06/11/2026
It was a great pleasure for the entire Embassy family to celebrate German 🇩🇪 National Day, 36 years of German reunification, with more than 400 Lao, international and German friends friends. 💥🍀🌺
Thank you all for joining us in the Embassy garden !
Our motto this year:
“ Laos 🇱🇦 and Germany 🇩🇪:
Together for peace and International Law”
stresses the importance of a world order governed by International Law for smaller and medium sized countries like Laos in Germany.”
----------------------------------
ພວກເຮົາດີໃຈຫຼາຍທີ່ໄດ້ຮ່ວມສະຫຼອງວັນຊາດເຢຍລະມັນ 🇩🇪 ເນື່ອງໃນໂອກາດຄົບຮອບ 36 ປີ ແຫ່ງການລວມເຢຍລະມັນເປັນປະເທດດຽວ ຮ່ວມກັບເພື່ອນມິດຊາວລາວ, ເພື່ອນມິດຈາກນານາປະເທດ ແລະ ເພື່ອນມິດຊາວເຢຍລະມັນ ຫຼາຍກວ່າ 400 ຄົນ. 💥🍀🌺
ຂໍຂອບໃຈທຸກທ່ານທີ່ໃຫ້ກຽດມາຮ່ວມສະຫຼອງນຳກັນ ທີ່ສວນຂອງສະຖານທູດ!
ຄຳຂວັນຂອງພວກເຮົາໃນປີນີ້ຄື:
“ລາວ 🇱🇦 ແລະ ເຢຍລະມັນ 🇩🇪:
ຮ່ວມກັນເພື່ອສັນຕິພາບ ແລະ ກົດໝາຍສາກົນ”
ຄຳຂວັນນີ້ສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງລະບຽບໂລກທີ່ຍຶດຖືກົດໝາຍສາກົນ ໂດຍສະເພາະສຳລັບປະເທດຂະໜາດນ້ອຍ ແລະ ຂະໜາດກາງ ເຊັ່ນ ລາວ ແລະ ເຢຍລະມັນ.
-------------------------------------------------------
𝐒𝐩𝐞𝐞𝐜𝐡 𝐛𝐲 𝐭𝐡𝐞 𝐀𝐦𝐛𝐚𝐬𝐬𝐚𝐝𝐨𝐫 𝐨𝐟 𝐆𝐞𝐫𝐦𝐚𝐧𝐲 𝐨𝐧 𝐭𝐡𝐞 𝐨𝐜𝐜𝐚𝐬𝐢𝐨𝐧 𝐨𝐟 𝐭𝐡𝐞 𝐂𝐞𝐥𝐞𝐛𝐫𝐚𝐭𝐢𝐨𝐧 𝐨𝐟 𝐭𝐡𝐞
𝐆𝐞𝐫𝐦𝐚𝐧 𝐍𝐚𝐭𝐢𝐨𝐧𝐚𝐥 𝐃𝐚𝐲, 𝐎𝐜𝐭 𝟑𝐫𝐝, 𝐝𝐞𝐥𝐢𝐯𝐞𝐫𝐞𝐝 𝐍𝐨𝐯𝐞𝐦𝐛𝐞𝐫 𝟓𝐭𝐡 𝐢𝐧 𝐕𝐢𝐞𝐧𝐭𝐢𝐚𝐧𝐞, 𝐋𝐚𝐨𝐬.
Your Excellency, Dr Linkham Douangsavanh
Minister of Agriculture and Environment
Your Excellency, Mr. Maythong Thammavongsa,
Deputy Minister of Foreign Affairs
Distinguished Representatives of the National Assembly,
Vice Ministers and Governors,
Distinguished Representatives of the Government of Laos and of the Lao mass organizations
Esteemed Ambassadors & colleagues from the Diplomatic Corps Representatives of International Organizations and Development Partner Organizations
Friends of the Lao German Friendship Association liebe Freunde und Landsleute dear friends and fellow Germans.
Ladies and Gentlemen,
I am very honored – and happy -- that you are all joining our National Day celebration!
On our National Day we celebrate the peaceful reunification of our country, 36 yrs ago.
Thank you all for coming !!!
