26/11/2025
ຢຸດ! ຄວາມຮຸນແຮງໃນໂລກດິຈິຕອລ ✋💻
ສຳລັບແມ່ຍິງ ແລະ ເດັກຍິງຫຼາຍຄົນ, ໂລກອອນລາຍອາດເຕັມໄປດ້ວຍຄວາມສ່ຽງ.
"ຄວາມຮຸນແຮງ" ບໍ່ໄດ້ເກີດຂຶ້ນພຽງແຕ່ທາງຮ່າງກາຍ, ແຕ່ໃນໂລກດິຈິຕອລ ບາດແຜທາງໃຈກໍເຈັບປວດບໍ່ຕ່າງກັນ.
ເນື່ອງໃນໂອກາດ ແຄມເປນ 16 ວັນ ເພື່ອຕ້ານການໃຊ້ຄວາມຮຸນແຮງທາງເພດ ສູນພັດທະນາຊົນນະບົດ (RDA) ຂໍຮ່ວມຢືນຄຽງຂ້າງປະຊາຄົມໂລກ ເພື່ອປະກາດຈຸດຢືນໃນການ #ຢຸດຕິຄວາມຮຸນແຮງທາງດິຈິຕອລ ຕໍ່ແມ່ຍິງ ແລະ ເດັກຍິງ.
ການຄຸກຄາມ, ການຂົ່ມເຫັງ ຫຼື ການປະຈານທາງອອນລາຍ ບໍ່ແມ່ນເລື່ອງປົກກະຕິ. ມາຮ່ວມກັນສ້າງພື້ນທີ່ອອນລາຍທີ່ປອດໄພ ແລະ ເຄົາລົບເຊິ່ງກັນ ແລະ ກັນ ແລະ ເປັນສ່ວນໜຶ່ງຂອງການປ່ຽນແປງ ໃນວາລະ 16 ວັນແຫ່ງການເຄື່ອນໄຫວນີ້.
ຢ່າເບິ່ງຂ້າມ, ຢ່າທົນງຽບ, ຊ່ວຍກັນລາຍງານ ແລະ ຢຸດຕິທຸກການກະທຳທີ່ຮຸນແຮງ; ເພາະທຸກຄົນສົມຄວນໄດ້ຮັບຄວາມປອດໄພ ບໍ່ວ່າຈະຢູ່ໃສກໍຕາມ.
ວິດີໂອທີ່ທ່ານຈະໄດ້ເບິ່ງຕໍ່ໄປນີ້ ຖືກຜະລິດຂຶ້ນມາໂດຍ RDA ແລະ STELLA - ສະເຕ່ວລ້າ ພວກເຮົາໄດ້ຮັບການສະໜັບສະໜູນຈາກ ແຜນງານ VOICE, ອົງການ OXFAM ປະຈຳລາວ ຜ່ານໂຄງການ NOW-Us Awards Laos ໃນປີ 2024.
ໃຫ້ຄວາມສຳຄັນກັບສຽງຂອງທຸກຄົນສະເໝີ. ເຖິງວ່າໂຄງການຈະສິ້ນສຸດລົງ, ແຕ່ແຮງບັນດານໃຈ ແລະ ຜົນສຳເລັດທີ່ໄດ້ສ້າງຂຶ້ນ ຈະຍັງຄົງຢູ່ ເພື່ອນຳພາພວກເຮົາໄປສູ່ການປ່ຽນແປງໃນອະນາຄົດຕໍ່ໄປ.
▶️ ຂໍເຊີນຊວນທຸກທ່ານຕິດຕາມວິດີໂອປິດທ້າຍນີ້ ເພື່ອຮ່ວມກັນສ້າງສັນຍານແຫ່ງຄວາມຫວັງ, ສືບຕໍ່ການເດີນທາງສ້າງໂລກດິຈິຕອລທີ່ປອດໄພ ແລະ ສົດໃສສຳລັບແມ່ຍິງ ແລະ ເດັກຍິງທຸກຄົນ!
#16ວັນ #ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງແລະເດັກຍິງ #ສີສົ້ມ #ບໍ່ຍອມຮັບຄວາມຮຸນແຮງ