT)ແຜນງານ ເສີມສ້າງລັດທີ່ປົກຄອງດ້ວຍກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (ROLAG) ເພື່ອສະໜັບສະໜູນສະຖາບັນໃຫ້ເຂັ້ມແຂງຂຶ້ນ, ມີຄວາມໂປ່ງໃສທີ່ດີຂຶ້ນ, ມີຄວາມໄວ້ວາງໃຈຈາກປະຊາຊົນ ແລະ ການປະຕິຮູບກົດລະບຽບທີ່ຍືນຍົງ.

-----

🎉 Luxembourg Embassy in Laos provides an additional EUR 2.4 million to support Lao PDR’s anti-money laundering efforts.

The funding strengthens cooperation on AML/CFT through the ROLAG Programme, supporting stronger institutions, greater transparency, public trust, and sustainable rule-of-law reforms. 🏛️

20/08/2026

ເສັ້ນທາງເດີນເຮືອທາງທະເລທີ່ປອດໄພ ແລະ ຄວາມໝັ້ນຄົງທາງທະເລທົ່ວໂລກ ແມ່ນມີຄວາມສຳຄັນ ເຖິງແມ່ນວ່າສຳລັບບັນດາປະເທດທີ່ບໍ່ມີທາງອອກສູ່ທະເລກໍຕາມ.

-----

Safe sea routes and global maritime security are important even for landlocked countries.

Address

Vientiane

Alerts

Be the first to know and let us send you an email when European Union in Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to European Union in Laos:

Shortcuts

Share