Lao and GER are enjoying a long standing friendship.
Grown out of the two traditions of cooperation both from East GER and West GER with Laos before 1990 into our broad, present day cooperation, we can look back on decades of a fruitful cooperation for our mutual benefit.
Our bilateral economic cooperation with Laos, more than 600 mio € of development funds in total since the beginning, have been put to good use in the peoples’ interest. Let me assure you, despite the fact that the world is going through tough times presently, GER will remain to be a reliable partner and friend also after the graduation from LDC status later this month and in the years to come.
As you know, projects funded by the German Government are carried out by implementing organizations – the bigger ones you all know by name, GIZ, KfW, -- and there are many, many more, smaller ones. The contributions of the people in these organizations are the backbone of our cooperation and I want to explicitly thank each and every one of them for their commitment and the energy they put into their work.
Our cooperation with Laos focusses on:.
• forests and biodiversity conservation,
• rural development and the strengthening of land rights as a basis for food security
• the modernization of vocational education and sustainable private sector development
• as well as furthering the political dialogue and the degree of political participation for an inclusive development.
In addition, we support a number of transboundary projects in the framework of our cooperation with ASEAN countries, in which Lao, of course, is also participating, plus the Mekong River Commission, a most valuable instrument of regional cooperation.
One defining characteristic of our GER economic cooperation with Lao is the fact that it is part and parcel of the Team Europe Strategy, by which the various European countries involved make sure that their contributions are coordinated, streamlined and their impact optimized. They are in sync with the Lao Government’s National Socio Economic Development Plans. In economic cooperation -- just as in so many other policy fields --, the European Union is GERs political family today and in future.
Last, but not least, none of this work would be possible without the friendship of our LAO partners, the great cooperation we enjoy, and their active contributions to our common goals. Therefore, a big “Thank You” from my side to all our LAO partners !
L&G,
For our National Day Celebration this year we chose the motto “Together for Peace and International Law”. Why did we do that ?
We chose it because we believe that the rule of International Law is an issue of crucial relevance for the peaceful and prosperous future of both our countries, Laos and Germany. And, we believe, the time to fight for it – together – is now.
Over the past five years, the world has become more unpredictable and more dangerous for all of us. A peaceful world is more under threat today than it was for a very long time.
Russia’s War against Ukraine and the War around the Strait of Hormuz are evidence of the fact that big powers increasingly revert to military force in order to reach their goals and they more and more ignore the rules of International Law.
For most other countries in the world, this renaissance of bully politics by major powers is very bad news. Smaller and medium sized countries, such as also Laos and Germany, heavily depend on a world order based on International Law. Both our countries need it to survive as free and independent nations and to prosper economically, to provide a better life for our citizens.
Our common agenda must be to strengthen the pillars of this world order. Global institutions must now adapt to the changed environment. In this, the United Nations is key, as it is THE ONE universal and legitimate global institution.
Germany has been strongly supporting the UN system for decades, both politically and financially. We are the second largest financial contributor to the UN System. Together with our friends in the European Union, in Europe beyond the EU and with many like minded partners from the Southern and the Northern hemispheres, we are pushing forward the ongoing UN80 reform initiative to make the UN System more efficient, stronger and fit for the future.
We hope that a newly elected UN Secretary General, who will take over in January 2027, will act as a fresh, additional force for reform. What is needed is a reform of the UN Security Council, more effective and efficient provision of humanitarian aid and development cooperation, stronger protection of human rights and the rule of law, and strengthened respect for international law.
We will do our part, also as recently elected member of the UN Human Rights Council
2027-2029. GER will support every initiative that serves to empower the rule of International Law.
L&G, despite our very different political systems, Lao PDR and GER have often been on a similar page with respect to the role and the importance of the UN system in the past. And where we differed, we shared the interest in solving differences by peaceful means in an orderly process.
Let us continue to strive together for a world order based on International Law to promote peace worldwide and to make sure that every country’s voice is heard.
L&G,
We are very much looking forward to shaping the next phase of the friendship between the Lao and the German people for our mutual benefit.
----------------------------------
ຄຳເຫັນເປີດງານ ທ່ານ ເອກອັກ ຄະລັດຖະທູດ ເຢຍລະມັນ ປະຈຳ ສປປ ລາວ ໃນງານ ວັນຊາດ ເຢຍລະມັນ 3 ຕຸລາ, ເຊິ່ງຈັດຂຶ້ນໃນວັນທີ 5 ພະຈິກ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ພະນະທ່ານ ດຣ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ,
ພະນະທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທີ່ເຄົາລົບ,
ພະນະທ່ານ ທ່ານຜູ້ແທນສະພາແຫ່ງຊາດ ທີ່ເຄົາລົບ,
ທ່ານຮອງລັດຖະມົນຕີ ແລະ ເຈົ້າແຂວງ ທີ່ເຄົາລົບ,
ທ່ານຜູ້ແທນລັດຖະບານລາວ ແລະ ອົງການຈັດຕັ້ງມະຫາຊົນລາວ ທີ່ເຄົາລົບ,
ທ່ານເອກອັກຄະລັດຖະທູດ ແລະ ເພື່ອນຮ່ວມງານໃນຄະນະທູຕານຸທູດ ທີ່ເຄົາລົບ,
ທ່ານຜູ້ແທນອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ,
ບັນດາເພື່ອນມິດສະມາຄົມມິດຕະພາບລາວ-ເຢຍລະມັນ,
ເພື່ອນມິດ ແລະ ເພື່ອນຮ່ວມຊາດເຢຍລະມັນທີ່ຮັກແພງ,
ທ່ານ ຍິງ ແລະ ທ່ານຊາຍ ທີ່ເຄົາລົບ,
ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ແລະ ມີຄວາມສຸກ ທີ່ທຸກທ່ານໄດ້ມາຮ່ວມງານສະເຫຼີມສະຫຼອງວັນຊາດຂອງພວກເຮົາ!
ໃນວັນຊາດຂອງພວກເຮົາ, ພວກເຮົາສະເຫຼີມສະຫຼອງວັນຄົບຮອບ 36 ປີ ຂອງການລວມຊາດຢ່າງສັນຕິ ຂອງປະເທດຂອງພວກເຮົາ.
ຂໍຂອບໃຈທຸກທ່ານທີ່ມາຮ່ວມ!
ທ່ານ ຍິງ ແລະ ທ່ານຊາຍ
ລາວ ແລະ ເຢຍລະມັນ ມີມິດຕະພາບອັນຍາວນານຕໍ່ກັນ.
ຈາກຮາກຖານການຮ່ວມມືທີ່ວາງໄວ້ໂດຍເຢຍລະມັນຕາເວັນອອກ ແລະ ເຢຍລະມັນຕາເວັນຕົກກັບລາວກ່ອນປີ 1990, ຄວາມສໍາພັນອັນດີງາມນີ້ໄດ້ພັດທະນາມາເປັນການຮ່ວມມືໃນຫຼາຍຂົງເຂດ ໃນປັດຈຸບັນ.
ຕະຫຼອດຫຼາຍທົດສະວັດທີ່ຜ່ານມາ, ການຮ່ວມມືນີ້ໄດ້ສ້າງຜົນສໍາເລັດຫຼາຍດ້ານ ເພື່ອຜົນປະໂຫຍດຮ່ວມກັນຂອງທັງສອງຝ່າຍ.
ການຮ່ວມມືດ້ານເສດຖະກິດລະຫວ່າງເຢຍລະມັນ ແລະ ລາວ ມີມູນຄ່າເງິນທຶນຊ່ວຍເຫຼືອດ້ານການພັດທະນາລວມແລ້ວ ຫຼາຍກວ່າ 600 ລ້ານເອີໂຣ ນັບແຕ່ເລີ່ມຕົ້ນມາ, ໂດຍທຶນເຫຼົ່ານີ້ໄດ້ຖືກນໍາໄປໃຊ້ເພື່ອຜົນປະໂຫຍດຂອງປະຊາຊົນລາວ.
ຂ້າພະເຈົ້າຂໍຢືນຢັນວ່າ ເຖິງແມ່ນວ່າໂລກກຳລັງຜ່ານຜ່າຊ່ວງເວລາທີ່ທ້າທາຍຢ່າງຫຼວງຫຼາຍໃນປັດຈຸບັນ, ເຢຍລະມັນກໍຈະຍັງຄົງເປັນຄູ່ຮ່ວມມື ແລະ ມິດທີ່ໜ້າເຊື່ອຖືຂອງລາວ ຕໍ່ໄປ ທັງຫຼັງຈາກ-ການປະກາດໃນທ້າຍເດືອນນີ້ ຈາກການຫຼຸດພົ້ນຈາກສະຖານະ ການເປັນປະເທດ ດ້ອຍພັດທະນາ ແລະ ໃນຊຸມປີຕໍ່ໆໄປ.
ດັ່ງທີ່ບັນດາທ່ານທັງຫຼາຍຊາບດີວ່າ, ໂຄງການທີ່ໄດ້ຮັບທຶນຈາກລັດຖະບານເຢຍລະມັນ ແມ່ນມີອົງການຕ່າງໆເປັນຜູ້ຮັບຜິດຊອບຈັດຕັ້ງ ປະຕິບັດ. ອົງການຂະໜາດໃຫຍ່ທີ່ທຸກທ່ານຮູ້ຈັກດີ ກໍມີ GIZ ແລະ KfW, ນອກຈາກນັ້ນ ຍັງມີອົງການຂະໜາດນ້ອຍອີກຫຼາຍແຫ່ງ.ການປະກອບສ່ວນຂອງບຸກຄະລາກອນໃນອົງການເຫຼົ່ານີ້ ເປັນກໍາລັງສໍາຄັນທີ່ ຂັບເຄື່ອນ ການຮ່ວມມືຂອງພວກເຮົາ.
ຂ້າພະເຈົ້າຈຶ່ງຂໍສະແດງຄວາມຂອບໃຈຈາກໃຈຈິງ ສໍາລັບຄວາມມຸ່ງໝັ້ນ ແລະ ການ ທຸ່ມເທໃນການເຮັດວຽກ ຂອງທຸກໆທ່ານ.
ການຮ່ວມມືລະຫວ່າງເຢຍລະມັນ ແລະ ລາວ ເນັ້ນໃສ່ຂົງເຂດສໍາຄັນດັ່ງນີ້:
• ການອະນຸລັກປ່າໄມ້ ແລະ ຊີວະນາໆພັນ;
• ການພັດທະນາຊົນນະບົດ ແລະ ການເສີມສ້າງສິດທິໃນການຄອບຄອງທີ່ດິນ ເພື່ອວາງຮາກຖານໃຫ້ແກ່ຄວາມໝັ້ນຄົງທາງອາຫານ;
• ການປັບປຸງການສຶກສາວິຊາຊີບໃຫ້ທັນສະໄໝ ແລະ ການພັດທະນາພາກເອກະຊົນຢ່າງຍືນຍົງ;
• ການສົ່ງເສີມການສົນທະນາທາງການເມືອງ ແລະ ການເພີ່ມໂອກາດໃຫ້ປະຊາຊົນໄດ້ມີສ່ວນຮ່ວມໃນຂະບວນການທາງການເມືອງ ເພື່ອສົ່ງເສີມການພັດທະນາທີ່ ທີ່ມີສ່ວນຮ່ວມຈາກທຸກພາກສ່ວນ.
ນອກຈາກນັ້ນ, ພວກເຮົາຍັງສະໜັບສະໜູນໂຄງການຮ່ວມມືຮ່ວມຊາຍແດນຫຼາຍໂຄງການ ພາຍໃຕ້ກອບການຮ່ວມມືກັບບັນດາ ປະເທດອາຊຽນ ເຊິ່ງລາວກໍເຂົ້າຮ່ວມ ເຊັ່ນກັນ.
ນອກນີ້ ພວກເຮົາຍັງສະໜັບສະໜູນ ຄະນະກຳມາທິການແມ່ນໍ້າຂອງ ເຊິ່ງເປັນກົນໄກທີ່ ສໍາຄັນຢ່າງຍິ່ງສໍາລັບການຮ່ວມມືໃນລະດັບພາກພື້ນ.
ການຮ່ວມມືດ້ານເສດຖະກິດລະຫວ່າງເຢຍລະມັນ ແລະ ລາວ ແມ່ນ ເປັນສ່ວນໜຶ່ງຂອງຍຸດທະສາດທິມ ເອີຣົບ. ພາຍໃຕ້ຍຸດທະ ສາດນີ້, ບັນດາປະເທດເອີຣົບທີ່ເຂົ້າຮ່ວມຈະປະສານງານການສະໜັບສະໜູນຂອງຕົນໃຫ້ສອດຄ່ອງກັນ, ຫຼຸດຜ່ອນຄວາມຊໍ້າຊ້ອນ ແລະ ເພີ່ມປະສິດທິຜົນຂອງການຮ່ວມມືໃຫ້ສູງສຸດ.
ການຮ່ວມມືນີ້ຍັງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງລັດຖະບານລາວອີກດ້ວຍ. ໃນດ້ານການຮ່ວມມືທາງເສດຖະກິດ ກໍຄືກັບຫຼາຍຂົງເຂດນະໂຍບາຍອື່ນໆ, ສະຫະພາບເອີຣົບຖື ເປັນຄອບຄົວທາງການເມືອງຂອງເຢຍລະມັນ ທັງໃນປັດຈຸບັນ ແລະ ໃນອະນາຄົດ.
ສຸດທ້າຍນີ້,
ວຽກງານທັງໝົດທີ່ຜ່ານມາຈະບໍ່ສາມາດສຳເລັດໄດ້ ຫາກຂາດມິດຕະພາບຈາກຄູ່ຮ່ວມມືລາວຂອງພວກເຮົາ, ການຮ່ວມມືອັນດີງາມທີ່ພວກເຮົາມີຕໍ່ກັນ ແລະ ການປະກອບສ່ວນຢ່າງຫ້າວຫັນຂອງທຸກຝ່າຍເພື່ອບັນລຸເປົ້າໝາຍຮ່ວມກັນດັ່ງນັ້ນ, ຂ້າພະເຈົ້າຂໍກ່າວຄຳຂອບໃຈຈາກໃຈຈິງມາຍັງຄູ່ຮ່ວມມືລາວທຸກທ່ານ!
ທ່ານ ຍິງ ແລະ ທ່ານຊາຍ
ໃນງານສະຫຼອງວັນຊາດເຢຍລະມັນປີນີ້ ພວກເຮົາໄດ້ເລືອກຄໍາຂວັນວ່າ “ຮ່ວມກັນເພື່ອສັນຕິພາບ ແລະ ກົດໝາຍສາກົນ”.ເປັນຫຍັງພວກເຮົາຈຶ່ງເລືອກຄໍາຂວັນນີ້?
ເພາະພວກເຮົາເຊື່ອວ່າ ການເຄົາລົບ ແລະ ຍຶດໝັ້ນໃນກົດໝາຍສາກົນ ແມ່ນປັດໄຈສໍາຄັນ ຍິ່ງຕໍ່ການສ້າງອະນາຄົດທີ່ສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງ ໃຫ້ແກ່ທັງສອງປະເທດຂອງພວກເຮົາ ຄື ລາວ ແລະ ເຢຍລະມັນ.
ແລະ ພວກເຮົາເຊື່ອວ່າ ຕອນນີ້ແມ່ນ ເວລາທີ່ພວກເຮົາຈະຮ່ວມແຮງຮ່ວມໃຈກັນ ເພື່ອປົກປ້ອງ ແລະ ສົ່ງເສີມຫຼັກການນີ້.
ໃນໄລຍະ 5 ປີຜ່ານມາ ສະຖານະການໂລກມີຄວາມບໍ່ແນ່ນອນຫຼາຍຂຶ້ນ ແລະ ມີຄວາມອັນຕະລາຍຫຼາຍຂຶ້ນສໍາລັບພວກເຮົາທຸກ ຄົນ. ໃນປັດຈຸບັນ ສັນຕິພາບຂອງໂລກກໍາລັງຖືກຄຸກຄາມຫຼາຍກວ່າໃນຊ່ວງເວລາຫຼາຍສິບປີທີ່ຜ່ານມາ.
ສົງຄາມຣັດເຊຍຕໍ່ສູ້ຢູເຄຣນ ແລະ ສົງຄາມໃນເຂດຊ່ອງແຄບຮໍມຸສ ສະທ້ອນໃຫ້ເຫັນວ່າ ມະຫາອຳນາດຕ່າງໆ ນັບມື້ນັບຫັນມາໃຊ້ ກຳລັງທະຫານເພື່ອບັນລຸເປົ້າໝາຍຂອງຕົນ ພ້ອມທັງເມີນເສີຍຕໍ່ຫຼັກການກົດໝາຍສາກົນຫຼາຍຂຶ້ນ.
ສຳລັບປະເທດສ່ວນໃຫຍ່ໃນໂລກ ການທີ່ບັນດາມະຫາອຳນາດກັບມາ ໃຊ້ອຳນາດຂົ່ມຂູ່ເພື່ອບັງຄັບປະເທດອື່ນ ຖືເປັນຂ່າວຮ້າຍຢ່າງຍິ່ງ.
ບັນດາປະເທດຂະໜາດນ້ອຍ ແລະ ຂະໜາດກາງ ເຊັ່ນ ລາວ ແລະ ເຢຍລະມັນ ລ້ວນແຕ່ຕ້ອງອາໄສລະບຽບໂລກບົນພື້ນຖານກົດໝາຍສາກົນ.
ລະບຽບໂລກດັ່ງກ່າວແມ່ນສິ່ງຈຳເປັນສຳລັບທັງສອງປະເທດ ເພື່ອດຳລົງຢູ່ໃນຖານະປະເທດ ທີ່ມີອິດສະລະພາບ ແລະ ເອກະລາດ, ພ້ອມທັງສາມາດພັດທະນາເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ສິ່ງທີ່ພວກເຮົາຕ້ອງເຮັດຮ່ວມກັນແມ່ນການເສີມສ້າງເສົາຄ້ຳທີ່ສຳຄັນຂອງລະບຽບໂລກນີ້ໃຫ້ເຂັ້ມແຂງຂຶ້ນ. ສະຖາບັນລະດັບໂລກຈຳເປັນຕ້ອງປັບຕົວໃຫ້ທັນກັບສະພາບການທີ່ປ່ຽນແປງໄປ.
ດັ່ງນັ້ນ, ສະຫະປະຊາຊາດມີບົດບາດສຳຄັນທີ່ສຸດ ເພາະເປັນສະຖາບັນລະດັບໂລກພຽງແຫ່ງດຽວທີ່ມີຄວາມເປັນສາກົນຢ່າງຄົບຖ້ວນ ແລະ ມີຄວາມຊອບທຳໃນການເປັນຕົວແທນຂອງປະຊາຄົມໂລກ.
ເຢຍລະມັນໄດ້ໃຫ້ການສະໜັບສະໜູນຕໍ່ລະບົບສະຫະປະຊາຊາດຢ່າງໜັກແໜ້ນມາເປັນເວລາຫຼາຍທົດສະວັດ ທັງໃນດ້ານການເມືອງ ແລະ ດ້ານການເງິນ.
ເຢຍລະມັນເປັນປະເທດທີ່ປະກອບສ່ວນດ້ານການເງິນໃຫ້ແກ່ ອົງການ ສະຫະປະຊາຊາດຫຼາຍເປັນອັນດັບທີສອງ.
ຮ່ວມກັບເພື່ອນມິດປະເທດຂອງພວກເຮົາທັງໃນສະມາຊິກສະຫະພາບເອີຣົບ ແລະ ປະເທດອື່ນໆໃນເອີຣົບ ລວມທັງບັນດາປະເທດຈຳນວນຫຼາຍທີ່ມີແນວຄິດຄ້າຍຄືກັນ ທັງຈາກຊີກໂລກໃຕ້ ແລະ ຊີກໂລກເໜືອ ພວກເຮົາກຳລັງຮ່ວມກັນຜັກດັນການລິເລີ່ມປະຕິຮູບ ອົງການສະຫະປະຊາຊາດ (UN80) ທີ່ກຳລັງດຳເນີນຢູ່ ເພື່ອເຮັດໃຫ້ລະບົບສະຫະປະຊາຊາດມີປະສິດທິພາບຫຼາຍຂຶ້ນ, ເຂັ້ມແຂງຂຶ້ນ ແລະ ພ້ອມຮັບມືກັບສິ່ງທ້າທາຍໃນອະນາຄົດ.
ພວກເຮົາຫວັງວ່າ ເລຂາທິການໃຫຍ່ສະຫະປະຊາຊາດຄົນໃໝ່ທີ່ໄດ້ຮັບການເລືອກຕັ້ງ ທີ່ຈະເຂົ້າຮັບຕຳແໜ່ງໃນເດືອນມັງກອນ 2027 ຈະເປັນພະລັງໃໝ່ ທີ່ເຂົ້າມາ ຮ່ວມແຮງ ໃນການປະຕິຮູບ. ສິ່ງທີ່ຈໍາເປັນແມ່ນ ການປະຕິຮູບສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ການສະໜອງການຊ່ວຍເຫຼືອດ້ານມະນຸດສະ ແລະ ການຮ່ວມມືເພື່ອການພັດທະນາທີ່ມີປະສິດທິຜົະພາບ ແລະ ປະສິດທິຜົນ ຫຼາຍຂຶ້ນ, ລວມທັງ ການປົກປ້ອງສິດທິມະນຸດ ແລະ ລັດທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມແຂງຂຶ້ນ ກວ່າເກົ່າ, ແລະ ເພີ່ມທະວີການເຄົາລົບກົດໝາຍສາກົນ.
ພວກເຮົາຈະປະຕິບັດໜ້າທີ່ຂອງພວກເຮົາ, ລວມທັງໃນຖານະທີ່ຫາກໍໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດ ໃນ ປີ 2027-2029.
ປະເທດເຢຍລະມັນ ຈະສະໜັບສະໜູນທຸກການລິເລີ່ມທີ່ມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງລັດ ດ້ວຍກົດໝາຍສາກົນ.
ທ່ານ ຍິງ ແລະ ທ່ານຊາຍ
ເຖິງແມ່ນວ່າລະບົບການເມືອງຂອງພວກເຮົາຈະແຕກຕ່າງກັນຫຼາຍ, ແຕ່ໃນໄລຍະຜ່ານມາ ສປປ ລາວ ແລະ ເຢຍລະມັນ ມັກຈະມີທັດສະນະທີ່ສອດຄ່ອງກັນກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງລະບົບສະຫະປະຊາຊາດ.
ແລະ ໃນກໍລະນີທີ່ມີຄວາມເຫັນແຕກຕ່າງກັນ, ພວກເຮົາກໍມີຈຸດປະສົງຮ່ວມກັນໃນການແກ້ໄຂຄວາມແຕກຕ່າງເຫຼົ່ານັ້ນ ດ້ວຍວິທີທາງສັນຕິ ແລະ ຜ່ານຂັ້ນຕອນທີ່ເປັນລະບຽບຮຽບຮ້ອຍ.
ຂໍໃຫ້ພວກເຮົາສືບຕໍ່ຮ່ວມມືກັນຢ່າງຕັ້ງໜ້າ ເພື່ອລະບຽບໂລກບົນພື້ນຖານກົດໝາຍສາກົນ ເພື່ອສົ່ງເສີມສັນຕິພາບໃນທົ່ວໂລກ ແລະ ເພື່ອຮັບປະກັນວ່າສຽງຂອງທຸກໆປະເທດຈະໄດ້ຮັບການຮັບຟັງ.
ທ່ານ ຍິງ ແລະ ທ່ານຊາຍ
ພວກເຮົາຫວັງຢ່າງຍິ່ງທີ່ຈະໄດ້ຮ່ວມກັນກຳນົດທິດທາງ ຕໍ່ໄປ ຂອງມິດຕະພາບລະຫວ່າງປະຊາຊົນລາວ ແລະ ປະຊາຊົນເຢຍລະມັນ ເພື່ອຜົນປະໂຫຍດຮ່ວມກັນຂອງທັງສອງຝ່າຍ.